ອ່ານດ່ວນ! ອອກມາແລ້ວໃຜທີ່ກຳລັງມີແຜ່ນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະໂຄວິດຄວນປະຕິບັດດັ່ງນີ້:

ກະຊວງການຕ່າງປະເທດອອກຄຳແນະນໍາສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສະບັບໃໝ່ ໃນວັນທີ 1/6/2020 ມີລາຍລະອຽດດັ່ງນີ້:

ການປະທ້ວງທວງຄວາມຍຸຕິທຳໃຫ້ຊາຍຜິວດຳທີ່ຖືກຕຳຫຼວດຜິວຂາວໜີບຄໍຈົນເສຍຊີວິດຍັງຮຸນແຮງຂຶ້ນເລື່ອຍໆ

ວັນ​ທີ 25 ພຶດ​ສະ​ພາ​ຕາມ​ເວ​ລາ​ທ້ອງ​ຖິ່ນ,ວີ​ດີ​ໂອ​ຕອນ​ໜຶ່ງ​ທີ່​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອາ​ເມ​ຣິ​ກ​ປະ​ຕິ​ບັດ​ກົດ​ໝາຍ​ດ້ວຍ​ຄວາມຮຸນ​ແຮງ​ພາ​ໃຫ້​ລົມ​ເກີດ​ຫາງ​ສຽງ​ຢ່າງ​ແຮງ​ຂຶ້ນ

ໃນ​ວີ​ດີ​ໂອ​ຕອນ​ນີ້, ເຈ້າ​ໜ້າ​ທີ່​ຕຳ​ຫຼວດ​ຜູ້​ໜຶ່ງ​ໄດ້​ໃຊ້​ຫົວ​ເຂົ່າ​ໜີບຄໍ​ຜູ້​ຊາຍ​​ຜິວ​ດຳ​ຄົນ​ໜຶ່ງ,ຈົນນອນ​ຂວ້ຳ​​ຢູ່​ພື້ນ​ດິນ, ຍ້ອນສົງ​ໄສ​​ຜູ້​ກ່ຽວ​ໃຊ້​ເງິນ​ປອມ​ທີ່​ມູນ​ຄ່າ​ 20 ໂດ​ລາຢູ່​ຮ້ານ​ຄ້າແຫ່ງ​ໜຶ່ງ.

ຜູ້​ຊາຍ​​ຜິວ​ດຳຄົ້ນ​ນັ້ນ​ເໜັງ​ຕີງ​ບໍ່​ໄດ້, ​ທັງ​ຮ້ອງ​ຂໍ​ວ່າ“ຍອມ​ແລ້ວ, ຂ້ອຍ​ຫັນໃຈ​ບໍ່​ໄດ້​ແລ້ວ”, ​ແຕ່ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ 4 ຄົນ​ພັດ​ເຮັດ​ເລີຍ​ເມີຍ​ຕໍ່​ການ​ຮ້ອງ​ຂໍ,ສືບ​ຕໍ່​ໃຊ້​ຫົວ​ເຂົ່າ​ເຕັງ​ຄໍ​ຜູ້​ຊາຍ​ຄົ້ນ​ນັ້ນ​ເປັນ​ເວ​ລາ 8 ນາ​ທີ. ຫຼັງ​ຈາກ​ນັ້ນ,ຜູ້​ຊາຍ​ຄົນ​ນັ້ນ​​ໝົດ​ສະ​ຕິ​ໃນ​ທີ່​ສຸດ​ຈົນເສຍ​ຊີ​ວິດ.

ເຫດ​ການດັ່ງ​ກ່າວ​ພາ​ໃຫ້​​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ມີຄວາມ​ຄຽດ​ແຄ້ນ​ແລະກໍ່​ການ​ເຄື່ອນ​ໄຫວ​​ເດີນ​ຂະ​ບວນປະ​ທ້ວງ,
ປະ​ຊາ​ຊົນ​ທີ່​ປະ​ທ້ວງ​ໄດ້​ຮ້ອງ​ຄຳ​ຂວັນ​ຕ່າງໆ​ອອກ, ເຊັ່ນ “ ຂ້ອຍ​ຫັນ​ໃຈ​ບໍ່​ອອກ” “ຊີ​ວິດ​ຂອງ​ຄົນ​ຜິວ​ດຳ​ສຳ​ຄັນ​ຄື​ກັນ”

ຂ່າວ: CRI

ເຮັດໄດ້ລົງຄໍ!ເຫດຝັງເດັກນ້ອຍຫາກໍ່ເກີດທັງເປັນ

ສຳນັກຂ່າວຕ່າງປະເທດລາຍງານວ່າ ໄດ້ເກີດເຫດທີ່ອິນເດຍມີຊາວບ້ານໄດ້ຍິນສຽງ “ອູແວ້” ຂອງເດັກນ້ອຍຫາກໍ່ເກີດທີ່ຖືກຝັງໃນດິນແຕ່ລອດມາໄດ້ຫລັງຊາວບ້ານມາພົບໂດຍບັງເອີນແລະ ຊ່ວຍຊິວິດເອົາໄວ້ທີ່ຫມູ່ບ້ານໂຊໂນໂຣ ລັດອຸດຕະຣະປະເທດ ພາກເໜືອຂອງອິນເດຍ

ເດັກນ້ອຍຖືກຝັງໃນດິນຜົງຊາວບ້ານເພີ່ນໄດ້ດືງຂື້ນມາແລ້ວຮິບຝ້າວສົງໄປໂຮງຫມໍ ທ່ານຫມໍລະບຸວ່າເດັກກືນດິນເຂົ້າໄປຫລາຍຈົນໄປຕັນລະບົບຫາຍໃຈ ແຕ່ຕອນນີ້ອາການປົກກະຕິ ມີຜູ້ຍິງໃນຫມູ່ບ້ານອາສາຮັບເດັກໄປລ້ຽງ ຊິມັກເຫັນຂ່າວເອົາເດັກນ້ອຍໄປຖິ້ມຢູ່ເລື່ອຍໆ
ຊື່ງມີຄົນຈຳນວນຫນື່ງຢາກໄດ້ລູກແທບຕາຍຫາທຸກວິທີເພື່ອທີ່ຈະມີລູກຫມົດເງິນເທົ່າໃດບໍ່ວ່າຂໍພຽງແຕ່ໄດ້ ເຖິງແມ້ຕົວເອງບໍ່ແມ່ນຄົນໃຫ້ກຳເນິດກໍ່ຕາມກໍ່ຮັກເຂົາກວ່າຊິວິດຕົວເອງ

ແຕ່ກໍ່ມີຄົນຈຳນວນຫນື່ງເປັນຜູ້ໃຫ້ກຳເນິດເຂົາມາແຕ່ກ້າທີ່ຈະຂ້າກ້າທີ່ຈະຖິ້ມເຂົາ ໂຫດເກີນໄປ ບໍ່ຄິດເລີຍເດັກນ້ອຍເກີດໃຫມ່ຖືກຖິ້ມຊິເປັນແນວໃດ?ແມ່ນຕາຍແນ່ນອນ. ແມ້ແຕ່ຜູ້ໃຫຍ່ແຟນຖິ້ມຊື່ໆຍັງຕາຍເລີຍ ຕາຍດ້ວຍການຂ້າຕົວຕາຍ ຕາຍດ້ວຍການຕອມໃຈຕາຍ ອາລົມຂອງຄົນຖືກຖິ້ມຄົງເຂົ້າໃຈກັນເນາະແມ້ແຕ່ໄດ້ຍິນຄຳວ້າຖືກຖິ້ມຍັງຮູ້ສືກບໍ່ສະບາຍໃຈແລ້ວຖ້າຖືກຖິ້ມແທ້ໆຄົງຕ້ອງຮັກສາໃຈອິກດົນນານ ຖິ້ມກັນນະມັນເຈັບຮູ້ບໍ່!

