ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

ດ່ວນ! ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຕົວແທນຂອງທະນາຄານທຸລະກິດ ທົ່ວປະເທດ

– ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018;

– ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022;

– ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022;

ອີງຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຕົວແທນຂອງທະນາຄານທຸລະກິດ ສະບັບເລກທີ 111/ທຫລ, ລົງວັນທີ 12 ສິງຫາ 2021.

ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວ ແທນ ຊາບວ່າ: ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022, ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022 ເພື່ອປ່ຽນແທນສອງຂໍ້ຕົກລົງຄື: ຂໍ້ຕົກລົງວ່າ ດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະ ຂໍ້ຕົກລົງວ່າດ້ວຍການ ບໍລິການແລກປ່ຽນເງິນຕາຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ສະບັບເລກທີ 449/ທຫລ, ລົງວັນທີ 14 ມິຖຸນາ 2022.

ໃນນີ້, ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາສະບັບດັ່ງກ່າວໄດ້ກໍານົດໃຫ້ ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ເທົ່ານັ້ນ ສາມາດໃຫ້ບໍລິການແລກປ່ຽນເງິນຕາ. ສະນັ້ນ, ເພື່ອຈັດຕັ້ງປະຕິບັດໃຫ້ ສອດຄ່ອງກັບບັນດານິຕິກໍາທີ່ມີຜົນສັກສິດໃນປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງບັນດາທະນາຄານທຸລະ ກິດ ແລະ ຮ້ານແລກປ່ຽນເງິນຕາຕົວແທນ ດັ່ງນີ້:

1. ທະນາຄານແຫ່ງ ສປປ ລາວ ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທັງໝົດ 113 ຮ້ານ ທີ່ຂຶ້ນກັບ 6 ທະນາຄານທຸລະກິດ;

2. ໃຫ້ທະນາຄານທຸລະກິດທີ່ມີຮ້ານແລກປ່ຽນເງິນຕາຕົວແທນຂຶ້ນກັບ ຢຸດເຊົາການຕໍ່ອາຍຸສັນຍາ ແລະ ຍົກເລີກ ສັນຍາຕົວແທນບໍລິການແລກປ່ຽນເງິນຕາກັບຮ້ານແລກປ່ຽນເງິນຕາຕົວແທນຂອງຕົນທັງໝົດ,

ດໍາເນີນການປິດບັນຊີເງິນຝາກທີ່ອອກຊື່ຮ້ານແລກປ່ຽນເງິນຕາຕົວແທນ ຢູ່ທະນາຄານທຸລະກິດທີ່ກ່ຽວຂ້ອງ, ນໍາສົ່ງບົດບັນທຶກ ການຍົກເລີກສັນຍາການເປັນຕົວແທນແລກປ່ຽນເງິນຕາ ລະຫວ່າງ ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນ ເງິນຕາຕົວແທນ ພ້ອມທັງໜັງສືອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນທີ່ ຂຶ້ນກັບທະນາຄານທຸລະກິດຕົນ ສົ່ງຄືນໃຫ້ແກ່ກົມນະໂຍບາຍເງິນຕາ ຫຼື ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາ ພາກ ທີ່ກ່ຽວຂ້ອງ ພາຍໃນວັນທີ 31 ມັງກອນ 2023;

3. ທະນາຄານທຸລະກິດທີ່ມີຈຸດປະສົງຕ້ອງການສ້າງຕັ້ງໜ່ວຍແລກປ່ຽນເງິນຕາ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າດ້ວຍ ການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.

ຂ່າວດ່ວນ! ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່

ຂ່າວດ່ວນ! ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່ (ເປັນຄົນທີ 9) ແຫ່ງ ສປປ ລາວ ໃນວາລະກອງປະຊຸມ ສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 30 ທັນວາ 2022

ດ້ວຍຄະແນນສຽງ ເຫັນດີ 149, ບໍ່ເຫັນດີ 2, ບໍ່ອອກສຽງ 0 ຈາກຄະແນນສຽງທັງໝົດ 151 ສຽງ.

