RIP ເກີດເຫດລົດຕຳຕົ້ນໄມ້ ເສຍຊີວິດຄາທີ່ 1 ຄົນ

ເຫດເກີດຂຶ້ນໃນວັນທີ 14 ພະຈິກ 2022 ເວລາ 10:27 ໂມງມີຫນຸ່ມຂັບຂີ່ລົດໃຫຍ່ ດ້ວຍຄວາມໄວ ຕາມເສັ້ນທາງ ໂຮງຮຽນ ມ ປາຍ ທ່າແຂກ ແຂວງຄຳມ່ວນ ຈົນລົດເກີດເສຍຫລັກ ຕຳຕົ້ນໄມ້ຂ້າງທາງ ຢ່າງແຮງ ເຮັດໃຫ້ລົດ ແລະ ຄົນຖືກອັດໃສ່ຕົ້ນໄມ້ ເສຍຊີວິດຄາທີ່.

….

🙏🏻 ຂໍສະແດງຄວາມເສຍໃຈດ້ວຍ

ດ່ວນໆ ເກີດເຫດລົດຮຸນໄດຂັບໄວລຸດທະລຸເຂົ້າຮ້ານຂາຍເຄື່ອງແຄມທາງທີ່ບ້ານແອກ ເມືອງຫິນບູນ ຂ. ວຽງຈັນ

ເກີດເຫດລົດຮຸນໄດຂັບໄວລຸດທະລຸເຂົ້າຮ້ານຂາຍເຄື່ອງແຄມທາງທີ່ບ້ານແອກ ເມືອງຫິນບູນ ແຂວງຄຳມ່ວນ

ເຫດການເກີດມື້ນີ້ວັນທີ 13 ພະຈິກ 2022 : ລົດຮຸນໄດຂັບຂີ່ດ້ວຍຄວາມໄວຈົນເສຍການຄວບຄຸມແລ້ວ ເຮັດໃຫ້ເສຍຫລັກລຸດເຂົ້າຮ້ານຂາຍເຄື່ອງຂອງປະຊາຊົນທີ່ ບ້ານຫ້ວຍແອກ ເມືອງຫີນບູນ ແຂວງຄໍາມ່ວນ ແຕ່ຍັງໂຊກດີທີ່ບໍ່ມີຄົນເສຍຊີວິດ ຫຼື ບາດເຈັບຮຸນແຮງຈາກອຸບັດເຫດດັ່ງກ່າວ.

…..

….

ທີ່ມາ: Koy Nuengkhamme

ເກີດເຫດ 10 ລໍ້ ປະທະ 22 ລໍ້ ເສຍຊີວິດ 1 ຄົນ

ໃນວັນທີ 4 ພະຈິກ 2022 ເວລາ​ ​08:52 ໂມງ ເກີດອຸບັດຕິເຫດ ລົດ 10 ລໍ້ ປະທະ 22 ລໍ້ ຢູ່ເສັ້ນທາງບ້ານ ສີລາເລກ ເມືອງຊຽງເງີນ ແຂວງຫລວງພະບາງ ​ ເຮັດໃຫ້ມີຜູ້ຕິດຢູ່ໃນຫົວລົດຫ້ອງຂັບ 1 ຄົນ ແລະ ເສຍຊີວິດໃນເວລາຕໍ່ມາ.

….

ຜູ້ເສຍຊີວິດເປັນເພດຍິງ ຢູ່ບ້ານນາໂພ ເມືອງໂພນໂຮງ ແຂວງວຽງຈັນ, ຂໍສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ.

….

….

….

….

ເຫດເສົ້າສະຫຼົດ ໄຟຟ້າລ້ອມກັນງົວຊ໋ອດຄົນຈົນຕາຍຄາທີ່ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ໃນວັນທີ 29 ຕຸລາ 2022 ເກີດເຫີດໄຟຟ້າກັນງົວ ຊ໋ອດຄົນ ເສຍຊີວິດ ຢູ່ບ້ານນາຊາຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ

ຈຸດເກີດເຫດ ເຈົ້າຂອງງົວ ຢັງສາຍໄຟຟ້າອ້ອມດິນເພື່ອກັນງົວ ບໍ່ໃຫ້ອອກໄປຫາກິນບໍລິເວນອື່ນ, ແຕ່ຜູ້ເສຍຊີວິດບໍ່ຮູ້ ຫລື ອາດໃຊ້ໄຟແຮງ ຈິ່ງຖືກຊ໋ອດເສຍຊີວິດ.

ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດ🙏🏻

Cr: ແມວ ພະທຳທະວົງ

ຂ່າວດ່ວນ… ຂໍໃຫ້ປອດໄພ ຈົວຈົມນໍ້າ ທີ່ວັດໝື່ນໝັ້ນ ບ້ານເກີນ

ຕາມການລາຍງານຂອງປະຊາຊົນບ້ານເກີນ ແຂວງວຽງຈັນ ໄດ້ເລົ່າວ່າ ໃນເວລາ 5 ໂມງແລງມື້ນີ້ 27 ຕຸລາ 2022 ທີ່ວັດໝື່ນໝັ້ນ ສນ.ນັດ(ຈົວທີ່ຈົມນໍ້າ)

