ແຈ້ງ…!!! ປີໜ້າ ຕົວເລກລັດຖະກອນຈະຫຼຸດລົງອີກ 400 ຕຳແໜ່ງຈາກປີ2020

ຂໍ້ມູນນີ້ເປັນການເຕືອນໃຈ ຜູ້ມີຄວາມໄຝ່ຝັນຢາກເຮັດວຽກນຳລັດ ວ່າມັນມີໂອກາດໜ້ອຍລົງບໍ່ສະເພາະແຕ່ຜູ້ທີ່ກຳລັງຄິດຢາກເທົ່ານັ້ນ ແຕ່ຜູ້ທີ່ເປັນອາສາມະໝັກມາດົນກໍ່ມີໂອກາດໜ້ອຍລົງໃນການຮັບຕົວເລກແບ່ງປັນເນື່ອງຈາກ ໂກຕ້າຈຳກັດຫຼາຍ ແຕ່ເວົ້າແບບນີ້ກໍ່ບໍ່ໃຫ້ຕົກໃຈຈົນເກີນເຫດ ຖ້າເຮົາມີຄຸນສົມບັດພໍກໍສິ່ງທີ່ຢາກໄດ້ຕ້ອງເປັນຂອງຕົນໃນວັນໜຶ່ງ ອາດໃຊ້ເວລາແດ່ກໍ່ຕ້ອງອົດທົນ.

ອີງຕາມແຫຼ່ງຂ່າວຈາກໜັງສືພິມວຽງຈັນທາຍລາຍງານໃນວັນທີ 24 ກັນຍາ 2020 ນີ້ວ່າ ລັດຖະບານລາວ ຕົກລົງເຫັນດີ ດ້ານຫຼັກການ ທີ່ຈະຮັບລັດຖະກອນໃໝ່ ຈໍານວນ 1.600 ຕໍາແໜ່ງ ໃນປີ 2021, ຫຼຸດລົງຕື່ມ 400 ຕໍາແໜ່ງ ທຽບໃສ່ປີ 2020.

ສາເຫດຂອງການຮັບພະນັກງານລັດຖະກອນຫຼຸດລົງ ໃນປີ 2021 ກໍ່ເນື່ອງຈາກ ຈໍານວນພະນັກງານລັດ ທີ່ມີຫຼາຍແລ້ວ ໃນປະຈຸບັນ, ພ້ອມທັງເປັນການຊ່ວຍໃນການຫຼຸດຜ່ອນ ງົບປະມານລັດ ແລະ ຄວາມຫຍຸ້ງຍາກ ທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ. ທຸກໆກະຊວງ ແລະ ພະແນກການຕ່າງໆ ຂອງລັດ ຕ້ອງໄດ້ລາຍງານໜ້າວຽກ ແບບລະອຽດ ແລະ ບອກເຖິງຄວາມຕ້ອງການພະນັກງານ ໃນກົມກອງຂອງຕົນຂຶ້ນມາ.

ສ່ວນຂະແໜງການ ທີ່ຈະໄດ້ຮັບບູລິມະສິດ ຮັບສະໝັກລັດຖະກອນຫຼາຍກວ່າໝູ່ ຈະແມ່ນມາຈາກ ຂະແໜງການສຶກສາ ແລະ ສາທາ. ປະຈຸບັນ ທົ່ວປະເທດ ມີຈໍານວນ ພະນັກງານລັດ ທັງໝົດທີ່ 170.000 ຄົນ ຊຶ່ງພຽງພໍ ກັບຄວາມຕ້ອງການແລ້ວ.

ໃນປີ 2017 ລັດຖະບານ ຮັບລັດຖະກອນໃໝ່ ຈໍານວນ 5,000 ຕໍາແໜ່ງ, ປີ 2018 ຮັບ 3,000 ຕໍາແໜ່ງ, ປີ 2019 ຮັບ 1.500 ຕໍາແໜ່ງ, ຕາມລໍາດັບ.

ຂອບໃຈຂ່າວຈາກ: ໜັງສືພິມວຽງຈັນທາມ