ສຸດຍອດ ຄອບຄົວຕົວແບບລ້ຽງປາຂາຍ ສ້າງລາຍຮັບ ໄດ້ 140 ລ້ານກີບຕໍ່ປີ

ຄອບຄົວຂອງທ່ານ ວິລະຈິດ ບຸບຜາສາລີ ປະຊາຊົນບ້ານ ຄັນມະກ່ອງ ເມືອງໄຊເສດຖາ ແຂວງ ອັດຕະປື ແມ່ນໜຶ່ງໃນ 129 ຄອບຄົວຕົວແບບດີເດັ່ນ ຂອງແຂວງອັດຕະປື ໃນການສ້າງລາຍຮັບດ້ວຍການປະກອບອາຊີບລ້ຽງປາຂາຍ ເຊິ່ງສາມາດສ້າງລານຮັບໄດ້ ເຖິງ 140 ລ້ານກີບຕໍ່ປີ.

ທ່ານ ວິລະຈິດ ບຸບຜາສາລີ ໄດ້ຕາງໜ້າຄອບຄົວຕົວແບບດີເດັ່ນ ໄດ້ລາຍງານຢູ່ໃນກອງປະຊຸມສະຫຼຸບວຽກງານ 3 ສ້າງ ວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທົ່ວແຂວງອັດຕະປື ເມື່ອວັນທີ 27 ທັນວາ 2022 ນີ້ວ່າ: ພາຍໃນຄອບຄົວຂອງຕົນມີ 3 ຄົນ,ຍິງ 1 ຄົນ,ມີແຮງງານຕົ້ນຕໍ 3 ຄົນ,ຍິງ 1 ຄົນ,ມີເນື້ອທີ່ເຮັດການຜະລິດ 1 ເຮັກຕາເຄິ່ງ,ຜ່ານມາໄດ້ເຮັດທຸລະກິດຄ້າຂາຍ ແລະ ເຮັດບໍລິສັດກໍ່ສ້າງຂົວທາງ ແຕ່ທຸລະກິດດັ່ງກ່າວໄດ້ພົບບັນຫາທາງດ້ານການເງິນ,

ມາຮອດປີ 2012 ໂດຍອິງໃສ່ນະໂຍບາຍຂອງພັກ-ລັດຖະບານ,ໃນການຊຸກຍູ້ໃຫ້ປະຊາຊົນເຮັດການຜະລິດໃຫ້ມີຢູ່ມີກິນ,ຕົນເອງຈຶ່ງໄດ້ປຶກສາກັບຄອບຄົວ ພ້ອມທັງໄດ້ສຶກກ່ຽວກັບເຕັກນິກການລ້ຽງປາ ແລະໄດ້ຕັດສິນໃຈນໍາໃຊ້ທຶນຂອງຕົນເອງຈຳນວນໜຶ່ງ ຈົກໜອງປາ ຈຳນວນ 2 ໜອງ ໃນມູນຄ່າ 55 ລ້ານກີບ ເພື່ອທໍາການຜະລິດ ເຮັດໃຫ້ຜົນຜະລິດຈາກການລ້ຽງປາ ໄດ້ມີການຊື້ຂາຍເລັກນ້ອຍ ແຕ່ບໍ່ທັນເປັນສິນຄ້າຫຼາຍປານໃດ ເນື່ອງຈາກວ່າ ໜອງຍັງມີຈຳນວນໜ້ອຍ ຈຶ່ງເຮັດຜົນຜະລິດບໍ່ຫຼາຍ ແລະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມ,

