ຕາອີຕົນເດ ລົດຕ່າງໝູເສຍຫລັກປິ້ນຢູ່ທາງຂຶ້ນພູ9ຫລັກ ເສຍຊີວິດ2ຄົນ

ໃນຕອນເຊົ້າວັນທີ 29 ກັນຍາ 2020 ເວລາ​ 04:26 ນາທີ ມີລົດບັນທຸກຫມູຕຳຫນ້າຜາແຄມທາງ ຢູ່ເສັ້ນທາງພູຜາເຈ້ຍ ບ້ານນາເມືອງ ເມືອງນານ ແຂວງ​ຫລວງພະບາງ​ ​ ອຸປະຕິເຫດ ເຮັດໃຫ້ມີຄົນເສຍຊີວິດຄາທີ່​ 02 ຄົນ

ຜູ້ທີ 1​ ທ້າວ ສອນເພັດ ກັນຍາເດດ ອາຍຸ​ 40 ປີ ສັນຊາດລາວ​ ບ້ານຢູ່ປັດຈຸບັນ ບ້ານໂພນໄຊ​ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ຜູ້ທີ 2​ ທ້າວ​ ສິດ​ ອາຍຸ​ 34 ປີ ສັນຊາດ​ລາວ​ ບ້ານ​ຢູ່​ປັດຈຸບັນ​ ບ້ານດ່ານ ເມືອງ​ຫ້ວຍ​ຊາຍ ແຂວງ​ບໍ່ແກ້ວ

ສ່ວນໝູຕາຍຄາທີຫຼາຍໂຕເຕີບ ສ່ວນໂຕທີ່ລອດແມ່ນແລ່ນເຂົ້າປ່າ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິ

ພາບ-ຂ່າວ: ກາແດງຫລວງພະບາງ