ກວດເຊັກໂຕເອງດ່ວນ 8 ສັນຍານເຕືອນ! ພາວະໂຣກຈິດ

ອາການທີ່ບົ່ງບອກວ່າເລີ່ມມີຄວາມຜິດປົກກະຕິທາງຈິດ ທີ່ສາມາດສັງເກດໄດ້ກ່ອນໄປພົບແພດ ຄືຄວາມຜິດປົກກະຕິຂອງການຮັບຮູ້, ການຕັດສິນໃຈ, ອາລົມ, ຫາກພົບອາການຕ້ອງສົງໃສຄວນໄປພົບແພດກ່ອນອາການຈະຮຸນແຮງ.

ສັນຍາເຕືອນຂອງໂຣກຈິດ ເປັນອາການທີ່ພົບໄດ້ເລື້ອຍໆ ບໍ່ແມ່ນເກນໃນການວິໄຈ ບາງອາການອາດບໍ່ໄດ້ມີຄວາມຈຳ ເພາະແຕ່ກັບໂຣກຈິດອາດເປັນໂຣກທາງຈິດຕະເວດຊະນິດອື່ນໆກໍ່ໄດ້ ດັ່ງນັ້ນຫາກມີຄວາມສົງໃສເກີດຂຶ້ນ ກໍ່ຄວນໄປປຶກສາຈິດຕະແພດ ເຊິ່ງອາການທີ່ບົ່ງບອກສາມາດສັງເກດໄດ້ດັ່ງນີ້:

1. ແຍກຕົວ ເກັບຕົວຫຼາຍຂຶ້ນ (Social withdrawal)

2. ມີພຶດຕິກຳປ່ຽນແປງ/ແປກໄປ (Unusual behavior) ເຊັ່ນ: ການສະສົມຂອງບາງຢ່າງ, ລັກສະນະການແຕ່ງກາຍ, ການດູແລຕົວເອງ.

3. ມີຄວາມຍາກລຳບາກໃນການຄິດ/ຕັດສິນໃຈ (Difficulty making choices)

4. ຫລົງລືມ/ສົນໃຈສິ່ງໃດໄດ້ບໍ່ດົນ/ບໍ່ມີສະມາທິ (Problems with concentration and attention)

5. ມີບັນຫາໃນການສື່ສານ/ການເຂົ້າໃຈຄວາມໝາຍຂອງຄົນອື່ນ ຫຼື ສັງຄົມ (Problems with communication and perception)

6. ມີຄວາມຄິດແປກໆ ບໍ່ຄືເກົ່າ ເລີ່ມເຊື່ອໃນສິ່ງທີ່ບໍ່ເປັນຈິງ (Unusual thoughts)

7. ຫູຟາດ ເຫັນພາບຫຼອນ (Hallucinations)

8. ເລີ່ມມີຄວາມຖົດຖອຍໃນການດຳເນີນຊີວິດປະຈຳວັນ/ການຮຽນ/ການເຮັດວຽກ

ຫາກເກີດອາການຕ່າງໆ ເຫລົ່ານີ້ຢ່າງໜ້ອຍອາທິດລະຄັ້ງ ເປັນເວລາໄລຍະຢ່າງໜ້ອຍໜຶ່ງເດືອນ ແລະ ຄ່ອຍທເປັນໜັກຂຶ້ນໃນຊ່ວງເວລາເປັນປີຄວນໄປປຶກສາຈິດຕະແພດ.