ເປີດນິມິດໝາຍ ຍຸກໃໝ່ແຫ່ງການຜະລິດຄຳ

ໃນ​ວັນ​ທີ 24 ກັນຍາ ຜ່ານ​ມາ ລັດຖະມົນຕີ​ກະຊວງ​ພະລັງ ງານ ແລະ ບໍ່​ແຮ່ ທ່ານ ຄຳ​ມະນີ ອິນ​ທິ​ລາດ ພ້ອມ​ຄະນະ, ລວມ ​ມີລັດຖະມົນຕີ​ປະຈຳ​ສຳນັກ ງານ​ນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍ​ປາວ​ເຮີ ແລະ ຮອງ​ເຈົ້າແຂວງ​ສະຫວັນ​ນະ​ເຂດ ທ່ານ ທ່ອນ​ແກ້ວ ພຸດ​ທະ​ໄກ​ຍາ​ລາດ

ໄດ້​ລົງ​ກວດກາ​ການ ​ພັດທະນາ​ບໍ່​ຄຳ​-​ທອງ ເຊ​ໂປນ ຂອງ​ບໍລິສັດ ລ້ານ​ຊ້າງ ມີ​ເນ​ໂຣນ ລິ​ມິ​ເຕັດ (ລຊມລ) ຢູ່ ເມືອງ ວິລະ​ບູ​ລີ ແຂວງ​ສະຫວັນ​ນະ​ເຂດ, ຈາກ​ທີ່​ທ່ານເຄີຍ​ໄດ້​ລົງ​ໄປ​ຢ້ຽມຢາມ​ຄັ້ງ​ຫຼ້າ​ສຸດ ໃນ​ປີ 2014 ຊຶ່ງ​ເປັນ​ໄລຍະ​ທີ່ ບໍລິສັດ ລຊມລ ໄດ້​ເປັນ​ບໍລິສັດ​ບໍ່​ແຮ່​ທອງ ໃນ​ລະດັບ​ສາກົນ ທີ່​ໃຫຍ່​ທີ່​ສຸດ​ໃນ ສປປ ລາວ.

ການ​ຢ້ຽມຢາມ​ຄັ້ງ​ນີ້ ເປັນ ​ນິມິດ​ໝາຍ​ສຳຄັນ​ໃຫ້​ແກ່​ບໍລິ ສັດ ທີ່​ໄດ້​ຫັນປ່ຽນ​ຈາກ​ການ​ຜະລິດ​ທອງ ກັບ​ມາສູ່​ໂຄງການ​ທີ່​ສຸມ​ໃສ່​ການ​ຜະລິດ​ຄຳ ເພື່ອ​ຍາດ​ເອົາ​ໂອກາດ​ຈາກ​ສະພາບ​ເສດຖະກິດ​ໂລກ​ໃນ​ປັດ​ຈຸ​ບັນ. ປີ 2020 ນີ້ ເປັນ​ປີ​ທີ່ ບໍລິສັດ ລຊມລ ສະເຫຼີມສະຫຼອງ “ຍຸກ​ໃໝ່​ແຫ່ງ​ການ​ຜະລິດ​ຄຳ” ຍ້ອນ​ບໍລິສັດ​ໄດ້​ບັນລຸ​ຫຼາຍ​ຂີດ​ໝາຍ​ສຳຄັນ

ເຖິງ​ແມ່ນ​ວ່າ ບໍລິສັດ​ຈະ​ພົບພໍ້​ກັບ​ຄວາມ​ທ້າ​ທາຍ​ຫຼາຍ​ປະການ​ຈາກການ​ລະບາດ​ຂອງ​ພະຍາດ ໂຄ​ວິດ-19 ກໍ​ຕາມ. ບໍລິສັດ ລຊມລ ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ສະ ໜັບສະໜູນ​ລັດຖະບານ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຈາກການ​ຕິດ ເຊື້ອ​ພະຍາດ​ດັ່ງກ່າວ ໃຫ້​ແກ່​ພະນັກງານ, ຄອບຄົວ​ຂອງ​ພະ ນັກງານ ແລະ ຊຸມ​ຊົນ ໃນ​ໄລຍະ​ວິ​ກິດ​ການ​ໂຣກລະບາດນີ້.

ໃນ​ປີ​ນີ້ ບໍລິສັດ ລຊມລ ໄດ້​ຫັນ​ກັບ​ຄືນ​ມາ​ຂຸດ​ຄົ້ນ​ແຮ່​ຄຳ ເປັນ​ຄັ້ງ​ທຳອິດ ໂດຍ​ໄດ້​ເລີ່ມ​ເປີດ​ນຳ​ໃຊ້​ໂຮງງານ​ປຸງ ແຕ່ງ​ – ​ຜະລິດ​ຄຳ ທີ່​ໄດ້​ສ້ອມ​ແປງ ​-​ ປັບປຸງ​ຄືນໃໝ່ ເພື່ອ​ໃຫ້​ສາມາດ​ເລີ່ມ​ຜະລິດ​ຄຳ​ຈາກ​ແຮ່​ຄຳ​ອ໊ອກ​ໄຊ​ ແລະ ໃນ​ບໍ່​ດົນ​ມາ​ນີ້ ທາງ​ບໍລິສັດ​ກໍ​ໄດ້​ເປີດ​ໂຮງງານ​ປຸງ​ແຕ່ງ​ສິນ​ແຮ່​ແບບ​ຕີ​ຝອດ​-​ຟູ​ລອຍ ເພື່ອ​ໃຫ້​ສາມາດ​ເລີ່ມ​ຕົ້ນ​ການ​ຜະລິດ​ຄຳ​ຈາກ ແຮ່​ຄຳ​ເຄົ້າ.

