ການສຳຫຼວດຊີ້ ຂຸມຝັງສົບໃນທົ່ງໄຫຫິນອີກຫຼາຍພັນຂຸມ ອາດມີສົບເດັກນ້ອຍ-ເດັກເກີດໃໝ່ຈຳນວນຫຼາຍ
ທົ່ງໄຫຫິນຊຽງຂວາງທີ່ຫາກໍຖືກຂຶ້ນທະບຽນຈາກອົງການຢູເນສໂກໃຫ້ເປັນມໍລະດົກໂລກເມື່ອເດືອນກໍລະກົດທີ່ຜ່່ານມາ ເປັນພື້ນທີ່ໜຶ່ງທີ່ເຮັດໃຫ້ນັກບູຮານວິທະຍາ ແລະ ນັກປະຫວັດສາດຫຼົງໃຫຼ ແລະ ງົງງວາຍໃນຂະນະດຽວກັນ ໂດຍຄັ້ງທຳອິດທີ່ໄດ້ຮັບການບັນທຶກທາງໄວ້ທາງວິທະຍາສາດ ແມ່ນມີຂຶ້ນໃນຊຸມປີ 1930. ເປັນເວລາຫຼາຍສະຕະວັດທີ່ຜ່່ານມາ ໄຫຫິນຂະໜາດໃຫຍ່ໄດ້ມີການພົວພັນກັບຂຸມສົບທີ່ບັນຈຸຮ່າງຂອງມະນຸດຍຸກບູຮານໄວ້. ແຕ່ຮ່າງດັ່ງກ່າວມາຢູ່ບ່ອນນັ້ນໄດ້ແນວໃດ ແລະ ຕອນນັ້ນເກີດຫຍັງຂຶ້ນ? ນັ້ນຍັງຄົງເປັນປິດສະໜາທີ່ຕອນນີ້ນັກຄົ້ນຄວ້າໄດ້ເລີ່ມຈັບເອົາຂໍ້ມູນທີ່ຄົ້ນພົບມາຕິດຕໍ່ເຂົ້າກັນເພື່ອໄຂຂໍ້ສົງໄສດັ່ງກ່າວ. ທ່ານນາງ ຫຼຸຍ ຊີແວນ ຈາກມະຫາວິທະຍາໄລເມລເບີນ ປະເທດອອສເຕຣເລຍ ເຊິ່ງເປັນຜູ້ນຳພາການສຳຫຼວດຄົ້ນຄວ້າກ່າວຕໍ່ເວັບໄຊ IFLScience ວ່າ ພື້ນທີ່ດັ່ງກ່າວນີ້ອັດສະຈັນໃຈຫຼາຍ ເພາະເປັນຊາກເສດເຫຼືອຂອງພິທີກຳການຝັງສົບຂອງວັດທະນະທຳທີ່ມີເອກະລັກ ທີ່ສູນຫາຍໄປແຕ່ດົນນານແລ້ວ. ແນວໃດກໍຕາມ ຍັງມີຫຼາຍບັນຫາທີ່ຕ້ອງໄດ້ສຶກສາກັນຕໍ່ໄປ. ການຂຸດຄົ້ນສຳຫຼວດໃນເຂດ 1 ທີ່ບ້ານອ່າງ … Read More