ປັດຈຸບັນທາງຄອບຄົວໄດ້ຂະຫຍາຍໜອງເພີ່ມຕື່ມອີກ 2 ໜອງ ແລະ ໄດ້ສຶກສາການລ້ຽງປາແບບໃຊ້ເຕັກນິກ ດ້ວຍການຫຼຸດຕົ້ນທຶນ ໂດຍການນໍາໃຊ້ແໜແດງ ແລະຜັກຕົບເກືອປາ ເພື່ອຫຼຸດຜ່ອນລາຍຈ່າຍ ຈາກການຊື້ຫົວອາຫານ ສຳເລັດຮູບລົງໄດ້ຈຳນວນໜຶ່ງ,ເຮັດໃຫ້ຜົນໄດ້ຮັບຈາກການຂາຍປາ ສະເລ່ຍ 140 ລ້ານກີບຕໍ່ປີ ສາມາດແກ້ໄຂຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ.

ນອກຈາກການລ້ຽງປາແລ້ວ ທາງຄອບຄົວຍັງໄດ້ລ້ຽງ ງົວ 20ໂຕ ແລະ ລ້ຽງແບ້ 14ໂຕ,ເຊິ່ງຜົນສໍາເລັດທັງໝົດນັ້ນແມ່ນຍ້ອນການຕັດສີນໃຈຂອງຄອບຄົວ,ໂດຍການສະໜັບສະໜູນດ້ານວິຊາການ ລ້ຽງສັດ ແລະ ການປະມົງ ຂອງເມືອງ ແລະ ແຂວງ ບວກກັບການຊອກຮູ້ຮໍ່າຮຽນຈາກສື່ໂຄສະນາຕ່າງໆ .

ທ່ານ ວິລະຈິດ ບຸບຜາສາລີ ໄດ້ໃຫ້ຮູ້ຕື່ມວ່າ: ເພື່ອເປັນການສູ້ຊົນຂະຫຍາຍກິດຈະການ ແລະ ເພີ່ມລາຍຮັບໃຫ້ສູງຂື້ນເລື້ອຍໆ ທາງຄອບຄົວຈະສຶບຕໍ່ປັບປຸງຂະຫຍາຍກິດຈະການດັ່ງກ່າວເພື່ອໃຫ້ເປັນສິນຄ້າ ຫຼາຍຂຶ້ນ ແລະ ຕອບລະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນເມືອງ ແລະ ທົ່ວແຂວງ.

ທີ່ມາ: ຂ່າວສານອັດຕະປື (ສິດຕິພອນ)

ເຖື່ອນ! ຈູດເຮືອນຖິ້ມແລ້ວລົງມືສັງຫານໂຕເອງ ແລະ ເມຍຕາມພ້ອມກັນ

ວັນທີ 29 ທັນວາ 2022, ເກີດເຫດຜົວເມຍຜິດຖຽງກັນ ແລ້ວຄາດຕະກຳກັນຢູ່ບ້ານຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງເຮັດໃຫ້ຜົວເມຍເສຍຊີວິດຄາທີ່.

ຕາມຂໍ້ມູນເບື້ອງຕົ້ນຈາກປະຊາຊົນບ້ານຜາຕັ້ງ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງເປີດເປີຍກ່ອນເຫດການເກີດຂຶ້ນ ໃນເວລາ 2-3 ໂມງ ຂອງວັນທີ 29/12/2022 ຢ້ອນຄືນໄປລະຫວ່າງ ເດືອນ 10 ປີ 2022 ທ້າວ ສີປະເສີດ ອາຍຸ 56 ປີ ໄດ້ຢ່າຮ້າງ ກັບນາງ ຄຳປຸນ ອາຍຸ 56 ປີ ບ້ານຜາຕັ້ງ, ຈາກນັ້ນ ມາຮອດວັນທີ 15/12/2022 ໄດ້ກັບຄືນມາເອົາກັນຄືນ, ມາຮອດມື້ເກີດເຫດທັງສອງໄດ້ຄາດຕະກຳກັນເອງພ້ອມຈຸດເຮືອນຖິ້ມໂດຍພົບເຫັນຜົວເສຍຊີວິດຄາທີ່…. ສ່ວນເມຍເຈັບສາຫັດ ແລະ ເສຍຊີ ວິດໃນເວລາຕໍ່ມາ.