ໄດ້ໄປອາບນໍ້າ ແລ້ວເຫັນວ່າຢູ່ດີໆກໍຍ່າງລົງນໍ້າໄປເລີຍ ຫຼັງຈາກນັ້ນກໍຫາບໍ່ເຫັນ ເຮັດໃຫ້ຊາວບ້ານແຕກຕື່ນພາກັນຊ່ວຍຄົ້ນຫາ ແລະ ມາຮອດຕອນນີ້ແມ່ນຍັງບໍ່ພົບເທື່ອ

ຈັ່ງໃດກໍຂໍໃຫ້ພົບໄວໆ ກັບມາຢ່າງປອດໄພ

ດ່ວນ! ເກີດເຫດ​ໝໍ້ແບ່ງໄຟຟ້າແຕກ ​ຢູ່ໜ້າ​ໂຮງໝໍ​ 150 ຕຽງ (ຄລິບ)

ເວລາປະມານ 15:00 ວັນທີ​ 25 ຕຸລາ​ 2022 ເກີດເຫດໝໍ້ແບ່ງໄຟຟ້າແຕກ ຢູ່ໜ້າໂຮງໝໍ​ 150​ ຕຽງ​

ມີໄຟໄໝ້ 2 ຈຸດ ແຈ້ງໄຟຕົກສຸກເສີນ ທີ່ເມືອງ ຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ

ຄລິບ:

ເຫດລົດດາມ ເກາະກັບຂົວ ຢູ່ຂົວຂ້າມນ້ຳຂອງເມືອງປາກລາຍ

ເຫດລົດດາມ ເກາະກັບຂົວ ວັນທີ 25/10/2022 ເກີດຢູ່ຂົວຂ້າມນ້ຳຂອງເມືອງປາກລາຍ, ແຂວງໄຊຍະບູລີ.

ລາຍງານບໍ່ມີຜູ້ໄດ້ຮັບບາດເຈັບ

….

RIP ພົບແລ້ວ! ພົບຮ່າງປູ່ສົມລິດ ຫຼັງເຮືອຈົມກາງແມ່ນໍ້າຂອງ

ໃນເວລາປະມານ 12 ໂມງຂອງວັນທີ 20 ຕຸລາ 2022 ໄດ້ເກີດອຸບັດຕິເຫດເຮືອຈົມກາງແມ່ນ້ຳຂອງ ຢູ່ເຂດແກ້ງທະນຸ ແຂວງຫຼວງພະບາງ

ໂດຍລາຍງານວ່າປູ່ສົມລິດຫາຍໄປກັບເຮືອທີ່ຈົມ ເຊິ່ງປູ່ສົມລິດ ມີອາຍຸ75 ປີປະຈຳຢູ່ ບ້ານ ມ່ວງແກ້ວ ເຂດເມືອງຈອບເພັດ ແຂວງຫຼວງພະບາງ ມາຮອດມື້ນີ້ 23 ຕຸລາ 2022 ຈຶ່ງໄດ້ພົບຮ່າງຂອງເພິ່ນ

ຂໍໃຫ້ດວງວິນຍານຂອງປູ່ສົມລິດໄປສູ່ສຸຂະຕິ🙏🏻😭

ດ່ວນ! ເສົ້າສະຫຼົດ ເກີດເຫດຄົນໂດດຂົວທີ່ຫຼວງພະບາງ ເສຍຊີວິດຄາທີ່

ໃນວັນທີ 21 ຕຸລາ 2022 ເວລາ​ ​18:54ນາທີ ໄດ້ຜູ້ເສຍຊີວິດຢູ່ກ້ອງຂົວນ້ຳຄານຢູ່ ບ້ານ ວັງເງີນ ນະຄອນ​ຫລວງພະບາງ ເສຍຊີວິດເພດຊາຍ 1ຄົນ ເຊິ່ງປັດຈຸບັນ​ແມ່ນບໍ່ຮູ້ຊື່ ແລະ ປະຫວັດ

ສ່ວນຂໍ້ມູນຕ່າງໆແມ່ນຢູ່ໃນການສືບສວນຂອງເຈົ້າຫນ້າທີ່ຕຳຫລວດ

ດັ່ງນັ້ນຈຶ່ງປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະຫນາ

ຂ​ໍສະແດງຄວາມ​ເສຍໃຈມາຍັງຄອບຄົວແລະຍາດພີ່ນ້ອງຂອງຜູ້ເສຍຊີວິດ ​ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ

….

ເກີດອຸປະຕິເຫດລົດຂົນສົ່ງ​ດ່ວນ ອານຸສິດ ຂໍອະໄພ​ນຳ​ລູກ​ຄ້າ​ທຸກຄົນ​ເດີ້

ຂົນສົ່ງ​ດ່ວນ..ຮອດຊ້າແລ້ວເດີ..!ຂໍອະໄພ​ນຳ​ລູກ​ຄ້າ​ທຸກຄົນ​ເດີ.!​ ອຸປະຕິເຫດ​ ໃຜ​ໆກໍ່ບໍ່ຢາກໃຫ້ເກີດຂື້ນ

ຂັບລົດ ກະຄອຍໄປຄອຍມາແນ່ເດີຮູ້ແລ້ວວ່າຂົນສົ່ງດ່ວນ ແຕ່ກະເຫັນໃຈເຄື່ອງໃນລົດແນ່..

ເຄື່ອງເສຍຫາຍ ລູກຄ້າກະບໍ່ເອົາໄດ້ໃດ…