ພົບເງິນຄິດໄລ່ບໍ່ຖືກຕ້ອງກວ່າ 800 ຕື້ກີບ ຫຼັງການກວດກາໂຄງການລົງທຶນຢູ່ຫຼວງພະບາງ

ໜັງສືພິມລາວພັດທະນາ ລາຍງານໃນວັນທີ 22 ພຶດສະພາ 2020 ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ ພະແນກແຜນການ ແລະ ການລົງທຶນແຂວງ ຫຼວງພະບາງ ໄດ້ລົງກວດກາການກໍ່ສ້າງທີ່ເປັນໂຄງການລົງທຶນຂອງລັດຢູ່ແຕ່ລະເມືອງລວມມີ 1​ ນະຄອນ, 11​ ເມືອງ; ພົບການຄິດໄລ່ບໍ່ຖືກຕ້ອງ, ການຄິດໄລ່ຊໍ້າຊ້ອນ, ຄິດໄລ່ບໍລິມາດ, ຈໍານວນວັດສະດຸ ຫຼາຍເກີນຄວາມເປັນຈິງ.

ທ່ານ ບຸນຊົມ ທັດຕະວົງ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ໃຫ້ຮູ້ໃນວັນທີ 20 ພຶດສະພາ 2020 ນີ້ວ່າ: ສຳລັບວຽກງານການກວດກາ ກວດສອບວຽກງານຂອງບັນດາໂຄງການການລົງທຶນຂອງລັດຖືເປັນວຽກໝາກຫົວໃຈຫຼັກໃນກວດກາຄວາມໂປ່ງໃສບັນດາໂຄງການການລົງທຶນຕ່າງໆ ເຊິ່ງໃນ 5 ປີຜ່ານມາ 2015-2019 ໜ່ວຍງານກວດກາຂອງພະແນກໄດ້ກວດກາການກໍ່ສ້າງທີ່ເປັນໂຄງການລົງທຶນຂອງລັດຢູ່ 1 ນະຄອນ 11 ເມືອງ ພົບເຫັນການຄິດໄລ່ບໍ່ຖືກຕ້ອງ, ມີການຄິດໄລ່ຊໍ້າຊ້ອນ, ຄິດໄລ່ບໍລິມາດຈໍານວນວັດສະດຸຫຼາຍເກີນຄວາມເປັນຈິງຊິ່ງສ້າງມູນຄ່າຄວາມເສຍຫາຍທີ່ສາມາດຫຼຸດຜ່ອນງົບປະມານຂອງລັດໄດ້ເຖິງ 828,27 ຕື້ກີບ ພ້ອມນີ້ແຜນຕໍ່ໜ້າຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮຽບຮຽງໂດຍ: ລັດສະໝີ ພອນວິໄລ

ສ.ເກົາຫລີ ສົ່ງອອກຊຸດກວດຫາເຊື້ອພະຍາດໂຄວິດ-19 ທົ່ວໂລກ

ຕາມຂ່າວສານຫວຽດນາມ, ວັນທີ 21 ເດືອນພຶດສະພາ, ອົງການ ຄວາມປອດໄພ ດ້ານສະບຽງ ອາຫານ ແລະ ການຢາ ຂອງສ.ເກົາຫລີ (MFDS) ລະບຸວ່າ ໄລ່ເຖິງປັດຈຸບັນ, ມີ 46 ວິສາຫະກິດ ພາຍໃນປະເທດ ທ່ີໄດ້ຮັບອະນຸມັດ ໃຫ້ສົ່ງອອກ ເຄື່ອງກວດຫາ ເຊື້ອພະຍາດ ໂຄວິດ-19 ຈຳນວນ 72 ຊຸດ ໄປທົ່ວໂລກ ແລະ ບໍ່ພຽງແຕ່ ໃນເຂດອາຊີ ຫາກໄປຍັງອາເມລິກາເໜືອ, ອາເມລິກາໃຕ້, ເຂດຕາເວັນອອກກາງ ແລະ ອາຟຣີກາໃຕ້. ໂດຍສະເພາະ ບໍລິສັດ Sugentech ໄດ້ລົງນາມສັນຍາ ກ່ຽວກັບ ການສະໜອງ ເຄື່ອງກວດ ຫາເຊື້ອໂຄວິດ-19 ດ້ວຍມູນຄ່າ ເຖິງ 60 ຕື້ວອນ (ເທົ່າກັບ 48,6 ລ້ານໂດລາສະຫະລັດ), ເຊິ່ງລື່ນກາຍ ຍອດລາຍຮັບ ຫລາຍກວ່າ 3,84 ຕື້ວອນ ຯ(ເທົ່າກັບ 3,1 ລ້ານໂດລາສະຫະລັດ) ໃນປີກາຍນີ້. ສະເພາະ ເດືອນເມສາ, ບໍລິສັດນີ້ ໄດ້ສົ່ງອອກ ສິນຄ້າ ດັ່ງກ່າວ ໂດຍມີ ມູນຄ່າ 10 ຕື້ວອນ(ເທົ່າກັບ 8,1 ລ້ານໂດລາ ສະຫະລັດ). ນັບແຕ່ ເດືອນນັ້ນມາ, ບໍລິສັດນີ້ ໄດ້ເພີ່ມທະວີ ການຜະລິດ ຜະລິດຕະພັນ ດັ່ງກ່າວ ເຖິງ 2 ລ້ານຊຸດ ສົ່ງຜົນໃຫ້ ລາຍຮັບ ໃນໄຕມາດ 1/2020 ກວມເອົາເຖິງ 70% ຂອງ ຍອດລາຍຮັບ ໃນປີກາຍນີ້, ຜົນກຳໄລ ຂອງ ວິສາຫະກິດ ແລະ ຜົນກຳໄລ ໝູນວຽນ ໄດ້ລື່ນກາຍ ໃນປີ 2019. ໄລ່ເຖິງ ປັດຈຸບັນ, ບໍລິສັດນີ້ ໄດ້ສົ່ງອອກ ເຄື່ອງກວດ ຫາເຊື້ອ ພະຍາດ ໂຄວິດ-19 ລວມມິ 20 ລ້ານຊຸດ ໄປຍັງ 60 ປະເທດ ແລະ ເຂດແຄ້ວນ ໃນທົ່ວໂລກ.

