ຣັດເຊຍ ຈະສົ່ງຢາປິ່ນປົວໂຄວິດ-19ໃຫ້ອີກ 17ປະເທດ
ຕາມຂ່າວຈາກ ມົດສະກູ, ວັນທີ24ກັນຍານີ້, ກອງທຶນ ຄວາມໝັ້ນຄົງ ແຫ່ງຊາດ ຂອງຣັດເຊຍ ແລະ ເຄມຣາ(ChemRar) ບໍລິສັດຢາ ແລະ ເຕັກໂນໂລຊີ ຊີວະພາບ ຂອງຮັດເຊຍ ຈະຈັດສົ່ງອາວີຟາເວຍ (Avifavir)ຢາປິ່ນປົວໂຄວິດ-19 ໃຫ້ອີກ 17 ປະເທດ ຫລັງຈາກ ສົ່ງໄປແລ້ວ 6 ປະເທດ ປະກອບມີ:
ເບລາຣຸດຊີ, ໂບລີວີ,ກາຊັກສະຖານ,ກຽກກິດສະຖານ,ຕວັກເມນິດສະຖານ ແລະ ອຸດສະເບ ກິດສະຖານ ຫລັງຈາກ ກະຊວງສາທາລະນະສຸກ ຣັດເຊຍ ອະນຸມັດ ໃຫ້ໃຊ້ຢາ ຊະນິດນີ້ ເມື່ອເດືອນພຶດສະພາ ພັດທະນາມາຈາກ ຟາວິພີຣາເວຍ ເປັນຢາ ຕ້ານເຊື້ອພະຍາດ ທີ່ພັດທະນາ ແລະ ໃຊ້ຢ່າງກວ້າງຂວາງ ໃນຍີ່ປຸ່ນ ກອງທຶນ ລົງທຶນໂດຍກົງ ຣັດເຊຍ ຫລື ອາດີໄອເອຟ(RDIF) ທີ່ເປັນກອງທຶນ

ຄວາມໝັ້ນຄົງ ແຫ່ງຊາດຂອງລັດຖະບານຣັດເຊຍ ຈາກຜົນການທົດລອງ ທາງຄລີນິກ ໃນຣັດເຊຍ ແລະ ຍີ່ປຸ່ນ ຢືນຢັນວ່າ: ມີປະສິດທິພາບ ໃນການຮັກສາ ຜູ້ຕິດເຊື້ອໂຄວິດ-19 ແລະ ມີລາຄາຖືກວ່າ ເຣມເດຊີເວຍ ຂອງກີລີດ ໄຊເອີນ(Remdecivier of Gilead Science)ຂອງ ສ.ອາເມລິກາ 3-4 ເທົ່າ.
ສຳລັບ ປະເທດ ທີ່ຈະໄດ້ຮັບ ຢາປິ່ນປົວນີ້ ເພີ່ມອີກ 17ປະເທດ ປະກອບມີ:ອາກຊັງຕິນ,ບູນກາລີ, ບຣາຊິນ,ເອກວາດໍ,ຊີເລ,ໂກໂລມບີ,ແອນຊານວາດໍ,ຮົງດູຣັດ,ກູເວດ,ປານາມາ, ປຣາກວາຍ, ອາຣັບບີ ຊາອຸດິດ,ແຊກບີ,ສະໂລວາກີ, ອາຟຣິກາໃຕ້, ສະຫະນະຄອນ ເອເມເຣັດອາຣັບ ແລະ ອູຣຸກວາຍ.
ຮຽບຮຽງຂ່າວໂດຍ ສະໄຫວ