ແມງໄມ້ເຂົ້າຫູ ຄວນເຮັດແນວໃດ? ວິທີປະຖົມພະຍາບານເບື້ອງຕົ້ນແບບງ່າຍໆໃນຍາມສຸກເສີນ

ແມງໄມ້ເຂົ້າຫູອັນຕະລາຍບໍ່? ຄວນຕ້ອງເຮັດແນວໃດມາເບິ່ງວິທີປະຖົມພະຍາບານເບື້ອງຕົ້ນງ່າຍໆ ທີ່ທ່ານເຮັດໄດ້ເພື່ອຄວາມປອດໄພ.

ຫູເປັນອະໄວຍະວະທີ່ມີໜ້າທີ່ຫຼາຍຢ່າງໃນເວລາດຽວກັນ ທັງຮັບຄື້ນສຽງທີ່ມາຈາກພາຍນອກ ແລະ ແປງເປັນສັນຍານສົ່ງຕໍ່ໄປຫາສະໝອງອີກທັງຍັງຊ່ວຍຄວບຄຸມການຊົງຕົວໃນຂະນະທີ່ຮ່າງກາຍເຄື່ອນໄຫວ ຊຶ່ງຖ້າຫາກມີຫຍັງ

ເກີດຂຶ້ນໃນຫູກໍ່ອາດຈະສ່ຽງຕໍ່ການໄດ້ຮັບບາດເຈັບ ແລະເກີດການເຮັດວຽກຜິດປົກກະຕິ ເຊັ່ນເສຍການຊົງຕົວຫຼືຫູອື້ໂດຍສະເພາະແມງໄມ້ຕົວນ້ອຍຫາກເຂົ້າໄປໃນຫູກໍ່ອາດຈະນຳເອົາເຊື້ອໂລກເຂົ້າໄປດ້ວຍເຮັດໃຫ້ກີດຕິດເຊື້ອຕາມ

ມາໃນພາຍຫຼັງມື້ນີ້ເຮົາຈິ່ງຈະພາທຸກຄົນມາຮຽນຮູ້ວິທີປະຖົມພະຍາບານເບື້ອງຕົ້ນໃນກໍລະນີມີແມງໄມ້ເຂົ້າຫູ ເພື່ອທີ່ຈະໄດ້ຮັບມືກັບບັນຫານີ້ໄດ້ຢ່າງຖືກຕ້ອງທີ່ເກີດເຫດການສຸກເສີນ.

*ແມງໄມ້ເຂົ້າຫູອັນຕະລາຍບໍ່?

ໂດຍສະເພາະແມງໄມ້ ເພາະແມງໄມ້ທີ່ອາດຈະນຳເຊື້ອໂລກທີ່ກໍ່ໃຫ້ເກີດໂລກຫູອັກເສບ ຫຼືເຊື້ອລາໃນຊ່ອງຫູ ຖ້າຫາກເປັນເຫັບ ແລະ ໝັດໝາກໍ່ແຮງຈະເຮັດໃຫ້ອັນຕະລາຍເພີ່ມຂຶ້ນ ເພາະນໍ້າລາຍຂອງໝັດຈະກໍ່ໃຫ້ເກີດອາການຄັນຢ່າງຮຸ່ນແຮງ ສ່ວນເຫັບກໍ່ມີເຊື້ອແບກທີເຣຍເມື່ອເຂົ້າສູ່ກະແສເລືອດກໍ່ອາດຈະເຮັດໃຫ້ເກີດການຕິດເຊື້ອໃນກະເເສເລືອດທີ່ເປັນອັນຕະລາຍຕໍ່ສຸຂະພາບ.

*ແມງໄມ້ເຂົ້າຫູ ອາການເປັນແນວໃດ ແລະຮູ້ສຶກເປັນແນວໃດ?

ເມື່ອມີແມງໄມ້ເຂົ້າຫູແລ້ວອາການທີ່ສັງເກດໄດ້ຊັດເຈນກໍ່ຄືອາການປວດຫູແບບກະທັນຫັນ ແລະຈະຮູ້ສຶກຄືກັບວ່າມີບາງສິ່ງບາງຢ່າງຢູ່ໃນຫູ ຖ້າແມງໄມ້ຍັງບໍ່ຕາຍກໍ່ຮູ້ສຶກຄືກັບວ່າມີອັນໃດອັນໜຶ່ງຍ່າງ ຫຼືບິນຢູ່ໃນຫູ ເຮັດໃຫ້ເກີດຄວາມລຳຄານໄດ້ ທັງນີ້ຫາກເປັນແມງໄມ້ຕົວໃຫຍ່ກໍ່ອາດຈະເຮັດໃຫ້ຮູ້ສຶກແໜ້ນໆ ພາຍໃນຫູ ຫຼືເຮັດໃຫ້ຫູຕຶງໄປໃນຊົ່ວຂະນະ.

*ແມງໄມ້ເຂົ້າຫູ ປະຖົມພະຍາບານແນວໃດ?

ແມງໄມ້ທີ່ສາມາດເຂົ້າໄປໃນຫູໄດ້ນັ້ນ ມີຫຼາກຫຼາຍຊະນິດ ບໍ່ວ່າຈະເປັນແມງໄມ້ຕົວນ້ອຍ ເຊັ່ນ ມົດ, ຍຸງ, ແມງໝີ່, ແມງເມົ່າ, ແມງວັນ, ເຫັບ, ໝັດ ຫຼືລວມທັງແມງໄມ້ຕົວໃຫຍ່ ເຊັ່ນ ແມງຊາບເປັນຕົ້ນ ຊຶ່ງວິທີແກ້ໄຂບັນຫາແມງໄມ້ເຂົ້າຫູມີດັ່ງນີ້:

ຫາກມີແມງໄມ້ເຂົ້າຫູ ຄວນຟ້າວງ່ຽງຫົວເບື້ອງທີ່ມີແມງໄມ້ເຂົ້າໄປໃນຫູນັ້ນຂຶ້ນ ແລ້ວໃຊ້ເບບີ້ອອຍລ, ນໍ້າມັນໝາກກອກ, ນໍ້າມັນພືດ ຫຼືຢາຢອດຫູ ຄ່ອຍໆ ຢອດລົງໄປໃນຫູ ໂດຍດຶງໃບຫູໄປຫາເບື້ອງຫຼັງເພື່ອໃຫ້ຮູຫູຢູ່ໃນລວງ

ຕັ້ງສາກ ເພື່ອແມງໄມ້ສາມາດໜີຂຶ້ນ ຫຼືລອຍຂຶ້ນມາໄດ້ ຈາກນັ້ນຢູ່ໃນທ່າເກົ່າປະມານ 15-30 ນາທີ ເພື່ອໃຫ້ແມງໄມ້ທີ່ເຂົ້າໄປໃນຫູຕາຍ ແລະລອຍຂຶ້ນມາເອງ ທັງນີ້ຫາກແມງໄມ້ເຂົ້າໄປໃນຫູແລ້ວມີອາການເຈັບພາຍໃນຫູ ບໍ່ຄວນຢອດ

ນໍ້າມັນໃດໆລົງໄປ ເພາະອາດຈະເຮັດໃຫ້ອາການຍິ່ງຮຸນແຮງຂຶ້ນກວ່ານີ້ ອີກທັງຍັງບໍ່ຄວນໃຊ້ນິ້ວມື ຫຼືສິ່ງຂອງລົງໄປແກະ ຫຼືເຄ່ຍເພາະອາດຈະເຮັດໃຫ້ແມງໄມ້ລົງໄປເລິກກວ່າເກົ່າ ແລະ ອາດເປັນອັນຕະລາຍຕໍ່ແກ້ວຫູ ແລະຫູຊັ້ນກາງໄດ້.