ເມື່ອບໍ່ດົນມານີ້, ວິສາຫະກິດນີ້ ໄດ້ບັນລຸ ຂໍ້ຕົກລົງ ກ່ຽວກັບ ການສະໜອງ ຜະລິດຕະພັນ ດັ່ງກ່າວ ໃຫ້ແກ່ ປະເທດ ບຣາຊີນ ໂດຍຜ່ານ ອົງການ ອະນາ ໄມໂລກ ຮ່ວມກັບ ທະວີບອາເມລິກາ (PAHO) ເຊິ່ງຂຶ້ນກັບ ອົງການ ອະນາໄມໂລກ (WHO). ບໍລິສັດ Bioneer ກໍບັນລຸ ຂໍ້ຕົກລົງ ໃນການ ສະໜອງ ເຄື່ອງກວດຫາເຊື້ອ ແລະ ອຸປະກອນ ທ່ີກ່ຽວຂ້ອງ ເຖິງ ພະຍາດໂຄວິດ-19 ໂດຍມີ ມູນຄ່າ 5,5 ລ້ານໂດລາ ສະຫະລັດ ໃຫ້ແກ່ ອິນໂດເນເຊຍ. ເມື່ອເດືອນ ຜ່ານມາ ແລະ ອື່ນໆ. ດ່ານພາສີ ອາກອນ ສ.ເກົາຫລີ ຄາດວ່າ ມູນຄ່າ ການສົ່ງອອກ ຜະລິດຕະພັນ ດັ່ງກ່າວ ໄດ້ເພີ່ມຂຶ້ນຈາກ 34 ລ້ານໂດລາ ສະຫະລັດ ເມື່ອເດືອນມັງກອນ ເປັນ 212,3 ລ້ານໂດລາສະຫະລັດ ໃນເດືອນເມສານີ້.ຂະນະດຽວກັນ, ທ່ານວອນຈູນວູກ ຜູ້ຕາງໜ້າ ສູນກວດກາ ແລະ ປ້ອງກັນ ພະຍາໂຄວິດ-19 ຂອງ ສ.ເກົາຫລີ (KCDC) ລະບຸວ່າ ປະເທດນີ້ ພວມຄົ້ນຄ້ວາ ພັດທະນາ ວັກແຊງ ຕ້ານເຊື້ອ ໂດຍສັງລວມ ແລະ ວັກແຊງຟື້ນຟູ ຕ້ານເຊື້ອພະຍາດ SARS-CoV-2  ເພື່ອນຳເຂົ້າສູ່ ການຜະລິດ ໃນໄລຍະກາງປີ 2021. ນອກຈາກນັ້ນ ທ່ານວອນຈູນວູກ ກ່າວວ່າ ປະເພດ ຢາປິ່ນປົວ ພະຍາດໂຄວິດ-19 ຈາກເຊື້ອພະຍາດ ທ່ີຕາຍແລ້ວ ແລະ ຕ້ານເຊື້ອ ກໍພວມ ຄົ້ນຄ້ວາ ພັດທະນາ ແນໃສ່ ດຳເນີນການ ທົດລອງ ໂດຍທົ່ວໄປ ໃນປີນີ້. ກ່ອນໜ້ານັ້ນ, KCDC ຄາດວ່າ  ຈະປະກາດ ເນື້ອໃນ ລາຍລະອຽດ ໃນຂະບວນ ການພັດທະນາ ຜະລິດຕະພັນ ປ້ອງກັນພະຍາດ, ວັກແຊງ ແລະ ຢາປິ່ນປົວ ພະຍາດໂຄວິດ-19 ໃນທ້າຍອາທິດໜ້າ.

ຂ່າວ:​ ຂປລ

ຄົ້ນພົບຖໍ້າໃຫຍ່ທີ່ສຸດ ໃນລາວ ຂອງທຳມະຊາດເມືອງແມດ ແຂວງວຽງຈັນ

ນັກສຳຫຼວດຄົ້ນພົບ ຖ້ຳໃຫຍ່ທີ່ສຸດໃນປະເທດລາວ ທີ່ເມືອງແມດ ແຂວງວຽງຈັນ ເຊິ່ງມີຊື່ວ່າ ຖໍ້າຜາກ້າ
ຖໍ້າຜາກ້າ ຢູ່ບ້ານນໍ້າເຟືອງ ເມືອງແມດ ແຂວງວຽງຈັນ

ເຮັດການສໍາຫຼວດຕື່ມ ໂດຍ ຊ່ຽວຊານ ຍີ່ປຸ່ນ ມາຕັ້ງແຕ່ເດືອນ ມີນາ 2019 ອາດຈະທໍາລາຍສະຖິຕິ ກາຍເປັນຖໍ້າ ທີ່ໃຫຍ່ທິ່ສຸດ ໃນ ສປປ ລາວ ມີຄວາມຍາວ ຂອງຖໍ້າ ທັງໝົດ ແມ່ນ 8 ກມ ຫຼື ຍາວກ່ວາຖໍ້າກອງລໍ ແຂວງຄໍາມ່ວນ ປະມານ 500 ແມັດ, ມີຄວາມກ້ວາງ 400 ແມັດ ແລະ ສູງ 120 ແມັດ ມີນໍ້າລອດກ້ອງຖໍ້າ ຢູ່ສະເໜີ ນອກຈາກນັ້ນ ຍັງມີບັນດາຫີນງອກ ຫີນຍ້ອຍ ໃນຖໍ້າ ທີ່ສວຍສົດງົດງາມ ໂດຍຜົນການຄົ້ນພົບນີ້ ຈະຖືກນໍາສະເໜີ ໃນກອງປະຊຸມສາກົນ ໄວໆນີ້ ເພື່ອຮັບຮອງເອົາ.

ຖໍ້າແຫ່ງນີ້ ຕັ້ງຢູ່ຫ່າງຈາກ ຕົວເມືອງແມດ ປະມານ 33 ກິໂລແມັດ ແລະ ສາມາດເຂົ້າເຖິງຖໍ້າ ຜ່ານທາງເຮືອເທົ່ານັ້ນ ໂດຍມີໄລຍະທາງ 19 ກິໂລແມັດ.
ປະຈຸບັນ ທາງແຂວງວຽງຈັນ ກໍາລັງຊອກຫານາຍທຶນ ເພື່ອມາພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວ.

