ສະຖານີລົດເມ ນະຄອນຫຼວງວຽງຈັນ ສ້າງມາໄດ້ຫຼາຍປີແລ້ວ ຍັງບໍ່ແລ້ວ.
ໂຄງການນີ້, ແມ່ນບໍລິສັດຈິດຈະເລີນ ກໍ່ສ້າງຈຳກັດ ເປັນຜູ້ລົງທຶນສຳປະທານ, ໂດຍອອກແບບຮ່ວມກັນລະຫວ່າງບໍລິສັດ ນິກເກນ ເຊນເກອິ ຂອງຍີ່ປຸ່ນ ທີ່ເປັນຜູ້ອອກແບບຜັງລວມຂອງສະຖານີ ແລະ ບໍລິສັດ ສສ.ຫຽດນາມ ອອກແບບລະອຽດເພື່ອກໍ່ສ້າງທັງໝົດ, ເຊິ່ງແມ່ນບໍລິສັດຈິດຈະເລີນກໍ່ສ້າງຈຳກັດ ເປັນຜູ້ລົງທຶນສຳປະທານໃນໄລຍະ 70 ປີ ແລະ ສາມາດຕໍ່ໄດ້ອີກ 20 ປີ ດ້ວຍມູນຄ່າລົງທຶນ 40 ລ້ານກວ່າໂດລາສະຫະລັດ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2015 ຕາມແຜນການແມ່ນຈະໃຊ້ເວລາກໍ່ສ້າງ 3 ປີໃຫ້ສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2018.

ທ່ານ ຄຳພູນ ເຕເມລາດ ຜູ້ອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 6 ມັງກອນ 2016 ວ່າ: ໂຄງການກໍ່ສ້າງສະຖານີລົດເມ ນະຄອນຫຼວງວຽງຈັນ ເປັນອາຄານ 12 ຊັ້ນ ໂດຍການອອກແບບຂອງບໍລິສັດ NIKKEN SEKKEI ຂອງຍີ່ປຸ່ນ ໂດຍແມ່ນ ບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ສຳປະທານ ໃນໄລຍະ ເວລາ 70 ປີ

ດ້ວຍມູນຄ່າການລົງທຶນ 47,5 ລ້ານໂດລາສະຫະລັດ ຫຼື ປະມານ 370 ຕື້ກີບ ຈະໃຊ້ເວລາການກໍ່ສ້າງ 3 ປີໃຫ້ສຳເລັດ ກໍ່ຄືຕາມສັນຍາ ວັນທີ 15 ກັນຍາ 2018 ໄດ້ເປີດນຳໃຊ້ ເຊິ່ງໃນຈຳນວນ 12 ຊັ້ນຂອງອາຄານ ໄດ້ແບ່ງອອກເປັນ 2 ໂຊນຄື: ໂຊນໜຶ່ງ ປະກອບມີ 5 ຊັ້ນ ຈະເປັນບ່ອນຈອດລົດທົ່ວໄປ ສ່ວນໂຊນທີ 2 ມີ 12 ຊັ້ນ ຄືຊັ້ນ 1 ຈະເປັນສະຖານີຈອດລົດເມຊັ້ນ 2 ຈະເປັນຫ້ອງການບໍລິການຂອງລັດວິສາຫະກິດລົດເມອີກ 5 ຊັ້ນ ທັດຂຶ້ນໄປ ເປັນຮ້ານຊັບພະສິນຄ້າ ແລະ ຊັ້ນທີ່ເຫຼືອນັ້ນ ແມ່ນຫ້ອງການໃຫ້ເຊົ່າ ສ່ວນຊັ້ນດາດຟ້າ ຈະສ້າງເປັນຮ້ານອາຫານ ແລະ ເປັນບ່ອນຊົມວີວ ຕົວເມືອງນະຄອນຫຼວງວຽງຈັນ

ເຖິງຢ່າງໃດກໍ່ດີ, ການກໍ່ສ້າງມາຮອດປະຈຸບັນ ແມ່ນຍັງບໍ່ສໍາເລັດເນື່ອງຈາກຫຼາຍປັດໃຈ.