ຜູ້ເຫັນເຫດການເລົ່າວ່າ: ເຫດການນີ້ ອາດເກີດຂຶ້ນແຕ່ຕອນກາງເວັນ ແລະ ຂໍ້ມູນລະອຽດຍັງຢູ່ໃນຂັ້ນຕອນສຶບສວນຂອງ ເຈົ້າຫນ້າທີ່.

ແຫລ່ງຂ່າວ: ຈາກປະຊາຊົນບ້ານຜາຕັ້ງ

ຊົມເຊີຍ! ເຈົ້າໜ້າທີ່ ເປັນຫ່ວງເປັນໃຍການຂັບຂີ່ຂອງປະຊາຊົນ

ໃນວັນທີ 28 ທັນວາ 2022, ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນ ຄວາມສະຫງົບ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງຊຸກຍູ້ວຽກງານໂຄສະນາ ແລະ ບັງຄັບໃຊ້ກົດໝາຍ ຢູ່ຈຸດກວດກາທ່າພະບາດ ເສັ້ນທາງເລກທີ 13 ໃຕ້ ໃນໄລຍະງານສະເຫຼີມສະຫຼອງປີ ໃໝ່ສາກົນໃນໄລຍະ 5 ວັນ ອັນຕະລາຍ.

ຂໍ້ປະຕິບັດພື້ນຖານທີ່ຜູ້ຂັບຂີ່ຄວນເອົາໃຈໃສ່ ປະກອບມີ: ການໃຊ້ຄວາມໄວຕາມປ້າຍກຳນົດຢ່າງເຄັ່ງຄັດ, ໃສ່ສາຍຮັດນິລະໄພ, ໃສ່ໝວກກັນກະທົບ ແລະ ບໍ່ດື່ມສິ່ງມືນເມົາແລ້ວຂັບລົດ. ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ມີການກວດກາຄວາມໄວ ແລະ ກວດກາທາດເຫຼົ້າຢ່າງເຄັ່ງຄັດແລ້ວ, ຍັງມີການແຈກນ້ຳດື່ມ ແລະ ໝວກກັນກະທົບ ໃຫ້ບັນຜູ້ຂັບຂີ່ນຳອີກ.

ສຳລັບກິດຈະກໍາ 5 ວັນອັນຕະລາຍ ໃນໄລຍະປີໃໝ່ສາກົນ 2023 ທີ່ພວມດໍາເນີນການຈັດຕັ້ງປະຕິບັດນີ້ ເປັນໜຶ່ງໃນກິດຈະກໍາຂອງວຽກງານໂຄສະນາເພື່ອເຜີຍແຜ່, ປູກຈິດສໍານຶກ ດ້ານຄວາມປອດໄພທາງຫຼວງ.

….

,,,,,,

….

,,,,,

,,,,,

,,,,,

ທີ່ມາ: ຄວາມສະຫງົບ

ປກສ ເມືອງວິລະບູລີ ຈັດພິທີທໍາລາຍ ໃບກະທ້ອມຈໍານວນ 8 ກິໂລກຣາມ, ນໍ້າຕົ້ມໃບກະທ້ອມ ແລະ ເຄື່ອງປະສົມປຸງແຕ່ງນໍ້າກະທ້ອມ.