ຂອບໃຈ: ຂ່າວໜັງສືພີມ Vientianetimes

ດວງລາຍວັນປະຈຳວັນທີ 24 ພຶດສະພາ 2020 ຄວາມຮັກ ການງານ ການເງິນ

ຄົນເກີດວັນຈັນ:ການ​ງານ ມີ​ໂອ​ກາດ​ພົບ​ຄວາມ​ເຄັ່ງຄຽດ ​ແລະ ​ເກີດ​ຄວາມ​ກັງ​ວົນ​ໃຈ ການ​ເງິນ ຖານະ​ການ​ເງິນ​ດີ​ຂຶ້ນ​ໃນ​ໄລຍະ​ນີ້ ມີຜູ້ອຸປະຖໍາ ຄວາມ​ຮັກ ຕົນເອງ​ກັບ​ຄູ່​ຮັກ​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ ຄວາມໝັ່ນເຕີມຄວາມຫວານໃຫ້ກັນຫຼາຍຂື້ນ

ຄົນເກີດວັນອັງຄານ:ການ​ງານ ​ ຈະ​ພົບ​ວຽກງານໃໝ່​ທີ່​ຈະ​ນຳ​ຜົນ​ປະໂຫຍດ​ແລະ​ຄວາມ​ສຳ​ເລັດ​ທີ່​ດີ​ມາສູ່​ທ່ານ ການ​ເງິນ ໄລຍະ​ນີ້​ມີ​ແຕ່​ເລື່ອງ​ໃຊ້​ຈ່າຍ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີ​ສະເໜ່​ແບບ​ບໍ່​ທັນຕັ້ງໂຕ​

ຄົນເກີດວັນພຸດ:ການ​ງານ ການ​ເຈລະຈາ​ການ​ຄ້າ​ທຸລະກິດ​ຕ່າງ​ໆ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນມີ​ຊັບ​ສິນ​ເພີ່ມ​ຫລາຍ​ຂຶ້ນ ແຕ່ໃຫ້ລະວັງເລື່ອງການໃຊ້ເງິນ ຄວາມ​ຮັກ ບໍ່​ມີ​ເວລາ​ກັບ​ຄົນ​ຮັກ​ເລີຍ​ໃນ​ໄລຍະ​ນີ້ ຄົນຮັກອາດນ້ອຍໃຈກໍເປັນໄປໄດ້

ຄົນເກີດວັນພະຫັດ:ການ​ງານ ຜູ້ໃຫຍ່ ​ຫຼື ​ຫົວ​ໜ້າ​ຈະເຫັນ​ຄວາມ​ສຳຄັນ​ໃນ​ຄວາມ​ສາມາດ​ຂອງ​ທ່ານ ການ​ເງິນ ຈະ​ໄດ້​ເງິນຢ່າງ​ຕໍ່​ເນື່ອງ ຈະ​ໄດ້​ໂຊກ​ຈາກ​ຄວາມ​ມີ​ສະເໜ່ຂອງ​ຕົນເອງ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີ​ສະເໜ່​ຫລາຍ​ໆ​ສົມ​ຫວັງ​ດ້ານ​ຄວາມ​ຮັກ

ຄົນເກີດວັນສຸກ:ການ​ງານ ຖ້າຕັ້ງ​ໃຈ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ໃຊ້​ຈ່າຍ​ເງິນ​ອອກ​ໄປ​ຢ່າງ​ມີ​ຄວາມ​ສຸກ ຄວາມ​ຮັກ ​ ຈະ​ພົບ​ຄົົນທີ່​ມີ​ເກນ​ອາ​ຍຸ​ຫລາຍກວ່າ

ຄົນເກີດວັນເສົາ:ການ​ງານ​ ໄດ້​ເຮັດ​ໃນ​ສິ່ງ​ທີ່ມັກເຊັ່ນ: ການ​ຄ້າ ຫລື​ ເປັນ​ນັກ​ເຈລະ​ຈາ ເປັນ​ນັກ​ການ​ຂາຍ ຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ຈະ​ຕ້ອງ​ເບີກ​ເງິນ​ເກັບ​ອອກ​ມາ​ໃຊ້​ຈ່າຍ ໃນໄລຍະນີ້ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີສະເໜ່​ເປັນ​ຄົົນທີ່​ມີ​ຊື່​ສຽງ​ເຂົ້າ​ມາ​ພົບ​​ກັນ

ຄົນເກີດວັນອາທິດ:ການ​ງານ ໝູ່ເພື່ອນ​ຈະ​ມາ​ຊວນ​ໄປ​ລົງ​ທຶນ ຫລື​ ຂໍ​ຄຳ​ປຶກ​ສາ​ດ້ານ​ການ​ງານ ການ​ເງິນ ຕັດ​ລາຍ​ຈ່າຍ​ທີ່​ບໍ່​ຈຳ​ເປັນ ຈຶ່ງ​ເຮັດໃຫ້​ມີ​ເງິນ​ເຫຼືອ​ເກັບ ແລະ​ ມີ​ຖານະ​ດີ​ຂຶ້ນ ຄວາມ​ຮັກ​ ຈະ​ພົບ​ຄູ່​ຄອງ​ແບບ​ບໍ່​ທັນຕັ້ງໂຕ​ ແຕ່ອາດຍັງບໍ່ແມ່ນຄົນທີ່ຖືກໃຈ

ຜົນວິໄຈເຜີຍວ່າ ຜູ້ຍິງໂສດມັກຈະມີຄວາມສຸກຫຼາຍກວ່າ ຄົນທີ່ມີຄູ່

ປັດຈຸບັນຜູ້ຍິງຢູ່ຄົນດຽວມີຫຼາຍຂື້ນ ເນື່ອງຈາກມີຄວາມປ່ຽນແປງໄປ ທາງສັງຄົມ ຜູ້ຍິງໄດ້ຮັບການຍອມຮັບຫຼາຍຂື້ນ ມີຄວາມສາມາດຫຼາຍຂື້ນ.

ເຮັດໃຫ້ໄດ້ຮັບການຍອມຮັບໃນສັງຄົມການເຮັດວຽກ ສາມາດລ້ຽງດູຕົວເອງໄດ້ ແລະ ເບີ່ງຄືວ່າຜູ້ຍິງບາງຄົນເກັ່ງກວ່າຜູ້ຊາຍກໍມີ ຈາກຜົນສຳລວກຜູ້ຍິງສ່ວນໃຫຍ່ ທີ່ແຕ່ງງານມັກພົບວ່າມີການລາອອກຈາກງານ ເພື່ອມາດູແລລູກ ແລະ ຄອບຄົວ.

