ຜູ້ເປັນເມຍໂພສເສົ້າຈາກໃຈ “5 ເດືອນ ທີ່ເຈົ້າຈາກໄປ ຍັງຮັກ ແລະ ຄິດຮອດ ບໍ່ມີຫຍັງມາແທນທີ່ເຈົ້າໄດ້” ກິ ດາວເພັດ ໜູຫ່ວງ
ແປັບດຽວ ກໍຄົບ 5 ເດືອນ ຂອງການຈາກໄປ ກິ ດາວເພັດ ໜູ ຫ່ວງ ລາຊາເພງລູກທົ່ງບ້ານນາ ໃນວົງການເພງບ້ານເຮົາ ກໍຄືວັນທີ 24 ເມສາ ເຖິງ ວັນທີ 24 ກັນຍາ 2020

ຜູ້ເປັນເມຍ ຢ່າງ ເອື້ອຍ ຄຳພຸດ ໄດ້ໂພສຫາວ່າ

“ວັນທີ່24ເດືອນ9ພໍດີຄົບຮອບ5ເດືອນທີ່ເຈົ້າຈາກໄປຍັງຮັກແລະຄິດຮອດເຈົ້າຕະຫລອດເວລາບໍມີຫຍັງມາແທນທີ່ເຈົ້າໄດ້ເທວະດາຂອງຂ້ອຍ”

ເປັນໂພສເສົ້າ ຈາກໃຈ ຄົນເປັນເມຍຮັກ ແຕ່ແນວໃດກໍຂໍໃຫ້ສູ້ໆເດີ້ ຄົນທີ່ຍັງຢູ່ ຄົນທີ່ຈາກໄປເພິ່ນໄປດີແລ້ວ ຍັງລູກໆທີ່ຕ້ອງດູແລ ແລະ ເອື້ອຍຄຳພຸດຕ້ອງເຂັ້ມແຂງເດີ້

ເຖິງຈະເປັນປີແຫ່ງການສູນເສຍກໍຕາມ ເພາະມື້ວານນີ້ ກໍໄດ້ເສຍເອື້ອຍໄພ ຖືເປັນບຸກຄົນສຳຄັນໃນຕະກຸນ ໜູຫ່ວງ ຂໍໃຫ້ຈາກນີ້ພົບພໍແຕ່ສິ່ງດີໆເດີ້