ໃນຕອນເຊົ້າຂອງວັນທີ 23 ທັນວາ 2022 ນີ້ ຢູ່ທີ່ກອງບັນຊາການ ປກສ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍ ໃບກະທ້ອມ, ນໍ້າຕົ້ມໃບກະທ້ອມ ແລະເຄື່ອງປຸງແຕ່ງນໍ້າກະທ້ອມ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວາລິຍະ ສີຈັນທອງທິບ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ທ່ານ ແສງເພັດ ຄໍາສຸວັນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ເມືອງວິລະບູລີ, ບັນດາທ່ານຫົວໜ້າ-ຄະນະພະແນກ, ໜ່ວຍງານທີ່ກ່ຽວຂ້ອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ໄດ້ລາຍງານໃຫ້ຮູ້ວ່າ : ເພື່ອເປັນການຈັດຕັ້ງປະຕິບັດ ຕາມແຈ້ງການສະບັບເລກທີ 13/ ປກສ ລົງວັນທີ 14 ກັນຍາ 2022 ວ່າດ້ວຍ ການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນ ການປູກ, ການຜະລິດ, ການປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ,ຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ-ສົ່ງອອກ ພືດທີ່ມີສານເສບຕິດ ແລະ ຜະລິດຕະພັນທີ່ມີສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ແຈ້ງການສະບັບເລກທີ 1496/ຈຂ,ສຂ ລົງວັນທີ 01 ສິງຫາ 2022 ເລື່ອງ ການຫ້າມນໍາພືດກະທ້ອມ ( ປະເພດໃບສົດ ), ເຄື່ອງດື່ມ ແລະ ຜະລິດຕະພັນທີ່ປຸງແຕ່ງຈາກພືດກະທ້ອມມາຈໍາໜ່າຍພາຍໃນ ແຂວງ ສະຫວັນນະເຂດ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂປະກົດການຫຍໍ້ທໍ້, ການປຸ້ນຈີ້ຊິງຊັບ ຂີ້ລັກງັດແງະ ການຫຼິ້ນກິນຟູມເຟືອຍ ແລະ ອື່ນໆ;

ທາງໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ວິລະບູລີ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກຸ່ມແກ້ງ, ບຸກຄົນ, ນິຕິບຸກຄົນ ທີ່ມີການເຄື່ອນໄຫວກະທຳຜິດຕໍ່ລະບຽບກົດໝາຍ ແລະ ຂໍ້ຫ້າມ, ໃນນັ້ນໄດ້ລົງຕິດຕາມບັນດາຫ້ອງເຊົ່າ-ຫ້າງຮ້ານ, ຮ້ານອາຫານບັນເທິງຕ່າງໆ; ເຊິ່ງນັບແຕ່ຕົ້ນເດືອນກັນຍາ ຮອດ ຕົ້ນເດືອນທັນວາ 2022 ທາງເຈົ້າໜ້າທີ່ວິຊາສະເພາະແມ່ນເຄື່ອນໄຫວກວດກາໄດ້ທັງໝົດ 5 ຄັ້ງ ໃນຫຼາຍຈຸດໃນທົ່ວເມືອງ, ເປັນຕົ້ນແມ່ນ ບັນດາຮ້ານບັນເທີງໃນເຂດບ້ານ ບຸ່ງຄໍາ,