ໂດຍຜົນວິໄຈຈາກອັງກິດ ໄດ້ມີການກ່າວວ່າ ຜູ້ຍິງແຕ່ງງານແລ້ວຈະມີຄວາມສຸກກໍຕໍ່ເມືອ ສາມີ ແລະ ລູກໆມີຄວາມສຸກ ເບີ່ງວ່າປັດໄຈທີ່ເຮັດໃຫ້ເກີດຄວາມສຸກ ຂື້ນຢູ່ກັບຄົນອື່ນໆ

ແຕ່ກັບກົງກັນຂ້າມກັບຄົນໂສດ ມັກຈະມີຄວາມສຸກ ໄດ້ດ້ວຍຕົນເອງແບບງ່າຍໆ ສາມາດໃຊ້ຊີວິດໄດ້ຄົນດຽວ ດູແລຕົວເອງໄດ້ມີເວລາໃຫ້ກັບຕົວເອງເຫຼືອເຟືອ ໃນການສ້າງຄວາມສຸກໃນແບບຕ່າງໆໄດ້ໃຫ້ຕົວເອງ ເຊັ່ນ : ອອກໄປຊັອບປິງ ກິນເຂົ້າ ທ່ຽວໃນທີ່ຕ່າງໆ ທີ່ຍາກຈະໄປ

ໃນອີກມຸມໜື່ງຂອງຜົນວິໄຈໄດ້ລະບຸວ່າ ຜູ້ຍິງໂສດ ອາດຈະມີຄວາມຄິດ ແລະ ກັງວົນເລັກນ້ອຍ ໂດຍສະເພາະການຖືກປູກຝັງຄ່ານິຍົມທາງສັງຄົມ ທີ່ວ່າຜູ້ຍິງຈະຕ້ອງແຕ່ງງານ ມີຄອບຄົວ ແລະ ຕ້ອງເຮັດໜ້າທີ່ແມ່ບ້ານແມ່ເຮືອນ ແລະ ອີກສີ່ງໜື່ງທີ່ເປັນບັນຫາ ໃນຊວງບັ້ນປາຍຊີວິດເມື່ອບໍ່ມີລູກໃຜຈະມາດູແລ

ແຕ່ໃນປັດຈຸບັນກໍໄດ້ມີທາງອອກຫຼາກຫຼາຍ ຖ້າເປັນຜູ້ຍິງເກັ່ງ ແລະ ສາມາດເຮັດວຽກຫາເງິນໄດ້ ເພາະດຽວນີ້ມີໂຄງການບ້ານພັກຊະລາ ເກີດຂື້ນຫຼາກຫຼາຍ ໃຫ້ໄດ້ເລືອກຕາມຄວາມຕ້ອງການ ແລະ ກຳລັງຊັບ ເຊິ່ງບາງທີຢູ່ດີກິນດີກວ່າຢູ່ບ້ານພັກອີກ

ນອກຈາກນີ້ຜູ້ຍິງໂສດຍັງໄດ້ຮັບຜົນປະໂຫຍດທາງການເງິນ ແລະ ໜ້າທີ່ການງານ ໂດຍພົບວ່າຜູ້ຍິງທີ່ບໍ່ທັນແຕ່ງງານ ມີຖານະ ເງິນເດືອນສູງກວ່າ ມີໜ້າທີ່ການງານທີ່ດີກວ່າ ເພາະບໍ່ຕ້ອງດູແລໃຜ

ນອກຈາກຄອບຄົວ ສາມາດໂຟກັດໃນເລື່ອງງານເຕັມທີ ແລະ ພົບປະສ້າງສັນກັບໝູ່ຄູ່ໄດ້ຕາມໃຈ ບໍ່ຕ້ອງລະວັງວ່າ ມີຄົນເຂົ້າໃຈຜິດ ມາຜິດຖຽງ ຖົກຖຽງຫຼັງມາແຕ່ຫຼີ້ນ ຕ້ອງມາອະທິບາຍ ແບບນັ້ນນີ້ ຈົນບາງຄັ້ງ ຕ້ອງອິດເມື່ອຍ ແລະ ເບື່ອໜ່າຍ ກັບບັນຫາເຫຼົ່ານີ້.

ທ່ານຮູ້ຫຼືບໍ່ວ່າ! ສປປ ລາວ ມີຜູ່ເສຍຊີວິດຍ້ອນການສູບຢາ 6,225 ຄົນ/ປີ

ທ່ານຮູ້ຫຼືບໍ່ວ່າ ການສູບຢາ ເຮັດໃຫ້ຄວາມສາມາດການເຮັດວຽກຂອງປອດຫລຸດລົງ ແລະຍັງເຮັດໃຫ້ຮ່າງກາຍບໍ່ສາມາດ ຕ້ານທານກັບ ໂຄວິດ-19 ແລະພະຍາດອື່ນໆໄດ້, ອາດກໍ່ໃຫ້ເກີດ ພະຍາດຫົວໃຈ, ມະເຮັງ, ປອດບວມ ແລະ ເບົາຫວານ.


ຕົວເລກສະຖິຕິ ຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ ຊີ້ໃຫ້ຮູ້ວ່າ ສະເລ່ຍໃນແຕ່ລະປີ ມີຄົນລາວ ເສຍຊີວິດ ຍ້ອນການສູບຢາ ຫຼື ຢູ່ໃກ້ກັບຄົນສູບຢາ ເຖິງ 6,225 ຄົນ ຫຼື ປະມານ 17 ຄົນຕໍ່ມື້ ຕະຫລອດໄລຍະ 365 ວັນ.

ເລີ້ມມື້ນີ້ ທ່ານ ສາມາດເລີກສູບຢາໄດ້ ເພື່ອຄົນທີ່ທ່ານຮັກ !
ຮ່ວມແຊຮບອກຕໍ່ ໃຫ້ຄົນທີ່ທ່ານຮັກ ແລະ ຫ່ວງໃຍ !

ຂ່າວ: Lao Youth Radio FM 90.0 Mhz

ຢ່າເລື່ອນຜ່ານ! ວອນຜູ່ໃຈບຸນ ຊ່ວຍຄ່າປິ່ນປົວ ນາງ ພອນເພັດແດ່

ວອນສັງຄົມຊ່ວຍເຫຼືອນ້ອງດ້ວຍເທີ້ນ

  • ນາງ ພອນເພັດ ອິນທະວົງ (ແຕ໋ວ) ອາຍຸ 19ປີ ,
  • ຢູ່ບ້ານ ທົ່ງນ້ອຍ ເມືອງປາກຊັນ ແຂວງບໍລິຄຳໄຊ.
  • ເປັນມະເຮັງຢູ່ຫົວເຂົ່າ ນັບມື້ນັບໃຄ່ບວມ ສ້າງຄວາມເຈັບປວດທຸກທໍລະມານທີ່ສຸດ .
  • ພໍ່ແມ່ໄດ້ພາໄປປິ່ນປົວມາໄດ້ ປີປາຍແລ້ວ ແຕ່ເນື່ອງຈາກສະພາບຄອບຄົວຂາດເຂີນ ຈຶ່ງບໍ່ສາມາດສືບຕໍ່ປິ່ນປົວໄດ້