ແນວໃດກໍ່ຕາມ ຫາກແມງໄມ້ທີ່ເຂົ້າຫູຕົວນ້ອຍ ເຊັ່ນ ແມງເມົ່າ, ແມງໝີ່ ຫຼືຍຸງ ຖ້າຍັງບໍ່ຕາຍກໍ່ສາມາດໃຊ້ວິທີໃຊ້ລໍ້ໃຫ້ອອກມາໄດ້ໂດຍນໍາໄຟສາຍສ່ອງເຂົ້າໄປໃນຫູຈັກໜ້ອຍໜຶ່ງ ແຕ່ວິທີນີ້ຈະຕ້ອງເຮັດໃນທີ່ມືດສະໜິດ ແລະບໍ່ມີແສງເຂົ້າເທົ່ານັ້ນ.

ທາງນີ້ຫາກເຮັດຕາມວິທີຂ້າງເທິງແລ້ວແມງໄມ້ບໍ່ອອກມາ ຫຼືມີອາການແຊກຊ້ອນແນວອື່ນ ເຊັ່ນ ອາການປວດຫູຢ່າງຮຸນແຮງ ມີເລືອດຫຼືນໍ້າໄຫຼອອກມາຈາກຫູ ຫູອື້ຈົນບໍ່ໄດ້ຍິນສຽງກໍ່ຄວນໄປຫາໝໍຜູ້ຊຽວຊານດ້ານຫູຄໍປາກດັງ ໃນທັນທີ ບໍ່ຕ້ອງປະໄວ້ດົນ ເພາະອາດເກີດການຕິດເຊື້ອຈົນເຮັດໃຫ້ອາການຮ້າຍແຮງຂຶ້ນ.

ແມງໄມ້ເຂົ້າຫູ ປ້ອງກັນໄດ້

ສ່ວນໃນເລື່ອງຂອງວິທີປ້ອງກັນ ວິທີທີ່ດີທີ່ສຸດກໍ່ຄືຫຼີກລ່ຽງຈາກບໍລິເວນທີ່ມີແມງໄມ້ຫຼາຍ ແຕ່ຖ້າຫາກຕ້ອງຢູ່ບໍລິເວນທີ່ມີແມງໄມ້ຫຼາຍເປັນເວລາດົນນານກໍ່ຄວນທີ່ຈະຊອກແນວມາຕັນຫູໄວ້ ຫາກບໍ່ມີກໍ່ໃຊ້ສຳລີມາອັດຕັນໄວ້

ແທນກໍ່ໄດ້ ເພື່ອປ້ອງກັນບໍ່ໃຫ້ແມງໄມ້ເຂົ້າຫູ ນອກຈາກນີ້ຍັງບໍ່ຄວນໃຫ້ໝາ ຫຼືສັດລ້ຽງຂຶ້ນມານອນເທິງຕຽງ ເພາະອາດຈະເຮັດໃຫ້ເຫັບ ແລະໝັດຕົກຢູ່ເທິງບ່ອນນອນແລະເຂົ້າຫູໄດ້. ບັນຫາເລື່ອງແມງໄມ້ເຂົ້າຫູ ເປັນສິ່ງທີ່ເກີດຂຶ້ນໄດ້ສະເໝີ ດັ່ງນັ້ນຈິ່ງຄວນລະມັດລະວັງ ແລະຢູ່ຫ່າງຈາກແຫຼ່ງທີ່ມີແມງໄມ້ຢູ່ເປັນຈໍານວນຫຼາຍຈະດີທີ່ສຸດ ແລະຄວນໝັ່ນທຳຄວາມສະອາດຫູຢູ່ສະເໝີ ເພາະຫູທີ່ເປື້ອນກໍ່ສາມາດດືງດູດແມງໄມ້ໄດ້ເຊັ່ນກັນ.

ລຸກເປັນໄຟ ການປະທ້ວງຊາວຜິວສີໃນມິນນິແອໂພລິສແຜ່ລາມ

ລາຍງານ 30 ພຶດສະພາ 2020 ໂດຍອ້າງອີງຈາກຂໍ້ໂດຍແຫຼ່ງຂ່າວລະດັບສູງໃນກະຊວງປ້ອງກັນປະເທດ ສ.ອາເມຣິກາ ທີ່ເປີດເຜີຍກັບສຳນັກຂ່າວ AP ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ປະຊຸມສຸກເສີນຜ່ານທາງໂທລະສັບ ເມື່ອວັນພະຫັດ (28 ພຶດສະພາ) ທີ່ຜ່ານມາ ກັບທ່ານ ມາກ ເອສເປີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ໂຣເບິດ ໂອໄບອັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ເຈົ້າໜ້າທີ່ລະດັບສູງດ້ານຄວາມໝັ້ນຄົງອີກຫຼາຍທ່ານ ກ່ຽວກັບສະພາບການປະທ້ວງທີ່ຮຸນແຮງເລື່ອງສີຜິວທີ່ເມືອງມິນນີແອໂພລິສໃນລັດມິນນິໂຊຕາ ທີ່ບານປາຍໄປຍັງອີກຫຼາຍລັດໃນປະເທດ.

ແຫຼ່ງຂ່າວກ່າວວ່າ ຜູ້ນຳ ສ.ອາເມຣິກາ ຕັ້ງຄຳຖາມຕໍ່ກອງປະຊຸມວ່າຈະເຮັດແນວໃດຫາກສະຖານະການການປະທ້ວງຮຸນແຮງ ແລະ ບານປາຍຈົນຍາກເກີນຄວບຄຸມ, ເຖິງຈະບໍ່ຊັດເຈນວ່າທ່ານ ໂດໂນ ທຣຳໄດ້ຄຳຕອບແບບໃດ ແຕ່ຫຼັງຈາກນັ້ນບໍ່ດົນທ່ານ ມາກ ເອສເປີ ໄດ້ສັ່ງໄປຍັງຖານທັບຟອດ ແບຼກທີ່ລັດນໍແຄໂຣໄລນາ ແລະ ຖານັທບ ຟອດ ດຼຳ ໃນລັດນິວຢອກໃຫ້ລະດົມກຳລັງພົນທະຫານ ແລະ ຕ້ອງເດີນທາງເຖິງຈຸດໝາຍຄືເມືອງມິນນີແອໂພລິສພາຍໃນ 4 ຊົ່ວໂມງ ຫາກໄດ້ຮັບຄຳສັ່ງ.

ໃນດ້ານແຫຼ່ງຂ່າວ 3 ຄົນ, ໂດຍ 2 ໃນ 3 ເປັນເຈົ້າໜ້າທີ່ໃນກະຊວງປ້ອງກັນປະເທດກ່າວເສີມວ່າ ເມື່ອໃດກໍ່ຕາມ ທີ່ໄດ້ຮັບຄຳສັ່ງທະຫານຈາກຖານທັບຟອດ ດຼຳ ຈະເລັ່ງເດີນທາງໄປກ່ອນເພາະຢູ່ໃກ້ກວ່ານອກຈາກນີ້ຍັງມີການສັ່ງໃຫ້ຖານທັບຟອດ ຄາສັນ ໃນລັດໂຄໂລຣາໂດ ແລະ ຖານທັບຟອດ ໄຣລີ ໃນລັດແຄນຊັສ ກຽມເຈົ້າໜ້າທີ່ພ້ອມອອກປະຕິບັດການພາຍໃນ 24 ຊົ່ວໂມງ ໂດຍການລະດົມພົນຄັ້ງນີ້ອາດໃຊ້ກຳລັງທະຫານຈາກຖານທັບທັງ 4 ແຫ່ງລວມກັນປະທານ 800 ຄົນ.

