ບັນດາຫ້າງຮ້ານ ກະກຽມຕັ້ງຮ້ານຂາຍເຄື່ອງຢູ່ງານບຸນອອກພັນສາທີ່ທ່າວັດຈັນ

ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະຈຳປີ 2020 ເຖິງວ່າເຈົ້າພາບເມືອງຈັນທະບູລີຈະຈັດບໍ່ໃຫຍ່ຄືປີຜ່ານມາ ຍ້ອນການລະບາດຂອງພະຍາດໂຄວິດ-19 ກໍຕາມ

ແຕ່ບັນຍາກາດການກະກຽມຕັ້ງຮ້ານຂາຍເຄື່ອງຂອງຊາວຄ້າຂາຍກໍມີຄວາມຄືກຄື້ນ ມາຮອດວັນທີ 29 ກັນຍາ 2020 ເພື່ອຮອງຮັບໃຫ້ຜູ້ທີ່ມາທ່ຽວຊົມງານບຸນທາງການທີ່ຈະໄດ້ຈັດຂຶ້ນວັນທີ 1-3 ຕຸລາ 2020 ຈະໄດ້ມີບ່ອນຈັບຈ່າຍຊື້ສິ່ງຂອງຄືກັບທຸກປີຜ່ານມາ ແລະ ພ້ອມພາກັນທ່ຽວຊົມງານບຸນດ້ວຍຄວາມເບີກບານມ່ວນຊື່ນ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາຕະຫຼອດໄປ.

.

ພາບຂ່າວ: ນສພ ວຽງຈັນໃໝ່