ຈຶ່ງຂໍວອນນຳສັງຄົມຊ່ວຍເຫຼືອ ປັນນໍ້າໃຈຊ່ວຍຄ່າຜ່າຕັດ, ຄ່າປິ່ນປົວ ໃຫ້ຫາຍຈາກພະຍາດຮ້າຍຄັ້ງນີ້ດ້ວຍເທີ້ນ

ທ່ານສາມາດຊ່ວຍເຫຼືອຜູ້ປ່ວຍໂດຍກົງ

ໂອນຜ່ານບັນຊີ ທະນາຄານການຄ້າ :
150 -12-00-01782529-001
ອອກຊື່ຜູ້ເປັນພໍ່: ທ້າວ ຄໍາພອນ ອິນທະວົງ
KHAMPHONE INTHAVONG MR

ເບີໂທພໍ່ : 020 55054491

ປັດຈຸບັນແມ່ນນອນປິ່ນປົວຢູ່ໂຮງໝໍແຂວງບໍລິຄຳໄຊ

ປະກາດຫາລູກຊາຍ! ຕອນນີ້ລູກສາວບໍ່ສະບາຍຫລາຍຢາກໃຫ້ພໍ່ກັບແມ່ຕິດຕໍ່ມາດວ່ນ

ຈາກການລາຍງານໃຫ້ຮູ້ວ່າ ເມື່ອວັນທີ 22/05/2020 ປະກາດຫາລູກຊາຍ ທ້າວ ໄຊຊົມພູ ກັບ ລູກໄພ້ ນາງພຸດສະດີ ຕອນນີ້ລູກສາວຊື່ ນາງສະໃບທອງ ບໍ່ສະບາຍຫລາຍຍາກໃຫ້ພໍ່ກັບແມ່ຕິດຕໍ່ມາດວ່ນ

(ຂໍຄວາມຊ່ວຍເຫລືອແດ່ເດີຫມູ່ຄູ່ເຟດທັງຫລາຍຜູ້ໃດພົບເຫັນກະລຸນາບອກແດ່ເດີ ສາທູ🙏🙏🙏)

ໂຮງຮຽນຊົນນະບົດຫລາຍແຫ່ງຍັງຂາດອຸປະກອນປ້ອງກັນໂຄວິດ-19

ໃນວັນທີ 20 ພຶດສະພາ 2020 ນີ້, ທ່ານ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃນໂອກາດຖະແຫລງຂ່າວ ຮ່ວມກັບຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວ່າ: ປັດຈຸບັນ ມີໂຮງຮຽນຫລາຍແຫ່ງໃນເຂດຊົນນະບົດ ຍັງຂາດອຸປະກອນປ້ອງກັນພະຍາດດັ່ງກ່າວ, ພາຍຫລັງທີ່ໄດ້ເປີດການຮຽນ-ການສອນຄືນໃໝ່ໃນວັນທີ 18 ພຶດສະພາ ຜ່ານມາ ສໍາລັບຊັ້ນປະຖົມສົມບູນປີທີ 5 ມັດທະຍົມສຶກສາ ຕອນຕົ້ນປີທີ 4 ແລະ ມັດທະຍົມສຶກສາຕອນປາຍ ປີທີ 7.


ດັ່ງນັ້ນຈິ່ງເຮັດໃຫ້ຫລາຍໂຮງຮຽນບໍ່ສາມາດປະຕີບັດມາດຕະການຕ່າງໆໃນການປ້ອງກັນພະຍາດນີ້ໄດ້ ເຊັ່ນ: ເຈວລ້າງມື, ຜ້າອັດປາກ-ດັງ ພ້ອມນັ້ນກໍແມ່ນເຄື່ອງວັດແທກອຸນຫະພູມ ສຳລັບນັກຮຽນແຕ່ລະຄົນກ່ອນຈະເຂົ້າຫ້ອງຮຽນ ແລະ ໂຮງຮຽນບາງແຫ່ງຍັງຂາດນໍ້າສະອາດທີ່ຈະນຳໃຊ້, ເພາະສະນັ້ນ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ແນະນໍາໃຫ້ໂຮງຮຽນ ເຫລົ່ານັ້ນແນະນໍານັກຮຽນຖືນໍ້າສະອາດມາເອງເຖິງວ່າຈະມີຄວາມຫຍຸ້ງຍາກແຕ່ກໍຕ້ອງໄດ້ພະຍາຍາມ.
ທ່ານ ຮອງລັດຖະມົນຕີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ບັນດາໂຮງຮຽນ ແລະ ສະຖາບັນການສຶກສາ ຂັ້ນຕ່າງໆແມ່ນມີຄວາມພ້ອມໃນການເປີດການຮຽນ-ການສອນຄືນໃໝ່ ໃນວັນທີ 2 ມິຖຸນານີ້, ຖ້າວ່າ ຄະນະສະເພາະກິດ ມີມາດຕະການຜ່ອນຜັນເພີ່ມຕື່ມເພື່ອຈະໄດ້ສືບຕໍ່ຮຽນທົດແທນຄືນຈໍານວນ 2 ເດືອນ ທີ່ຖືກໂຈະໄປຍ້ອນການລະບາດຂອງພະຍາດໂຄວິດ-19 ກ່ອນຈະມີການສອບເສັງຂຶ້ນຫ້ອງຂອງແຕ່ລະຊັ້ນຮຽນ. ສໍາລັບ ນັກສຶກສາລາວ ຢູ່ຕ່າງປະເທດ ທີ່ມີຈຸດປະສົງຢາກກັບມາຢາມບ້ານແມ່ນສາມາດມາໄດ້ ແຕ່ຕ້ອງໄດ້ປະຕິບັດຕາມມາດຕະການຕ່າງໆໃນໄລຍະຜ່ອນຜັນຂອງຄະນະສະເພາະກິດຢ່າງເຂັ້ມງວດ. ສ່ວນນັກສຶກສາລາວ ທີ່ຢາກຈະກັບໄປໂຮງຮຽນຢູ່ຕ່າງປະເທດນັ້ນແມ່ນໃຫ້ປະສານກັບພະແນກສຶກສາທິການ ແລະ ກິລາ ຂັ້ນແຂວງ ຫລື ນະຄອນຫລວງ ເພື່ອປະສານຫາປະເທດເຈົ້າພາບໃນການອະນຸຍາດ.


