ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ 2563

ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ ໒໕໖໓ ເຈົ້າອະທິການ ວັດຜາໂອ, ເຈົ້າຄະນະ ອ.​ພ.ສ ແຂວງຫລວງພຣະບາງ ໃນນາມປະທານພິທີບຸນ ພ້ອມດ້ວຍພຣະສົງ-ສາມະເນນ ຮ່ວມກັບແນວລາວສ້າງຊາດ ນະຄອນຫລວງພຣະບາງ ແລະອົງການຈັດຕັ້ງ ບ້ານປ່າຂາມ ແລະບ້ານຂາມຢ່ອງໄດ້ພ້ອມພຽງກັນຈັດຕັ້ງບຸນນະມັດສະການພຣະທາດຈອມສີ ປະຈຳປີ ຄສ 2020.

ພສ 2563 ດັ່ງມີລາຍລະອຽດລຸ່ມນີ້ :ວັນພະຫັດ ຂຶ້ນ 14 ຄໍ່າ ເດືອນ11 ພສ 2563 ກົງກັບ ວັນທີ 01 ຕຸລາ 2020.

ເວລາ 08:30 ໂມງ ຫ້າງຫາກະກຽມປະດັບປະດາສະຖານທີ. ເວລາ 13:00 ໂມງ ເລິ່ມສູດປະຣິຕະມຸງຄຸນ (ພຣະ 9 ອົງ),​ ເທສະໜາ 4 ກັນ,​ ແລ້ວສູດເບິກ 3 ຄູ່ ວັນສຸກ ຂຶ້ນ 15 ຄໍ່າ ເດືອນ 11 ພສ 2563 ກົງກັບ ວັນທີ 02 ຕຸລາ​ ຄສ 2020.ເວລາ 10:30 ໂມງ ເລິ່ມສູດຊັກອະນິຈາ.

ເວລາ 11:00 ໂມງ ຖວາຍພັດຕາຫານເພນ ແດ່ພຣະສົງ-ສາມະເນນ ແລ້ວອຸທິດສ່ວນບຸນກຸສົນໄປຫາບັນພະບູຣຸດທັງຫຼາຍ…ເວລາ 12:30 ໂມງ ເທສະໜາ 3 ກັນ