ສຳລັບການລະດົມກຳລັງພົນທະຫານຄັ້ງນີ້ ທ່ານ ໂດໂນ ທຣຳ ອາໄສອຳນາດຕາມກົດໝາຍການຈະລາຈົນ ສະບັບປີ 1807 ເຊິ່ງຜູ້ນຳ ສ.ອາເມຣິກາຄົນຫຼ້າສຸດກ່ອນໜ້າທ່ານ ໂດໂນ ທຣຳ ທີ່ໃຊ້ອຳນາດຈາກກົດໝາຍດັ່ງກ່າວຄື ທ່ານ ຈອດເອສ ດັບເບີຢູ ບຸດ ລະດົມກຳລັງທະຫານຄວບຄຸມ ແລະ ຍຸຕິສະຖານະການຄວາມຮຸນແຮງທີ່ນະຄອນລອສແອນເຈລິສ ເຊິ່ງສານພິຈາລະນາຍົກຟ້ອງຕຳຫຼວດ 3 ຈາກ 4 ຄົນ ທີ່ຮ່ວມກັນທຳຮ້າຍຮ່າງກາຍທ້າວ ຣັອດນີ ຄິງ ນັກຂຽນ ແລະ ນັກເຄື່ອນໄຫວຜິວສີ ເມື່ອປີ 1992 ໂດຍການຈະລາຈົນຄັ້ງນັ້ນກິນເວລາ 6 ວັນ ມີຜູ້ເສຍຊີວິດ 63 ຄົນ, ໄດ້ຮັບບາດເຈັບຫຼາຍ 2,000 ຄົນ ແລະ ຖືກຈັບຫຼາຍກວ່າ 12,000 ຄົນ.

ໃນດ້ານລັດເຊຍຈໍເຈຍ, ທ່ານ ໄບຣອັນ ເຄມ ເຈົ້າຄອງລັດໄດ້ອອກຄຳສັ່ງລະດັບລັດເມື່ອຕອນເຊົ້າມືດຂອງວັນເສົານີ້ ຕາມເວລາທ້ອງຖິ່ນປະກາດສະຖານະການສຸກເສີນດ້ານຄວາມໝັ້ນຄົງ ແລະ ໄດ້ລະດົມກຳລັງຈາກກອງກຳລັງປົກປ້ອງມາຕຸພູມ 500 ຄົນເພື່ອສະໜັບສະໜູນກຳລັງຕຳຫຼວດໃນການຄວບຄຸມສະຖານະການການປະທ້ວງ.

ເຊິ່ງຊະນວນເຫດຂອງການປະທ້ວງມາຈາກການເສຍຊີວິດຂອງທ້າວ ຈອສ ຟລອຍຊາຍຜິວສີ ອາຍຸ 46 ປີ ໃນເມືອງມິນນີແອໂພລິສ ລັດມິນນິໂຊຕາຈາກການທີ່ຕຳຫຼວດຜິວຂາວຄົນໜຶ່ງກົດເຂົ່າໃສ່ຄໍຂອງທ້າວ ຟລອຍລະຫວ່າງກັບກຸມຈາກການທີ່ທ້າວ ຟລອຍ ພະຍາຍາມໃຊ້ເງິນຟອມເພື່ອຊື້ເຄື່ອງເມື່ອວັນທີ 25 ພຶດສະພາ ທີ່ຜ່ານມາ.

ເຊິ່ງກຸ່ມຜູ້ປະທ້ວງຕ່າງກໍ່ພາກັນໂຮຮ້ອງດ້ວຍຄວາມຄຳວ່າ “I can’t breathe”ເພື່ອຮຽກຮ້ອງຄວາມເປັນທຳໃຫ້ກັບທ້າວ ຟລອຍ ເຊິ່ງເປັນປະໂຫຍກສຸດທ້າຍທີ່ທ້າວ ຟລອຍ ເວົ້າອອກມາກ່ອນເສຍຊີວິດ ຈາກການຖືກເຈົ້າໜ້າທີ່ຕຳຫຼວດໃຊ້ເຂົ່າກົດຄໍຂະນະຈັບກຸມ

ຂ່າວ:​ idsala.com

ວອນສັງຄົມຊ່ວຍເຫຼືອນ້ອງແດ່! ຜູ່ທີ່ຮູ້ໂຄງການຊ່ວຍເຫລືອ ເດັກນ້ອຍເປັນແບບນີ້(ຜົວໜັງລອກ)

ມີຜູ່ໃໍຊ້ Facebook ຊື່ Toukta Touk ໄດ້ໂພສວ່່າ: ມີໃຜຮູ້ໂຄງການຊ່ວຍເຫລືອ ເດັກນ້ອຍເປັນແບບນີ້ບໍເຫັນແລ້ວອີ່ຕົນ…ຊ່ວງນີ້ໂຄວິດເພີ່ນສົ່ງຢາມາບໍ່ໄດ້ ໃຊ້ນຳ້ມັນ ຫມາກພ້າວ ນ້ຳມັນງາ ທາເພື່ອບັນເທົາຜິວແຫ້ງ

ເດັກອາຍຸ 1 ປີ, ນຳ້ຫນັກ 4.9, ບໍ່ທັນຂວ້າມ ບໍ່ນັ່ງ ບໍ່ຄານ ຢູ່ບ້ານ ນາສ້ຽວ ເມືອງ ນາຊາຍທອງ ນະຄອນຫລວງ

Poor little boy, He is 1 year old, only 4,9 kg
He still can not rollover, sit on his own
Do we have any association or foundation for helping him in Laos?

ຖ້າທ່ານໃດຮູ້ໝໍຫຼື ມີບ່ອນແນະນຳສາມາດຕິດຕໍ່ຫາ Facebook ນີ້ເລີຍ https://www.facebook.com/toukta.touk

ວອນ​ຜູ້​ໃຈ​ບຸນ​ຊ່ວຍ​ເຫຼືອ​ຜູ້​ລະ​ເລັກຜູ້ນ້ອຍ​ໄຟໄໝ້​ເຮືອນ

ວອນ​ຜູ້​ໃຈ​ບຸນ​ຊ່ວຍ​ເຫຼືອ​ຜູ້​ລະ​ເລັກຜູ້ນ້ອຍ
ເລື່ອງ​ມີ​ຢູ່​ວ່າ​ໄຟໄໝ້​ເຮືອນ​ຫຼານຊາຍ​ຂອງຂ້ອຍ​ ບ້ານ ມົກໄປຼ ເມືອງ​ ຮຸນ ແຂວງ​ ອຸດົມ​ໄຊ​ຕອນເວລາ 09:30 ເຊົ້າ​ ຂອງ​ວັນ​ທີ 28​/5/2020