ຂ່າວ: ສຸພະສະຫວັນ ຂປລ

ຜົນກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2020

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພຶດສະພາ 2020 ໄດ້ໄຂຂຶ້ນໃນວັນທີ 21 ແລະ ປິດລົງໃນວັນທີ 22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ພິຈາລະນາບັນຫາສໍາຄັນຕ່າງໆ ດັ່ງນີ້:

  1. ບົດລາຍງານການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 7, 8 ແລະ 9 ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ກອງປະຊຸມ ໄດ້ຊີ້ນໍາມອບໃຫ້ກະຊວງແຜນການ ແລະ ການລົງທຶນ ປະສານສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ການຕີລາຄາການຈັດຕັ້ງປະຕິບັດ ຕ້ອງຊັດເຈນ, ພາວະວິໄສ, ບັນຫາໃດທີ່ສາມາດປະຕິບັດໄດ້, ບັນຫາໃດທີ່ຍັງຄ້ງຄາ ເພື່ອລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດ ໃນຕໍ່ໜ້ານີ້.
    ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 3 ເດືອນຕົ້ນປີ, ຄາດຄະເນ 6 ເດືອນຕົ້ນປີ ແລະ ວຽກຈຸດສຸມ 6 ເດືອນທ້າຍປີ 2020, ຜ່ານການລາຍງານ ແລະ ສະຫຼຸບຕີລາຄາຈາກກະຊວງແຜນການ ແລະ ການລົງທຶນ ກອງປະຊຸມ ເຫັນວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 3 ເດືອນ ແລະ 6 ເດືອນຕົ້ນປີ ຍັງສືບຕໍ່ພົບຄວາມຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ເຊິ່ງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການແຜ່ລະບາດຂອງເຊື້ອພະຍາດ COVID-19 ແລະ ໄພພິບັດທາງທໍາມະຊາດ. ເຖິງຢ່າງໃດກໍ່ຕາມ, ກອງປະຊຸມ ໄດ້ຊີ້ນໍາໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າແລະ ມີຄວາມຮັບຜິດຊອບ ເພື່ອເຮັດໃຫ້ບັນດາທິດທາງຄາດໝາຍສູ້ຊົນ ໃນ 6 ເດືອນທ້າຍປີ ສໍາເລັດຕາມແຜນການທີ່ວາງໄວ້.
  2. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການປັບປຸງ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025)ທີ່ສະເໜີໂດຍກະຊວງແຜນການ ແລະ ການລົງທຶນ, ຜ່ານການຮັບຟັງການລາຍງານກອງປະຊຸມ ໄດ້ຕີລາຄາວ່າ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເປັນແຜນທີ່ມີຄວາມສໍາຄັນແລະພັດທະນາຕາມ 3 ທິດນຳຄື:1). ນໍາພາປະເທດບັນລຸເງື່ອນໄຂ ການພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ປະຕິບັດເປົ້າໝາຍການພັດທະນາແບບ ຍືນຍົງຮອດປີ 2030 ແລະການເຕີບໂຕສີຂຽວ; 2). ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງແລະອຸປະສັກຂອງການພັດທະນາເສດຖະກິດສັງຄົມ ໃນໄລຍະຜ່ານມາແລະສິ່ງທ້າທາຍໃນໄລຍະໃໝ່ ດ້ວຍການນໍາໃຊ້ທ່າແຮງບົ່ມຊ້ອນຂອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມທິດຄຸນນະພາບ, ສີຂຽວ, ຍືນຍົງ ແລະ ມີຈຸດສຸມ; 3). ເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງຊາດ ເພື່ອສ້າງພື້ນຖານໃຫ້ແກ່ຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງ ທາງດ້ານເສດຖະກິິດ ເປັນກ້າວໆ; ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ນໍາເອົາຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IXໄປປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງແຜນດັ່ງກ່າວມີເນື້ອໃນຄົບຖ້ວນຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບສະພາບການພັດທະນາຕົວຈິງຂອງປະເທດເຮົາ ໂດຍສະເພາະບັນດາຄາດໝາຍສູ້ຊົນຕ່າງໆກ່ອນນໍາສະເໜີຕໍ່ກອງປະຊຸມສູນກາງ ແລະ ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ.
  3. ບົດລາຍງານຄວາມຄືບໜ້າ ແລະ ແຜນການສ້າງແຜນແມ່ບົດໃນການພັດທະນາຕາມແລວທາງເສດຖະກິດລາວ-ຈີນ, ການຜັນຂະຫຍາຍຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນໃນໄລຍະຜ່ານມາທີ່ສະເໜີໂດຍກະຊວງແຜນການແລະການລົງທຶນ. ຮ່າງແຜນແມ່ບົດດັ່ງກ່າວນີ້ມີຄວາມສຳ ຄັນເນື່ອງຈາກເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳລາວ-ຈີນທີ່ລົງນາມໂດຍເລຂາທິການໃຫຍ່ຂອງທັງສອງປະເທດແລະບົດບັນທຶກຊ່ວຍຈຳວ່າດ້ວຍການກະກຽມຮ່າງແຜນແມ່ບົດກ່ຽວກັບການຊຸກຍູ້ການຮ່ວມມືເພື່ອສ້າງ ‘ໜຶ່ງແລວທາງໜຶ່ງເສັ້ນທາງ’ ຊຶ່ງຕ້ອງແທດກັບຕົວຈິງແລະສາມາດຈັດຕັ້ງປະຕິບັດໄດ້, ໃນນີ້ ອັນທີ່ເລັ່ງດ່ວນທີ່ສຸດ ແມ່ນການວາງແຜນພັດທະນາຕາມແລວທາງລົດໄຟ ລາວ-ຈີນ. ຜ່ານການຮັບຟັງການລາຍງານ, ກອງປະຊຸມໄດ້ມີທິດຊີ້ນຳໃຫ້ບັນດາສະມາຊິກລັດຖະບານນຳເອົາຮ່າງແຜນແມ່ບົດດັ່ງກ່າວໄປຄົ້ນຄວ້າປຶກສາຫາລືລະອຽດພາຍໃນຂະແໜງການຕົນແລ້ວສົ່ງຄຳເຫັນໃຫ້ກະຊວງແຜນການແລະການລົງທຶນພາຍໃນ 1 ອາທິດ. ພາຍຫຼັງກະຊວງແຜນການແລະການລົງທຶນໄດ້ປັບປຸງຕາມການປະກອບຄຳເຫັນຂອງບັນດາຂະແໜງການແລ້ວໃຫ້ນຳເອົາສະບັບປັບປຸງມາລາຍງານຕໍ່ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີເພື່ອມີທິດຊີ້ນຳກ່ອນສົ່ງໃຫ້ຜູ້ປະຈຳການຄະນະເລຂາທິການສູນກາງພັກມີທິດຊີ້ນຳໃນຂັ້ນຕໍ່ໄປ.