ຮ້ານສະນຸກເກີ້ ເຂດບ້ານໜອງກະແດ້ງ ສາມາດຍຶດເຄື່ອງຂອງກາງປະເພດໃບກະທ້ອມໄດ້ທັງໝົດ 8 ກິໂລກຣາມ ແລະ 9 ຖົງນ້ອຍ, ນໍ້າໃບກະທ້ອມທີ່ປຸງແຕ່ງແລ້ວ ບັນຈຸໃສ່ຕຸກນໍ້າຂະໜາດ 1,5 ລິດ ມີຈໍານວນ 60 ຕຸກ, ນໍ້າຕານສົດ 80 ແກ້ວ, ຢາດີໄອ ດາໄອທິດຊິນ ຈໍານວນ 84 ແກ້ວ ແລະ ຢາສູບໄຟຟ້າຈໍານວນໜຶ່ງ, ເຊິ່ງເຄື່ອງຂອງກາງທັງໝົດເຫຼົ່ານັ້ນ ແມ່ນໄດ້ນໍາອອກມາທໍາລາຍຖິ້ມໃນຄັ້ງນີ້ ຕາມລະບຽບການ, ສ່ວນບັນດາຜູ້ທີ່ໄດ້ກະທໍາຜິດ ທາງເຈົ້າໜ້າທີ່ວິຊາສະເພາະ ກໍ່ໄດ້ນໍາເອົາພວກກ່ຽວມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ບໍ່ໃຫ້ກະທໍາຜິດອີກໃນຕໍ່ໜ້າ ແລະ ໃນໂອກາດດຽວກັນນີ້ ທາງກອງບັນຊາການ ປກສ ເມືອງວິລະບູລີ ກໍ່ຍັງໄດ້ມີການມອບ- ຮັບ ເຄື່ອງຂອງກາງ ( ປະເພດແຮ່ຫີນຂຽວ ) ທີ່ກວດຢຶດມາໄດ້ ຄືນໃຫ້ແກ່ບໍລິສັດລ້ານຊ້າງ ມີເນໂຣນ ລິມິເຕັດ ລວມມີນໍ້າໜັກທັງໝົດຈໍານວນ 5.699 ກິໂລກຣາມ ເຊິ່ງຕາງໜ້າມອບໂດຍທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍທ່ານ ພອນສະຫວັດ ກຸນລະວົງ ຕາງໜ້າຈາກບໍລິສັດ ລ້ານຊ້າງມິເນໂຮນສ໌ ລິມິເຕັດ ພ້ອມຄະນະ .

, ເຊິ່ງເຄື່ອງຂອງກາງທັງໝົດເຫຼົ່ານັ້ນ ແມ່ນໄດ້ນໍາອອກມາທໍາລາຍຖິ້ມໃນຄັ້ງນີ້ ຕາມລະບຽບການ, ສ່ວນບັນດາຜູ້ທີ່ໄດ້ກະທໍາຜິດ ທາງເຈົ້າໜ້າທີ່ວິຊາສະເພາະ ກໍ່ໄດ້ນໍາເອົາພວກກ່ຽວມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ບໍ່ໃຫ້ກະທໍາຜິດອີກໃນຕໍ່ໜ້າ ແລະ ໃນໂອກາດດຽວກັນນີ້ ທາງກອງບັນຊາການ ປກສ ເມືອງວິລະບູລີ ກໍ່ຍັງໄດ້ມີການມອບ- ຮັບ ເຄື່ອງຂອງກາງ ( ປະເພດແຮ່ຫີນຂຽວ ) ທີ່ກວດຢຶດມາໄດ້ ຄືນໃຫ້ແກ່ບໍລິສັດລ້ານຊ້າງ ມີເນໂຣນ ລິມິເຕັດ ລວມມີນໍ້າໜັກທັງໝົດຈໍານວນ 5.699 ກິໂລກຣາມ ເຊິ່ງຕາງໜ້າມອບໂດຍທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍທ່ານ ພອນສະຫວັດ ກຸນລະວົງ ຕາງໜ້າຈາກບໍລິສັດ ລ້ານຊ້າງມິເນໂຮນສ໌ ລິມິເຕັດ ພ້ອມຄະນະ .

ອີຕົນເດລູກເອີຍ! ຮູ້ຫຼືບໍ່ວ່າແມ່ໄດ້ຈາກລູກໄປ ບໍ່ຫວນກັບແລ້ວ

ຕາອີຕົນເດ! ລູກເອີຍຮູ້ຫຼືບໍ ວ່າແມ່ໄດ້ຈາກລູກໄປບໍ່ຫວນກັບແລ້ວ.