ສາເຫດ​: ຍ້ອນ​​ລືມ​ມອດໄຟ ແລ້ວ​ຜູ້​ເປັນ​ເມຍ​ກໍ​ໄປ​ນັ່ງ​ຫລິ້ນ​ຢູ່​ເຮືອນ​ພີ່ນ້ອງ​ຕາມພາສາບ້ານນອກເຮົາ ສ່ວນ​ຜູ້​ເປັນ​ຜົວ​ໄປ​ໄຮ່​ຕອບ​ແຮງ​ງານ​ ຫື ໃສ່​ແຮງ​ເຂົາ​ ເລີຍ​ບໍ່​ມີ​ຜູ້ຢູ່​ເຮືອນ​ ເລີຍ​ເຮັດ​ໃຫ້​ໄຟ​ໄໝ້​ຟືນ​ແລ້ວ​ລາມ​ໄປ​ໄໝ້​ຟ້າເຮືອນ ຕອນ​ນີ້​ສະພາບ​ເຮືອນ​ເຫຼືອແຕ່​ເສົາ ແລະ​ ສະພາບ​ຄົນ​ເຫຼືອ​ແຕ່​ຊຸດ​ຕິດ​ໂຕ

ຝາ​ກ​ເປັນ​ອຸທາຫອນ​ເຖິງ​ສັງຄົມ​ແດ່ເດີ​ເປັນ​ບົດຮຽນ​ ໃຫ້​ລະມັດ​ລະວັງ​ເລື່ອງ​ຟືນ​ເລື່ອງ​ໄຟ​ ໃຫ້ມີ​ສະຕິ​ຕະຫຼອດ​ເວລາ​ ຈະອອກຈາກເຮືອນໃຫ້ມອດຟືນມອດໄຟ ໃຫ້​ຈົບ​ດີ​ກ່ອນ​ອອກຈາກເຮືອນ​

ໂຄວິດ​-19 ເຮັດ​ໃຫ້​ເສດຖະກິດ​ຂະຫຍາຍ​ຕົວ​ຊ້າ​ກະຢູ່ຍາກແລ້ວ ດັນ​ໄຟໄໝ້​ເຮືອນ​ອີກ​ອີ​່ຕົນເຈົ້າ​ເດ​ຫຼານຊາຍ​ຂ້ອຍຫຼັງ ຈາກ​ແຕ່ງ​ດອງ​ຢູ່​ນຳ​ກັນ​ມາ​ໄດ້​ 3 ປີກວ່າ ແລະ ພ້ອມກັນ​ກັນ​ສູ້ຊີວິດ​ຮ່ວມ​ສຸກ​ຮ່ວມ​ທຸກ​ ແລະ ກຳລັງ​ສ້າງ​ເນື້ອ​ສ້າງ​ຕົວ​ນຳກັນ​ມາ​ໄດ້​ເຮືອນ​ 1 ຫຼັງ, ລູກ​ສາວ​ 1 ຄົນ ແລະ​ ລົງ​ເຮືອນ​ຈາກ​ພໍ່ແມ່​ມາ​ຢູ່​ເອງ​ໄດ້ 5 ເດືອນ​ກວ່າຈະ​ໄດ້​ເຮືອນ​ 1 ຫຼັງ​ບໍ່​ແມ່ນ​ຂອງ​ງ່າຍໆ ເຖິງ​ຈະເປັນເຮືອນ​ໄມ້​ນ້ອຍ​ໆ​ ລາຄ່າຖືກ​ກໍຕາມ​ ແຕ່​ຖ້າ​ທຽບໃສ່​ເສດຖະກິດເຂດ​ບ້ານ​ນອກເຮົາ​ ສ້າງ​ໄດ້​ຊ່ຳນີ້​ກໍ​ສົມຄວນ​ແລ້ວ​ຊັບສິນ​ໃນ​ເຮືອນ​ທີ່​ເສຍ​ໄປ​
1. ເງິນ​ສົດ​ 1,300,000 ກີບ
2. ເງິນ​ໝັ່ນ​ 3 ໝັ່ນ
3. ຄຳ 3 ສະຫລຶງ
4. ເຂົ້າ​ສານ​ 3 ເປົ້າ
ໄຟໄໝ້​ບໍ່​ເຫຼືອ​ຫຍັງ​ຈັກ​ຢ່າງ​😭😭ຕອນນີ້

ສຳລັບ​ຜູ້​ໃຈ​ບຸນ​ຢາກ​ຊ່ວຍ​ເຫຼືອ ຫຼື ບໍລິຈາກ​ເຄື່ອງນຸ່ງ​ຫົ່ມ​ ຫຼື​ເງິນ​ຄຳ​ເລັກໆນ້ອຍໆ​ ເພື່ອ​ຊ່ວຍເຫຼືອ​ ຫຼື ບັນເທົາ​ທຸກ​ ແລະ​ ອົບ​ອຸ່ນ​ຈິດໃຈ​ນຳ​ຄອບຄົວ​ຜູ້​ປະສົບ​ໄພ​

ວັນທິດ​ນີ້​ຂ້ອຍຈະຝາກເຄື່ອງນຸ່ງຫົ່ມຂ້ອຍຂອງຈຳນວນ​ໜຶ່ງ​ເມື່ອ​ບ້ານ​ ໃຜ​ທີ່​ຢາກ​ບໍລິຈາກ​ເຄື່ອງນຸ່ງ​ຫົ່ມ​ເກົ່າ​ກໍ​ສາມາດ​ບໍລິຈາກ​ໄດ້​ ຕອນນີ້​ຂ້ອຍ​ຍັງ​ຢູ່​ນະຄອນ​ວຽງ​ຈັນ​

ພົວພັນ​ໄດ້​ທີ່​ເບີ​​ຂ້ອຍ​ທັງ​ວອດແອດ ແລະ​ ໂທ​
https://wa.me/8562058022060

ເຈົ້າ​ຂອງ​ເຮືອນ ຊື່​ ທ.​ ດວງ
ເບີ​ໂທ​: 0309476538

ຄ່າໄຟຟ້າເປັນບັນຫາລະດັບຊາດ

ການເພີ່ມຂຶ້ນຢ່າງໜ້າຕົກໃຈຂອງຄ່າກະແສໄຟຟ້າ ຢູ່ແຕ່ລະຄົວເຮືອນໃນໄລຍະເດືອນເມສາແລະ ພຶດສະພາ ນີ້ ໄດ້ກາຍເປັນບັນຫາທີ່ປະຊາຊົນກໍຄືສັງຄົມໄດ້ອອກມາວິພາກວິຈານ ໃນສື່ສັງຄົມອອນລາຍຢ່າງກວ້າງຂວາງ ແລະ ຖືວ່າເປັນບັນຫາໃຫຍ່ລະດັບຊາດກໍວ່າໄດ້, ຍ້ອນວ່າຄ່າກະແສໄຟຟ້າຂອງຫລາຍຄອບຄົວ ໄດ້ເພີ່ມຂຶ້ນແບບທະວີຄູນທົບເທົ່າກໍວ່າໄດ້, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ລາຍຈ່າຍຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນຜູ້ທີ່ຫາເຊົ້າກິນຄໍ່າ ກໍຄື ຜູ້ທີ່ມີລາຍຮັບຕໍ່າ.