ທ່ານ ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄດ້​ກ່າວ​ວ່າ: “ຂ້າພະເຈົ້າ​ມີ​ຄວາມ​ຍິນດີ​ທີ່​ໄດ້​ເຂົ້າ​ຮ່ວມ​ເປັນ​ນິມິດ​ໝາຍ ແລະ ເປັນ​ສັກຂີ​ພິຍານ ໃຫ້ແກ່​ຄວາມ​ຄືບ​ໜ້າສູ່​ການ​ເພີ່ມການຜະລິດ​ຄຳ ແລະ ຄວາມມຸ່ງໝັ້ນ ​ໄລຍະ​ຍາວ​ຂອງ​ບໍລິສັດ ລຊມລ ໂດຍ​ສະເພາະ​ແມ່ນ​ຕໍ່​ກັບ​ຄວາມ​ປອດ​ໄພ, ການຢຶດຖື​ ມາດຕະຖານ​ສາກົນ​ໃນການ​ຂຸດ​ຄົ້ນ​ບໍ່​ແຮ່ ແລະ ການ​ພັດທະນາ​ເສດ​ຖະ​ກິດ​ໃນ ສປປ ລາວ ຂ້າພະເຈົ້າ​ຫວັງ​ວ່າບໍລິ ສັດ ລຊມລ ຈະ​ສືບຕໍ່​ເປັນ​ບໍລິ ສັດ​ແນວ​ໜ້າ ພ້ອມ​ທັງ​ເປັນ​ບໍລິສັດ​ບໍ່​ແຮ່ ທີ່​ເປັນ​ແບບຢ່າງ​ທີ່​ດີເລີດ ແລະ ແບ່ງປັນ​ປະສົບ​ການ ແລະ ມາດຕະຖານ​ສາກົນ ໃຫ້​ແກ່​ຜູ້​ພັດທະນາ​ບໍ່​ແຮ່​ພາຍ​ໃນ​ອື່ນໆ ຢູ່​ໃນ ສປປ ລາວ.”

ການ​ກັບ​ຄືນ​ມາ​ຜະລິດ​ຄຳ ຈະ​ຍືດ​ອາຍຸ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຂອງ​ໂຄງການ​ຄຳ​-​ທອງ​ເຊ​ໂປນ ໄປ​ອີກ​ຢ່າງ​ຕ່ຳ 10 ປີ ແລະ ຈະ​ສືບຕໍ່ ສ້າງ​ວຽກ​ເຮັດ​ງານ​ທຳ, ສ້າງ​ລາຍ​ໄດ້ ກໍ​ຄື ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ເຈົ້າ​ພາບ. ບໍລິສັດ ລຊມລ ຈະ​ສືບຕໍ່​ປະກອບສ່ວນ​ໃສ່​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ຂອງ ສປປ ລາວ ໂດຍ​ຄາດ​ວ່າ ຈະ​ຜະລິດ​ແທ່ງ​ຄຳ ໄດ້​ປະມານ 250.000 ອອນ ຕໍ່​ປີ ພ້ອມ​ທັງ​ລົງທຶນ​ຫຼາຍ​ຂຶ້ນ​ໃສ່ວຽກ​ງານ​ສຳຫຼວດ ແລະ ໂຄງການ​ຂະຫຍາຍ​ອື່ນໆ.

ທ່ານ ພໍ ແຮ​ຣິສ ຜູ້​ຈັດການ​ໃຫຍ່ ລຊມລ ໄດ້​ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ຮູ້​ບຸນຄຸນ​ສູງ​ຕໍ່​ລັດຖະບານ​ລາວ ໂດຍ​ສະເພາະກະຊວງ​ພະລັງງານ ແລະ ບໍ່​ແຮ່ ທີ່​ໄດ້​ໃຫ້ການສະ ໜັບສະໜູນ​ໂຄງການ​ຄຳ​-​ທອງ​ເຊ​ໂປນ ສະເໝີ​ມາ ຊຶ່ງ​ໄດ້ຊ່ວຍ​ໃຫ້​ບໍລິສັດບັນລຸ​ຂີດ​ໝາຍ​ສຳຄັນ​ຫຼາຍ​ປະການ ໃນ​ການ​ກັບ​ຄືນ​ມາ​ຜະລິດ​ຄຳ ໄວ​ກວ່າ​ແຜນທີ່​ວາງ​ໄວ້.”

