ຖືກໝູ່ລວງມາຄາດຕະກຳຕັດສິນໃຈຫັກລົດພຸ່ງລົງຄອງນ້ຳຄົນຮ້າຍແລ່ນໜີ

ເມື່ອວັນທີ່ 17 ກັນຍາ 2020 ທີ່ຜ່ານມາ ຕຳຫຼວດ ຈັງຫວັດສະມຸດສາຄອນ ປະເທດໄທ ໄດ້ຮັບແຈ້ງຈາກຊາວບ້ານພົບລົດເກັງຕົກລົງໄປຢູ່ໃນຄອງນ້ຳ ຂ້າງທາງເຂົ້າວັດບາງນ້ຳວົນ ຈັງຫວັດ ສະມຸດສາຄອນ ປະເທດໄທ ແລະມີຜູ້ຊາຍຖືກທຳຮ້າຍໄດ້ຮັບບາດເຈັບ ຈຶ່ງຟ້າວໄປກວດສອບພ້ອມກຳລັງຝ່າຍສອບສວນ.
ບ່ອນເກີດເຫດພົບລົດເກັງ ໂຕໂຍຕາວີອັອດ ສີຂາວ ຈົມຢູ່ໃນຄອງນ້ຳ

ສ່ວນຜູ້ບາດເຈັບແມ່ນພົນລະເມືອງດີຊ່ວຍເຫຼືອນຳສົ່ງໂຮງໝໍໄປກ່ອນແລ້ວ ເຈົ້າໜ້າທີ່ຈຶ່ງປະສານລົດຍົກມາຍົກລົດຂຶ້ນມາກວດສອບ ພາຍໃນລົດພົບເອກະສານແລະບັດຫ້ອຍຄໍ ລະບຸຊື່ແລະຮູບຖ່າຍ ຄົນເຈັບສັນຊາດມຽນມາ ເຮັດອາຊີບເປັນກຳມະກອນ. ພະຍານທີ່ເຫັນໃຫ້ການວ່າ ຂະນະຂັບລົດຕາມທາງປົກກະຕິມີລົດເກັງສີຂາວຄັນນີ້ຂັບດ້ວຍຄວາມໄວແລະແຊງຂຶ້ນໄປ ຈາກນັ້ນບໍ່ພຽງນາທີລົດກໍ່ພຸ່ງລົງຄອງນ້ຳ

ເມື່ອເຫັນກໍ່ຕົກໃຈຮີບຈອດລົດແລະລົງໄປຊ່ວຍ ແຕ່ປາກົດວ່າມີຜູ້ຊາຍເປີດປະຕູລົດຝັ່ງຂ້າງຄົນຂັບອອກມາແບບສັ່ນໆເຊັນໆ ແລ້ວແລ່ນໜີໄປຢ່າງວ່ອງໄວ ສ່ວນໃນລົດມີຊາຍອີກໜຶ່ງຄົນມີບາດແຜຢູ່ທີ່ຫົວເລືອດໄຫຼ ຕົນຈຶ່ງເຂົ້າໄປຊ່ວຍປະຖົມພະຍາບານບາດແຜໃຫ້

ແລະ ໄດ້ລົມກັບຄົນເຈັບເລັກນ້ອຍ ພໍຈັບໃຈຄວາມໄດ້ວ່າ “ຖືກສ່ຽວຊາວມຽນມາລວງມາທຳຮ້າຍແລະຕ້ອງການຈະເອົາຊີວິດຂອງຕົນເອງ” ກ່ອນຈະພາລາວສົ່ງໂຮງໝໍ. ຈາກນັ້ນເຈົ້າໜ້າທີ່ນຳລົດໄປກວດສອບ ແລະ ຕິດຕາມການຈັບກຸມຄົນຮ້າຍມາດຳເນີນຄະດີຕໍ່ໄປ.