ຂະນະດຽວກັນການເພີ່ມຂຶ້ນຂອງຄ່າໄຟຟ້າແບບຜິດປົກກະຕິນີ້ ມັນໄດ້ສວນທາງກັບຄໍາສັ່ງຂອງນາຍົກລັດຖະມົນຕີ ທີ່ມອບໝາຍໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ເລັ່ງຄົ້ນຄວ້ານະໂຍບາຍຫລຸດຄ່າໄຟຟ້າ ໃຫ້ປະຊາຊົນເພື່ອຫລຸດຜ່ອນຜົນກະທົບ ໃນໄລຍະທີ່ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລາໂລກສາຍພັນ ໃໝ່ COVID-19. ແນ່ນອນ, ບັນຫານີ້ເມື່ອໄດ້ເກີດຂຶ້ນແລ້ວ ກໍແກ້ໄຂຄືນບໍ່ໄດ້ເໝືອນດັ່ງເຄີຍເກີດຂຶ້ນຜ່ານມາແລ້ວ, ແຕ່ສິ່ງທີ່ຫລາຍຄົນໃຫ້ຄວາມສົນໃຈ ແລະ ຕັ້ງຄຳຖາມກັນຫລາຍນັ້ນ ກໍຄືວ່າເປັນຫຍັງເຫດການແບບນີ້ຈຶ່ງມັກເກີດຂຶ້ນເລື່ອຍໆ, ມັນເກີດຂຶ້ນຈາກຈຸດໃດ ແລະ ຈະມີວິທີແກ້ໄຂແນວໃດ?

ແນວໃດກໍຕາມ, ນັບແຕ່ມີກະແສວິຈານ ຈາກສັງຄົມຢ່າງກວ້າງຂວາງ ກໍມີຜູ້ຮັບຜິດຊອບລະດັບຕ່າງໆ ຂອງລັດວິສາຫະກິດໄຟຟ້າລາວໄດ້ອອກມາຊີ້ແຈງຕໍ່ສັງຄົມຜ່ານສື່ຕ່າງໆ ກ່ຽວກັບການຄິດໄລຄ່າກະ ແສໄຟຟ້າທີ່ໄດ້ມີການປັບປຸງໃໝ່ ຕາມຄໍາສັ່ງຂອງລັດຖະບານ ເພື່ອໃຫ້ປະຊາຊົນກໍຄືສັງຄົມ ມີຄວາມເຂົ້າ ໃຈແຈ້ງຕື່ມຕໍ່ບັນຫາດັ່ງກ່າວ ແລະ ເມື່ອບໍ່ດົນມານີ້, ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກໍໄດ້ໃຫ້ສໍາພາດກັບໂທລະພາບແຫ່ງຊາດ ເພື່ອຢໍ້າຄືນກ່ຽວກັບພາລະບົດບາດ ແລະການດໍາເນີນທຸລະກິດຂອງໄຟຟ້າລາວ ລວມເຖິງຊີ້ແຈງໃນບັນຫາຄ່າໄຟຟ້າຂອງຫລາຍຄົວເຮືອນທີ່ສູງຂຶ້ນໃນໄລຍະນີ້ໂດຍໄດ້ຢັ້ງຢືນວ່າ: ໄຟຟ້າລາວ ບໍ່ໄດ້ມີເຈດຕະນາຕົ້ມຕຸນ ຫລື ຕົວະປະຊາຊົນ, ຖ້າຫາກປະ ຊາຊົນມີຂໍ້ສົງໃສ ຫລື ກວດພົບວ່າການບັນທຶກຕົວເລກໝໍ້ນັບໄຟຜິດພາດກໍສາມາດສະເໜີຫາລັດວິສາຫະກິດໄຟຟ້າເພື່ອໃຫ້ໄປກວດກາຄືນໄດ້, ຊຶ່ງທາງໄຟຟ້າລາວ ໄດ້ແຕ່ງຕັ້ງຄະນະຮັບພິຊອບບັນຫາດັ່ງກ່າວຢູ່ທຸກສາຂາໃນທົ່ວປະເທດແລ້ວ.

ທ່ານອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ຕື່ມວ່າ: ໜ້າທີ່ຂອງໄຟຟ້າລາວແມ່ນປະຕິ ບັດແນວທາງນະໂຍບາຍຂອງພັກ-ລັດ ເພື່ອພັດທະນາ ແລະ ຂະຫຍາຍຕາໜ່າງໄຟຟ້າໄປສູ່ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ ແລະ ໃນຂະນະດຽວກັນກໍຕ້ອງດໍາເນີນທຸລະກິດໃຫ້ມີຜົນກໍາໄລອີກດ້ວຍ. ແນວໃດກໍດີ ຜ່ານການເກັບກໍາສະຖິຕິຂໍ້ມູນຂອງລັດວິສາຫະກິດໄຟຟ້າລາວເຫັນວ່າ ໃນໄລ ຍະເດືອນເມສາ, ພຶດສະພາ ແລະ ມິຖຸນາ ຂອງທຸກໆປີ ແມ່ນຈະມີການຊົມໃຊ້ພະລັງງານຂອງຄົວເຮືອນເພີ່ມຂຶ້ນ, ເຊິ່ງອາດຈະມີສາເຫດມາຈາກເປັນເດືອນທີ່ມີອາກາດຮ້ອນເອົ້າທີ່ສຸດຂອງປີ, ເຮັດໃຫ້ພວກເຮົາຕ້ອງໄດ້ເປີດພັດລົມ, ແອເຢັນ ແລະ ຕູ້ເຢັນ, ເຊິ່ງເຄື່ອງໃຊ້ໄຟຟ້າດັ່ງກ່າວຕ້ອງເຮັດວຽກໜັກຂຶ້ນປະກອບກັບໃນເດືອນເມສາ ກໍແມ່ນໃນໄລຍະປີໃໝ່ລາວ ເຮັດໃຫ້ຫລາຍຄົວເຮືອນແມ່ນນໍາໃຊ້ໄຟຟ້າເພີ່ມຂຶ້ນ, ພິ ເສດໃນປີນີ້ ພວກເຮົາຖືກໄລຍະຂອງການກັກໂຕຢູ່ເຮືອນ ເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ເຊິ່ງເປັນສາເຫດໃຫ້ຊົມໃຊ້ໄຟຟ້າສູງຂຶ້ນ ແລະ ຄ່າໄຟຟ້າກໍສູງຂຶ້ນເຊັ່ນກັນ. ແນວໃດກໍຕາມ, ຕໍ່ບັນຫາຄ່າກະແສໄຟຟ້າສູງແບບຜິດປົກກະຕິນີ້, ສັງຄົມກໍໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຄວນມີການກວດກາກັນໃຫ້ລະອຽດເພື່ອໃຫ້ຮູ້ວ່າມັນເປັນຍ້ອນສາເຫດອັນໃດແທ້ ເພື່ອຈະໄດ້ແກ້ແບບຖືກຈຸດ, ຖືກບ່ອນ, ຖ້າເປັນນໍາລະບົບກໍຕ້ອງແກ້ໄຂລະບົບ ຫລື ຖ້າເປັນຍ້ອນຄົນກໍຕ້ອງໄດ້ແກ້ໄຂຄົນ ເພື່ອບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ ຂປລ

ກົດໝາຍການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ

ສະບາຍດີເພື່ອຜູ້ອ່ານທຸກຄົນ ໃນຄໍລຳ ກົດໝາຍ ມື້ນີ້ຜູ້ຂຽນຈະມາຂຽນກ່ຽວກັບ “ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ” ໂດຍຈະຍົກຕົວຢ່າງເລື່ອງລາວທີ່ເກີດຂຶ້ນຈິງໃນສັງຄົມປັດຈຸບັນທີ່ພວກເຮົາເຫັນໄດ້ທົ່ວໄປ ເຊິ່ງເລື່ອງມີຢູ່ວ່າ