ຈາກເຟສບຸກອ້າຍໄດ້ໂພສໄຫວ້ອາໄລເຖິງນ້ອງຄັ້ງສຸດທ້າຍວ່າອ້າຍກັບແມ່ຍັງນັ່ງຢູ່ທາງຂ້າງນ້ອງນິເດີຊ້າ ບໍ່ມີໃຜຖີ່ມນ້ອງໄປໃສ່ເດີນ້ອງອ້າຍສິຢູ່ຂ້າງນ້ອງສະເໝີ ອີ່ຂີ້ດື້ໃຫ່ຍເອີຍ ໄປເປັນນາງຟ້າຢູ່ເທີ່ງສະຫັວນແລ້ວ.

ຕໍ່ໄປອ້າຍສິຮ້າຍສິດ່າໃຜອີ່ຂີ້ດື້ເອີຍ ນາງຟ້າໂຕນ້ອຍຂອງອ້າຍໃຫ້ນ້ອງໄປຢູ່ບ່ອນພົບພູນທີດີເດີ ນາງ ລີ່ຊ້າ ຄົນງາມຂອງອ້າຍ ຈາກໄປບໍ່ມີວັນຫວນກັບ.

ເຫັນພາບລູກນ້ອຍທີ່ໄຮ້ດຽງສາເຝົ້າຮ່າງຂອງແມ່ແລ້ວນ້ຳຕາໄຫຼ ຈາກເປັນຫຼືຈາກຕາຍກໍ່ທໍລະມານໃຈຜູ້ທີ່ຢູ່ທີ່ສຸດ ຂໍສະແດງຄວາມເສຍໃຈນຳຄອບຄົວດ້ວຍ ຄົນຢູ່ກໍ່ຂໍໃຫ້ສູ້ຕໍ່ໄປ.

ສາທຸ ສາທຸ ພົບພຣະພຸດທະຮູບແຕ່ສະໄໝບູຮານ ອາຍຸເກົ່າແກ່ 348 ປີ ທີ່ແຂວງສະຫວັນນະເຂດ

ຕອນບ່າຍ ວັນທີ 22 ທັນວາ 2022 ໄດ້ມີປະຊາຊົນຢູ່ ບ້ານໂນນອຸດົມ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຂຸດພົບພຣະພຸດທະຮູບ ທັງອົງໃຫຍ່ແລະອົງນ້ອຍ ຢູ່ໃນເຂດດິນຂອງຕົນເອງ.

ດັ່ງນັ້ນ ທາງຫນ່ວຍງານຂອງຫ້ອງການ ຖະແຫລງຂ່າວແລະວັດທະນະທຳ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈຶ່ງໄດ້ລົງກວດກາ ແລະກວດສອບຂໍ້ມູນຕ່າງໆ ຂອງພຣະພຸດທະຮູບເຫລົ່ານີ້ແລ້ວໄດ້ນຳໄປເກັບຮັກສາໄວ້ທີ່ວັດສຼີບຸນເຮືອງ ບ້ານໂນນອຸດົມ ເມືອງອຸທຸມພອນ.

ເຊິ່ງລາຍລະອຽດຂອງຈາຣຶກທີ່ຢູ່ໃນຖານພຣະພຸດທະຮູບອົງໃຫຍ່ນັ້ນແມ່ນມີຄວາມໝາຍແປເປັນພາສາລາວໃນປັດຈຸບັນຄື :

” ສັງກາດ ໓໖ ຕົວ ປີກາບຍີ່ ເດືອນຍີ່ ຂຶ້ນ ໑໕ ຄ່ຳ ວັນ ໑ ແສນມຸນຕີ ມີຜາສາດສັດທາສ້າງພຣະເຈົ້າໄວ້ຕາບຕໍ່ເທົ່າ ໕ ພັນວັດສາ ນິພານະ ປັດໄຈໂຍ ໂຫຕຸ ຈສ.໑໐໓໖. ພສ.໒໒໑໗ “

.

ຂໍຂອບໃຈຂ່າວຈາກ : ພອນປະເສີດ ແຜນພັກດີ.

ຮຽບຮຽງໂດຍ: Art and Culture of Laos