ສາຍການບິນ Virgin Australia ລົ້ມລະລາຍ ຫຼັງບິນຝ່າວິກິດໄວຣັສບໍ່ໄຫວ
ມົນລະສຸມລູກໃຫຍ່ໃນອຸດສາຫະກຳການບິນທີ່ເກີດຈາກການລະບາດຂອງໄວຣັສ Covid-19 ຍັງບໍ່ຜ່ານໄປ ແລະ ຕອນນີ້ເປັນສາຍການບິນອັນດັບ 2 ຂອງ Australia ທີ່ຕ້ອງຂໍຄວາມຊ່ວຍເຫລືອ
ສາຍການບິນ Virgin Australia ຖະແຫລ່ງວ່າກຳລັງລົ້ມລະລາຍຫຼັງບໍ່ສາມາດຕໍ່ການບິນໄດ້ຕາມປົກກະຕິຈາກສະຖານນະການລະບາດ ແລະ ຍິນຍອມໃຫ້ Deloitte ບໍລິສັດທີ່ປຶກສາດ້ານການບໍລິຫານຈັດການ ເຂົ້າມາປັບໂຄງສ້າງ ພ້ອມຫາບໍລິສັດທີ່ຈະເຂົ້າມາຊື້ກິດຈະການເພື່ອໃຫ້ພົ້ນຈາກວິກີດເທື່ອນີ້

ການຕັດສິນໃຈດັ່ງກ່າວຂອງ Virgin Australia ມີຂຶ້ນຫຼັງລັດຖະບານ Australia ບໍ່ອະນຸມັດເງີນກູ້ກ້ອນໃຫຍ່ມູນຄ່າ 888 ລ້ານ ສະຫາລັດ (ຫຼືປະມານ 7,945,301 ລ້ານກີບ) ໃຫ້ Virgin Australia ນຳໄປແກ້ໄຂບັນຫາໜີ້ສະສົມແລະຂາດສະພາບຄ່ອງ

ແມ່ນມີກະແສຮຽກຮ້ອງໃຫ້ລັດຖະບານຢືນມືເຂົ້າມາຊ່ວຍ ເພື່ອບໍ່ໃຫ້ພະນັກງານ Virgin Australia ນັບໝື່ນຄົນຕ້ອງຕົກງານ

ສຳລັບ Virgin Australia ເປັນສາຍການບິນໃນກຸ່ມທຶນກິດຈະການບິນຂອງ Virgin Group ແລະ ເປັນສາຍການບິນທີ່ໃຫຍ່ເປັນອັນດັບສອງຂອງ Australia ຮອງຈາກ Qantas ກວມສ່ວນຕະລາດເສັ້ນທາງບິນໃນປະເທດຢູ່ທີ່ 31%
Virgin Australia ກໍ່ຕັ້ງເມື່ອປີ 2000 ແລະ ມີອີກ 4 ບໍລິສັດທີ່ຖືຫຸ້ນຢູ່ ໃນຈຳນວນນີ້ມີສາຍການບິນ Singapore Airlines ແລະ Etihad Airways ທັງໝົດຢູ່ນຳ ໂດຍມີພະນັກງານຢູ່ປະມານ 16,000 ຄົນ ແລະ ມີເຮືອບິນຢູ່ 130 ລຳ

ສ່ວນໃນກໍລະນີທີ່ Virgin Australia ບໍ່ຟື້ນຈາກວິກິດເທື່ອນີ້ ແລະ ຕ້ອງປິດໂຕໄປ ຈະເຮັດໃຫ້ທຸລະກິດສາຍການບິນຂອງ Australia ມີສາຍການບິນຜູກຂາດ ໂດຍມີ Qantas ເປັນການສາຍການບິນໃຫຍ່ພຽງຜູ້ດຽວ
ທີ່ມາ: ap ,bbc ,abc, Marketeer
ຮຽກຮຽງໂດຍ: Suelao.com