ທ້າວ ສອນ (ນາມສົມມຸດ) ໄດ້ແຕ່ງງານກັບນາງ ສຸກ (ນາມສົມມຸດ) ເປັນເວລາ 3 ປີ ແລະ ພວກເຂົາກໍ່ໄດ້ມີລູກຊາຍນຳກັນ 1 ຄົນ ຕໍ່ມາທ້າວ ສອນ (ຜູ້ເປັນຜົວ) ໄດ້ໄປຮຽນຍົກລະດັບທີ່ຕ່າງປະເທດເປັນເວລາ 1 ປີ ແລະ ໃນລະຫວ່າງການຮຽນທີ່ຕ່າງປະເທດນັ້ນ, ທ້າວ ສອນໄດ້ມອບໝາຍໃຫ້ຍາດພີ່ນ້ອງ ແລະ ເພື່ອນຄົນສະໜິດຄອຍສອດສ່ອງເບິ່ງແຍງຄອບຄົວແທນຕົວເອງ ຫຼັງຈາກນັ້ນເຂົາກໍ່ໄດ້ຮັບຮູ້ວ່າໃນລະທີ່ຕົນຮຽນຢູ່ຕ່າງເທດ ຜູ້ເປັນເມຍໄດ້ຫຼິ້ນບ່າວ ໂດຍຍາດພີ່ນ້ອງໄດ້ເຮັດການຕິດຕາມ ພ້ອມສົ່ງຫຼັກຖານໃຫ້ທ້າວ ສອນຮູ້ຢ່າງເປັນໄລຍະ ຫຼັງຈາກທີ່ທ້າວ ສອນ ຮຽນຈົບກັບມາ ດ້ວຍຄວາມບໍ່ເຊື່ອໃຈກໍ່ໄດ້ເຮັດການສືບຕິດຕາມພຶດຕິກຳຂອງຜູ້ເປັນເມຍຈົນແນ່ໃຈວ່າເມຍຫຼິ້ນບ່າວຢ່າງທີ່ມີຄົນລາຍງານໃຫ້ຕົນຮູ້ແທ້, ມີວັນໜຶ່ງພວກເຂົາໄດ້ມີປາກສຽງຜິດໃຈກັນ ທ້າວ ສອນ ເພື່ອຫຼີກລ່ຽງການລົງມືຕົບຕີ ທ້າວ ສອນຈິ່ງໄດ້ຕັດສິນໃຈເກັບເຄື່ອງອອກຈາກເຮືອນມາພັກຜ່ອນຢູ່ເຮືອນຂອງພໍ່ແມ່ ຜ່ານໄປໜຶ່ງອາທິດທ້າວ ສອນ ກໍ່ໄດ້ກັບເມືອເຮືອນ ຍ້ອນຄິດຮອດລູກ ແຕ່ຜູ້ເປັນເມຍບໍ່ຍອມຮັບ ແລະ ເອີ່ຍຄຳຂໍຢ່າ ແຕ່ຜູ້ເປັນເມຍບອກຈະເອົາຊັບສິນສົມສ້າງທັງໝົດພ້ອມກັບລູກໃຫ້ທ້າວ ສອນ ຜູ້ເປັນຜົວໄປແຕ່ຕົວ ທ້າວ ສອນ ຈິ່ງໄປຂໍຄຳປຶກສາກັບເພື່ອນຜູ້ຮູ້ກົດໝາຍເພື່ອນເຮັດການຮ້ອງຟ້ອງ ເຊິ່ງມີ 3 ຫົວຂໍ້ທີ່ທ້າວ ສອນ ຕ້ອງການຟ້ອງເມຍຄື:

  1. ຟ້ອງປະເມຍຍ້ອນເມຍເຮັດຜິດໄປຫຼິ້ນຊູ້
  2. ຕ້ອງການໄດ້ລູກມາຢູ່ໃນການດູແລຂອງຕົນເອງຝ່າຍດຽວ
  3. ວ່າດ້ວຍຊັບສິນສົມສ້າງ

ໃນກໍລະນີຂອງທ້າວ ສອນ ແລະ ເມຍ ທັງ 3 ຂໍ້ທີ່ທ້າວ ສອນ ຕ້ອງການຟ້ອງເມຍ ທາງດ້ານກົດໝາຍໄດ້ລະບຸໄວ້ຢ່າງຊັດເຈນໃນ ກົດໝາຍ ວ່າດ້ວຍຄອບຄົວ (ສະບັບປັບປຸງໃໝ່) ໃນພາກທີ 4  ຊັບສົມບັດຂອງຄູ່ຜົວເມຍ, ໃນມາດຕາທີ 20, ມາດຕາ 28 ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ແລະ ມາດຕາທີ 23 ການຮັກສາ ແລະ ລ້ຽງດູລູກ ເຊິ່ງລະບຸໄວ້ດັ່ງນີ້:

  1. ທ້າວ ສອນ ສາມາດເຮັດການຟ້ອງຢ່າຮ້າງ ນາງ ສຸກໄດ້ ໂດຍອີງໃສ່ມາດຕາທີ 20 ໃນກໍລະນີຂອງນາງ ສຸກ ແມ່ນໄດ້ກະທຳຜິດຕໍຜົວທາງມິດສະຈານ
  2. ໃນກໍລະນີນີ້ ທ້າວ ສອນ ແລະ ນາງ ສຸກ ທັງສອງມີລູກນຳກັນ 1 ຄົນ ແລະ ຕົກລົງກັນບໍ່ໄດ້ ເນື່ອງຈາກຕ່າງຝ່າຍກໍ່ຢາກໄດ້ສິດໃນການລ້ຽງດູລູກພຽງຝ່າຍດຽວ ໃນກົດໝາຍ ວ່າດ້ວຍຄອບຄົວກໍ່ໄດ້ລະບຸໄວ້ໃນມາດຕາທີ 23 ການຮັກສາ ແລະ ລ້ຽງດູລູກວ່າ: ຖ້າຜົວເມຍຫາກບໍ່ເຫັນດີນຳກັນ ກ່ຽວກັບການຮັກ ແລະ ລ້ຽງດູລູກ ພາຍຫຼັງການຢ່າຮ້າງແລ້ວ ສານຕ້ອງຕັດສິນມອບເດັກໃຫ້ຢູ່ນຳພໍ່ ຫຼື ແມ່ ໂດຍຖືເອົາຜົນປະໂຫຍດຂອງເດັກ ແລະ ຕາມລະບຽບກົດໝາຍ ໃນມາດຕາ 28 ກໍ່ລະບຸໄວ້ຕື່ມວ່າ ລູກທີ່ຍັງບໍ່ຮອດອາຍຸກະສຽນ 18 ປີ ຫາກຢູ່ນຳຜູ້ໃດ ຜູ້ນັ້ນກໍ່ຈະໄດ້ຮັບສ່ວນແບ່ງໜຶ່ງສ່ວນສາມຂອງສິນສົມສ້າງນັ້ນ ເພື່ອການລ້ຽງດູລູກ, ສ່ວນທີ່ເຫຼືອນັ້ນໃຫ້ຜົວ ແລະ ເມຍແບ່ງກັນຄົນລະເຄິ່ງຜົວເມຍທີ່ຢ່າຮ້າງກັນແລ້ວ ຕ້ອງເບິ່ງແຍງ, ລ້ຽງດູ ແລະ ສຶກສາອົບຮົບລູກ. ສານກຳນົດເອົາການໃຊ້ຈ່າຍ ໃນການລ້ຽງດູລູກຈົນຮອດກະສຽນອາຍຸ 18 ປີ ໃນການຕົກລົງຂອງຜົວເມຍ ຫຼື ຕາມຄຳຕັດສິນຂອງສານ ໃນກໍລະນີທີ່ຜົວເມຍຕົກລົງກັນບໍ່ໄດ້.
  3. ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໃນມາດຕາ 28 ການແບ່ງປັນຊັບສົມບັດຂອງຄູ່ຜົວເມຍ ໄດ້ລະບຸໄວ້ດັ່ງນີ້: 1. ຊັບເດີມຂອງຝ່າຍໃດກໍ່ໃຫ້ເປັນກຳມະສິດຂອງຝ່າຍນັ້ນ ແລະ 2.ຊັບສິນສົມສ້າງຂອງຄູ່ຜົວເມຍ ໃຫ້ແບ່ງປັນກັນຄົນລະເຄິ່ງ ຍົກເວັ້ນເສຍແຕ່ວ່າຜົວ ຫຼື ເມຍ ຜູ້ກະທຳຜິດໃນຖານທຳມິດສະຈານ, ສໍ້ໂກງ ຫຼື ຍັກຍອກສິນສົມສ້າງ ໂດຍມີຄຳຕັດສິນຢ່າງເດັດຂາດຈາກສານ, ຝ່າຍທີ່ທຳຜິດນັ້ນ ກໍ່ຈະໄດ້ຮັບແຕ່ພຽງໜຶ່ງສ່ວນສາມຂອງສິນສົມສ້າງເທົ່ານັ້ນ.