  4. ບົດລາຍງານການຈັດຕັ້ງປະຕິບັດນະໂຍບາຍຕໍ່ແຮງງານລາວ ທັງນອກ ແລະ ໃນລະບົບ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID- 19 ທີ່ສະເໜີໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງໃນບົດລາຍງານດັ່ງກ່າວ ໄດ້ໃຫ້ຊາບກ່ຽວກັບການຊ່ວຍເຫຼືອແຮງງານລາວທີ່ກັບມາຈາກຕ່າງປະເທດ, ແຮງງານທີ່ຢູ່ພາຍໃນປະເທດ ແລະ ນະໂຍບາຍໃນການຊ່ວຍເຫຼືອແຮງງານໃນໄລຍະຜ່ານມາ, ພ້ອມທັງ ໄດ້ສະເໜີທິດທາງໃນການຄຸ້ມຄອງ ແລະ ນໍາໃຊ້ແຮງງານໃນຕໍ່ໜ້າ. ກອງປະຊຸມ ໄດ້ມີທິດຊີ້ນຳ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ແຮງງານ ທີ່ຢູ່ໃນລະບົບປະກັນສັງຄົມ ຕາມຄວາມສາມາດ ຂອງຄັງປະກັນສັງຄົມ ແລະ ວົງເງິນປະກັນຕົນ ຂອງຜູ້ອອກແຮງງານ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍ ປະກັນສັງຄົມ. ພ້ອມກັນນີ້ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງແລະອົງການປົກຄອງທ້ອງຖິ່ນເກັບກຳສະຖິຕິ ແລະ ການຂຶ້ນທະບຽນແຮງງານ ໃຫ້ລະອຽດ ແລະ ສຳເລັດໄວ, ຫຼັງຈາກນັ້ນ ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຜູ້ປະກອບການ ກ່ຽວກັບແຜນການນໍາໃຊ້ແຮງງານດັ່ງກ່າວ ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແຜນການສ້າງ ແລະ ຝຶກສີມືແຮງງານ ໃຫ້ມີຄຸນນະພາບ ແລະ ຕາມຄວາມຕ້ອງການຕົວຈິງຂອງຕະຫຼາດແຮງງານ.
    ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນມິຖຸນາ 2020 ດັ່ງນີ້:
  5. ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ COVID-19,ຄົ້ນຄວ້າມາດຕະການຜ່ອນຜັນຫຼັງຈາກວັນທີ 02 ມິຖຸນາ 2020 ແລະສືບຕໍ່ຈັດຕັ້ງປະຕິບັດໂດຍຮັບປະກັນບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຮອບໃໝ່ ຢູ່ ສປປ ລາວ. ໃຫ້ຄະນະສະເພາະກິດ ຮັບຜິດຊອບຕິດຕາມຜົນກະທົບແລະຜັນຂະຫຍາຍນະໂຍບາຍແລະມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດCOVID-19 ຕໍ່ເສດຖະກິດຂອງສປປລາວສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດານະໂຍບາຍ ແລະ ມາດຕະການດ້ານເສດຖະກິດ ທີ່ລັດຖະບານໄດ້ຮັບຮອງແລ້ວຢ່າງມີປະສິດທິຜົນ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວໄດ້ເປັນປົກກະຕິ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
  6. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ໃຫ້ມີຄວາມສະຫງົບແລະເປັນລະບຽບຮຽບຮ້ອຍ ; ເພີ່ມທະວີສະກັດກັ້ນແລະ ແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນອາຊະຍາກໍາ, ປຸ້ນຈີ້ຊິງຊັບ, ອາລະວາດຕີກັນ, ຂີ້ລັກງັດແງະ, ອັກຄີໄພ, ບັນຫາສິ່ງເສບຕິດແລະ ອື່ນໆ ແນໃສ່ເຮັດໃຫ້ບັນດາປະກົດການຫຍໍ້ທໍ້ຫຼຸດລົງ ເທື່ອລະກ້າວ; ພ້ອມກັນນັ້ນກໍ່ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງໃນການປະຕິບັດແນວທາງຂອງພັກ, ກົດໝາຍຂອງລັດສ້າງຄວາມປັ່ນປ່ວນແລະຄວາມບໍ່ສະຫງົບໃນສັງຄົມ.
  7. ສືບຕໍ່ຂຸດຄົ້ນເກັບລາຍຮັບໃນບັນດາຫົວໜ່ວຍກິດຈະການໃດບໍ່ຖືກຜົນກະທົບໂຄວິດ-19 ໃຫ້ໄດ້ຢ່າງຄົບຖ້ວນ, ຈໍາກັດການຮົ່ວໄຫຼ ໂດຍນຳໃຊ້ລະບົບການເກັບລາຍຮັບແບບທັນສະໄໝ ຢ່າງກວ້າງຂວາງຕື່ມ.
  8. ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂສະພາບພົ້ນເດັ່ນທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ການຄຸ້ມຄອງສະພາບອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມນັ້ນ ໃຫ້ຄົ້ນຄວ້ານະໂຍບາຍເງິນຕາ ເພື່ອຊຸກຍູ້ບັນດາທະນາຄານທຸລະກິດຊື້ພັນທະບັດໃໝ່ຂອງກະຊວງການເງິນ ຕື່ມອີກ; ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງຫົວໜ່ວຍການເງິນ ຈຸລະພາກ ປະຕິບັດລະບຽບການ, ນະໂຍບາຍຕ່າງໆ ຢ່າງຖືກຕ້ອງ, ເຂັ້ມງວດ.