ຕັ້ງແຕ່​ເລີ່ມ​ດຳເນີນ​ການ​ຂຸດ​ຄົ້ນ​-​ຜະລິດ​ຄຳ​-​ທອງ​ໃນ​ປີ 2002, ໂຄງການ​ຄຳ​-​ທອງ​ເຊ​ໂປນ ໄດ້​ຜະລິດ​ແທ່ງ​ຄຳ​ຫຼາຍ​ກວ່າ 1,2 ລ້ານ ອອນ ແລະ ຜະລິດ​ແຜ່ນ​ທອງ​ຫຼາຍ​ກວ່າ 1 ລ້ານ​ໂຕນ; ໄດ້​ສ້າງ​ຜົນ​ປະໂຫຍດ​ໂດຍ​ກົງ​ຫຼາຍ​ກວ່າ 1,5 ຕື້ ໂດ​ລາ ໃຫ້​ແກ່ ສປປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີ​-​ອາກອນ, ພາສີ​ຊັບພະຍາກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ.

ນອກຈາກ​ນັ້ນ ໂຄງການ​ຄຳ​-​ທອງ​ເຊ​ໂປ​ນ​ຍັງ​ໄດ້​ສ້າງ​ຜົນ​ປະໂຫຍດ​ທາງ​ອ້ອມ ດ້ວຍ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ ຜ່ານ​ການ​ຝຶກ​ອົບຮົມ​ຕ່າງໆ, ການ​ພັດທະນາ​ຊຸມ​ຊົນ ແລະ ລາຍ​ໄດ້​ໃຫ້​ແກ່​ຜູ້​ຮັບ​ເໝົາ​ທ້ອງຖິ່ນ ອັນ​ໄດ້​ສ້າງ​ຜົນ​ປະໂຫຍດ​ທາງ​ບວກ​ຢ່າງ​ມະຫາສານ​ໃຫ້​ແກ່​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງ​ຄົມ.

ໃນ​ປີ 2003 ກໍ​ຄືໄລຍະ​ທີ່​ໄດ້​ມີ​ການ​ນຳ​ໃຊ້​ກຳລັງ ແຮງ​ງານ​ສູງ​ສຸດ, ໂຄງການ​ຄຳ​-​ທອງ​ເຊ​ໂປນ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ຫຼາຍ​ກວ່າ 5.000 ຄົນ ແລະ ໄດ້​ລົງທຶນ​ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ເຂົ້າ​ໃສ່​ການ​ພັດທະນາ ແລະ ການ​ຝຶກ​ອົບຮົມ​ພະນັກ​ງານ. ໃນ​ຊຸມ​ຊົນ​ເມືອງ ວິລະ​ບູ​ລີ ໄດ້​ມີ​ປະຊາຊົນ​ກວ່າ 14.000 ຄົນ ໄດ້​ຮັບ​ຜົນ​ປະໂຫຍດ​ຈາກ ໂຄງການ​ພັດທະນາ​ຊຸມ​ຊົນ ຂອງ​ໂຄງ ການ​ຄຳ​ -​ ທອງ​ເຊ​ໂປນ ລວມ​ມູນ​ຄ່າ 13 ລ້ານ​ໂດ​ລາ ແລະ ລາຍ​ໄດ້​ຂອງ​ກຸ່ມ​ທຸລະ​ກິດ​ທ້ອງຖິ່ນ​ກໍ​ໄດ້​ທະວີຄູນ ຂຶ້ນ​ເປັນ 32 ລ້ານ​ໂດ​ລາ.

ບໍລິສັດ ລຊມລ ໄດ້​ໂຈະ​ການ​ຜະລິດ​ຄຳ​ໃນ​ເດືອນ ທັນວາ 2013 ຍ້ອນ​ສິນ​ແຮ່​ຄຳ​ມີ​ຄຸນ​ນະ​ພາບຫຼຸດລົງ ແລະ ລາຄາ​ຂາຍ​ຄຳ​ຕົກຕ່ຳ​ລົງ. ການ​ກັບ​ຄືນ​ມາ​ຜະລິດ​ຄຳ ຈະ​ຮັບປະກັນ​ໃຫ້​ຜົນ​ປະໂຫຍດ​ເຫຼົ່າ​ນີ້ ສືບຕໍ່​ເສີມ ຂະຫຍາຍ​ຂຶ້ນ​ໄປ ແລະ ທັງ​ຈະ​ວາງ​ພື້ນຖານ​ດ້ານ​ເສດ​ຖະ​ກິດ-​ສັງຄົມ ທີ່​ເຂັ້ມແຂງ​ໃນ​ໄລຍະ ດຳເນີນ​ໂຄງການ ແລະ ພາຍຫຼັງ​ສິ້ນ​ສຸດ​ອາຍຸ​ການ​ຂຸດ​ຄົ້ນ​ບໍ່​ແຮ່.