ມື້ນີ້ຜູ້ຂຽນຂໍຈົບລົງເທົ່ານີ້ ແລະ ມື້ໃໝ່ຈະມານຳສະເໜີໃຫ້ຮູ້ກ່ຽວກັບກົດໝາຍຫຍັງຕື່ມ ຕ້ອງຕິດຕາມກັນຕໍ່ໄປ.

ເອກະສານອ້າງອີງຈາກ:
ປື້ມກົດໝາຍ: ກົດໝາຍ ແລະ ນິຕິກຳໃນຂົງເຂດການປົກຄອງ ແລະ ຍຸຕິທຳ
ຈັດພິມໂດຍ: ກົມໂຄສະນາອົບຮົມຮົບກົດໝາຍ (2016)

78% ຂອງຜູ່ທີຕິດເຊື້ອໂຄວິດ-19 ຢຸ່ຕ່າງປະເທດແມ່ນບໍ່ສະແດງອາການ

ຕາມຂໍ້ມູນຂອງສາກົນຍັງຊີ້ໃຫ້ເຫັນວ່າພາຍຫຼັງປິ່ນປົວດີແລ້ວ ກວດບໍ່ພົບເຊື້ອແລ້ວ ກັບຄືນມາກວດວິເຄາະພັດພົບເຊື້ອຄືນອີກ ເຊິ່ງພົບໄດ້ເຖິງ 20-30% ດ້ວຍເຫດນີ້ ຈຶ່ງມີມາດຕະການຕໍ່ຜູ້ທີ່ປິ່ນປົວດີແລ້ວ ກວດເຊື້ອບໍ່ພົບ 2 ເທື່ອຕິດຕໍ່ກັນ ໂດຍໄດ້ແນະນຳໃຫ້ຄົນເຈັບກັບເມືອຈຳກັດບໍລິເວນຕົນເອງຢູ່ເຮືອນຕໍ່ອີກ 14 ຫລື 28 ມື້ແລ້ວກັບມາກວດຢັ້ງຢືນອີກຄັ້ງ. ບໍ່ຈຳເປັນແທ້ໆບໍ່ໃຫ້ອອກໄປນອກ ໃຫ້ຢູ່ເຮືອນ ເຮັດວຽກຢູ່ເຮືອນ. ຖ້າອອກໄປນອກຕ້ອງໃສ່ຜ້າອັດປາກ, ຢູ່ໄກກັນຮັກສາໄລຍະຫ່າງ, ໝັ່ນລ້າງມື ແລະ ອື່ນໆ. ສະນັ້ນຖ້າຄົນທີ່ຖືເຊື້ອບໍ່ມີອາການຫຍັງສະແດງ ເມື່ອຢູ່ໃນສັງຄົມເຮົາກໍສາມາດແຜ່ເຊື້ອໄດ້.

ການສຶກສາຄົ້ນຄວ້າຢູ່ຕ່າງປະເທດໃຫ້ຮູ້ວ່າຈຳນວນເຊື້ອໄວຣັສໂຄວິດຢູ່ໃນຄົນຕິດເຊື້ອແລ້ວບໍ່ມີອາການ ກັບຄົນທີ່ຕິດ ເຊື້ອແລ້ວມີອາການບໍ່ຕ່າງກັນ, ມີຫຼັກຖານຢັ້ງຢືນວ່າຄົນຕິດເຊື້ອທີ່ບໍ່ສະແດງອາການສາມາດສົ່ງເຊື້ອໄປຫາຜູ້ອື່ນໄດ້. ຫຼັກຖານການຄົ້ນຄວ້າທີ່ຕີພິມລົງໃນວາລະສານການແພດທີ່ມີຊື່ສຽງລະດັບໂລກຂອງປະເທດອັງກິດ ຊີ້ໃຫ້ເຫັນວ່າ ປະມານ 78% (ຈາກຕົວເລກກວດທັງໝົດ 166 ຄົນ ພົບວ່າ 130 ຄົນ) ຂອງຄົນເຈັບທີ່ຕິດເຊື້ອໂຄວິດ-19 ບໍ່ມີອາການສະແດງອອກ ເຊັ່ນ: ບໍ່ມີອາການໄອ, ບໍ່ໄຂ້, ບໍ່ເຈັບຄໍ, ບໍ່ປວດເມື່ອຍຕົນຕົວ, ບໍ່ຫາຍໃຈຍາກ, ປົກກະຕິທຸກຢ່າງ. ພະຍາດໂຄວິດ-19 ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ

ຕົວຢ່າງເຊັ່ນ: ມາຮອດປັດຈຸບັນເຮົາຍັງບໍ່ທັນມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າຢາປິ່ນປົວຊະນິດໃດ, ຢາກຸ່ມໃດ ທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບພະຍາດດັ່ງກ່າວ. ໃນທາງດຽວກັນເຊື້ອພະຍາດກໍຍັງເລິກລັບຊັບຊ້ອນສະແດງອອກບ່ອນວ່າບາງຄັ້ງຄົນເຮົາຖືເຊື້ອແຕ່ບໍ່ສະແດງອາການອອກ; ຫຼັງການປິ່ນປົວແລ້ວ ອອກໂຮງໝໍແລ້ວ ຍັງກັບມາມີເຊື້ອບວກຄືນໃໝ່. ພົບຜູ້ຕິດເຊື້ອ ໂຄວິດ-19 ທີ່ບໍ່ມີອາການສະແດງອອກ ຈາກຜູ້ຕິດເຊື້ອ ເຊິ່ງຜູ້ຕິດເຊື້ອທີ່ມີອາການສະແດງອອກ ຫຼື ບໍ່ມີອາການສະແດງ ແມ່ນມີເຊື້ອບໍ່ຕ່າງກັນ ສາມາດແຜ່ເຊື້ອໄປຫາຄົນອື່ນໄດ້, ສ່ວນຜູ້ທີ່ອອກໂຮງໝໍແລ້ວກໍຍັງຕ້ອງຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະກັບມາກວດກາຢັ້ງຢືນຄືນອີກ, ເພາະຕາມຂໍ້ມູນວິຊາການຂອງສາກົນພົບວ່າຄົນເຈັບທີ່ປິ່ນປົວດີແລ້ວ ກັບມາມີເຊື້ອຄືນອີກເຖິງ 20-30%.