ຊົມເຊີຍບ່າວ Food Panda ຖືກລູກຄ້າຍົກເລີກອໍເດີ ຕັດສິນໃຈນຳອາຫານໄປມອບໃຫ້ຄົນທີ່ລຳບາກ
ຮຽກໄດ້ວ່າ ເປັນເລື່ອງລາວດີໆໃນສັງຄົມລາວທີ່ໜ້າຍົກຍ້ອງຊົມເຊີຍ ວັນທີ 25 ກັນຍາ 2020 ຜູ້ໃຊ້ເຟສບຸກຊື່ @Jip Maria ເຊິ່ງເປັນພະນັກງານສົ່ງອາຫານ Food Panda ໄດ້ໂພສເລື່ອງລາວຂອງຕົນລົງເຟສບຸກ ໂດຍເລົ່າວ່າ : ອໍເດີ້ຖືກຍົກເລີກບໍລີສັດບອກໃຫ້ຂ້ອຍເອົາໄປກິນໂລດ ແຕ່ຂ້ອຍບໍ່ກິນ ເພາະອາຫານນີ້ອາດຈະມີຄ່າຕໍ່ຄົນອື່ນຫຼາຍກ່ວາເຮົາ.. ເລີຍເອົາອໍເດີ້ຖືກຍົກເລີກນັ້ນມາໃຫ້ອ້າຍບໍ່ມີເຮືອນຢູ່ເພີ່ນຢູ່ແຖວຕະຫຼາດຫຼັກ3ນີ້ແບ່ງປັນເພື່ອນມະນຸດດ້ວຍກັນ🙏🙂

ຊົມເຊີຍເດີ

.

.