  9. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ກວດກາຄືນກ່ຽວກັບຄ່າກະແສໄຟຟ້າ ເຫັນວ່າສັງຄົມມີຄວາມສົນໃຈຫຼາຍ. ເນື່ອງຈາກຄ່າບໍລິການຊົມໃຊ້ກະແສໄຟຟ້າເພີ່ມຂຶ້ນສູງ. ພ້ອມນີ້ ກໍໃຫ້ອະທິບາຍຊີ້ແຈງຢ່າງສົມເຫດສົມຜົນ ກ່ຽວກັບຄ່າກະແສໄຟຟ້າ ໃຫ້ສັງຄົມມີຄວາມເຂົ້າໃຈ ແລະ ມີຄວາມສະຫງົບ; ພ້ອມນັ້ນ ກໍ່ໃຫ້ກວດຄືນລະບົບການຕິດຕັ້ງ ແລະ ເດີນສາຍໄຟຟ້າໃນໄລຍະຜ່ານມານີ້ ເຫັນວ່າຈໍານວນອັກຄີໄພເພີ່ມຫຼາຍຂຶ້ນ ໂດຍສະເພາະໄຟຟ້າລັດວົງຈອນ ເຮັດໃຫ້ບ້ານເຮືອນຂອງປະຊາຊົນຖືກໄຟໄໝ້ ແລະ ກະທົບຕໍ່ການດໍາລົງຊີວິດຂອງເຂົາເຈົ້າ.
  10. ເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ຊິດ ໃນການຊຸກຍູ້ຜະລິດສະບຽງອາຫານ, ຜະລິດເປັນສິນຄ້າ, ທ້ອງຖິ່ນໃດ ມີເງື່ອນໄຂ, ມີທ່າແຮງດ້ານໃດ ກໍ່ໃຫ້ລົງຊຸກຍູ້ ແລະ ນໍາພາປະຊາຊົນເຮັດຕົວຈິງ ເປັນຕົ້ນ ການປູກພືດ, ລ້ຽງສັດ…ໃຫ້ເປັນຂະບວນ ແລະ ສ້າງເປັນໂຄງການລະອຽດໃນການພັດທະນາໃຫ້ເກີດປະໂຫຍດສູງສຸດ;
  11. ຮີບຮ້ອນ ຄົ້ນຄວ້າມາດຕະການ ຊຸກຍູ້ສົ່ງເສີມການຜະລິດ ຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ-ກາງ (SME). ພ້ອມທັງ ສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງ ການສະໜອງສິນຄ້າອຸປະໂພກ, ບໍລິໂພກ ທີ່ມີຄວາມອ່ອນໄຫວຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ສາມາດຕອບສະໜອງໄດ້ກັບຄວາມຕ້ອງການຂອງປະຊາຊົນ, ຈໍາກັດການກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ໃນໄລຍະທີ່ພວກເຮົາພົບຄວາມຫຍຸ້ງຍາກ;
  12. ສືບຕໍ່ກະກຽມ, ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ ໃຫ້ດີຂຶ້ນ, ມີຄວາມສະດວກວ່ອງໄວ ແລະ ລາຄາຖືກ ເພື່ອດຶງດູດການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ພາຍຫຼັງສະພາບການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ;
  13. ກະກຽມຄວາມພ້ອມ ເພື່ອເປີດຮຽນໃນທົ່ວປະເທດ ໃນວັນທີ 2 ມິຖຸນາ 2020 ເປັນຕົ້ນໄປແລະ ຈັດຕັ້ງປະຕິບັດ ການຮຽນ-ການສອນ ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບ;
  14. ສືບຕໍ່ເຝົ້າລະວັງ ແລະ ສະກັດກັ້ນ ການລະບາດ ພະຍາດໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດ ທີ່ອາດຈະເກີດຂຶ້ນໃນຊ່ວງລະດູຝົນທີ່ຈະມາເຖິງນີ້ ບໍ່ໃຫ້ມີການແຜ່ຂະຫຍາຍ ຕ້ອງກຽມຮັບມືແຕ່ຫົວທີ, ພ້ອມທັງໂຄສະນາໃຫ້ປະຊາຊົນປະຕິບັດຕາມ 5 ປ ຂອງຂະແໜງສາທາລະນະສຸກໄດ້ວາງອອກ ພ້ອມທັງແນະນໍາໃຫ້ປະຊາຊົນເວລາເຈັບເປັນຕ້ອງໄປພົບແພດໝໍ ຫຼີກລ່ຽງການຊື້ຢາໄປກິນເອງ ເພາະອາດເປັນອັນຕະລາຍແກ່ຊີວິດຂອງປະຊາຊົນ; ພ້ອມກັນນັ້ນ ກໍ່ໃຫ້ເຝົ້າລະວັງພະຍາດທີ່ອາດຈະລະບາດຈາກສັດ ໃນຊວງລະດູຝົນນີ້;
  15. ສືບຕໍ່ຕິດຕາມເຝົ້າລະວັງ ແຕ່ຫົວທີສະພາບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງພັດທະນາລະບົບການແຈ້ງເຕືອນໃຫ້ທັນເວລາ ແລະ ແຈ້ງເຕືອນປະຊາຊົນ ໃຫ້ກຽມພ້ອມຮັບມືກັບພະຍຸລະດູຮ້ອນທີ່ອາດຈະເກີດຂຶ້ນ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ;
  16. ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ສະພາບການຂອງພາກພື້ນ ແລະ ສາກົນ ພ້ອມທັງຕີລາຄາຕໍ່ຜົນກະທົບທັງດ້ານບວກ ແລະ ດ້ານລົບ ຕໍ່ ສປປ ລາວ ຂອງພວກເຮົາ ແລ້ວລາຍງານຂັ້ນເທິງຢ່າງເປັນປົກກະຕິ;
    ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮຽກຮ້ອງໄປຍັງປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ, ພະນັກງານ-ລັດຖະກອນ, ກຳມະກອນ ແລະ ນັກຮຽນຮູ້ປັນຍາຊົນ ທຸກຖ້ວນໜ້າຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ ສູງກວ່າເວລາໃດໝົດ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມ ປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກ ດ້ວຍຄວາມຕື່ນຕົວ ແລະ ເປັນເຈົ້າການສູງ ເພື່ອເຮັດໃຫ້ການປ້ອງກັນ, ສະກັດກັ້ນພະຍາດ ໂຄວິດ-19 ຄັ້ງນີ້ ໄດ້ຮັບໄຊຊະນະ. ໃຫ້ສື່ມວນຊົນທຸກປະເພດລວມທັງ ສື່ອອນລາຍຕ່າງໆ ຈົ່ງຍົກສູງນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນບັນດາເຜົ່າອອກຂ່າວ, ໃຫ້ຂໍ້ມູນຂ່າວສານຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ແລະເປັນຜົນປະໂຫຍດສູງສຸດ ໃຫ້ແກ່ຊາດ ແລະ ປະຊາຊົນ, ຫຼີກເວັ້ນການອອກຂ່າວ, ໃຫ້ຂໍ້ມູນເທັດ ທີ່ຈະສ້າງຄວາມປັ່ນປ່ວນ ແລະ ເປັນຜົນກະທົບດ້ານລົບ ຕໍ່ຈິດໃຈ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ຂອງສັງຄົມ.