ສປຊ ຮຽກຮ້ອງໃຫ້ມະຫາເສດຖີຊ່ວຍແກ້ໄຂຄວາມທຸກຍາກທົ່ວໂລກ

ຕາມຂ່າວສານ ຫວຽດນາມ, ຜູ້ບໍລິຫານໂຄງການ ສະບຽງ ອາຫານໂລກ (WFP) ໃຫ້ຮູ້ວ່າ: ຄວາມຕ້ອງການ ບ້ວງເງິນ 4,9 ຕື້ໂດລາສະຫະລັດ ໃຫ້ກັບການ ສະໜອງ ສະບຽງອາຫານໃນ 1 ປີ, ຖ້າບໍ່ດັ່ງນັ້ນ ປະຊາກອນ 30 ລ້ານຄົນ ຈະເສຍຊີວິດ ຍ້ອນຄວາມອຶດຫີວ ຫລັງ​ຈາກ ທ່ານ ດາ​ວິດ ບີ​ສ​ເລ(David Beasley ) ຜູ້ບໍລິຫານ ໂຄງການ ສະບຽງອາຫານໂລກ ຂອງສະຫະປະ ຊາຊາດ ກ່າວວ່າ:

ໄດ້ຮຽກຮ້ອງໃຫ້ ບັນດາເສດຖີ ໃນທົ່ວໂລກ ເຂົ້າຮ່ວມ ການສະໜັບສະໜູນ ເພື່ອຊ່ວຍເຫລືອ ປະຊາກອນ ປະມານ 30 ລ້ານຄົນ ພວມຕົກຢູ່ໃນ ຄວາມສ່ຽງ ການເສຍຊີວິດ ຖ້າບໍ່ໄດ້ຮັບການ ຊ່ວຍເຫລືອ ຂອງ WFP. ລາຍງານ ສະພາຄວາມໝັ້ນຄົງ ຂອງສະຫະ ປະຊາຊາດ, ທ່ານ ດາ​ວິດ ບີ​ສ​ເລໃຫ້ຮູ້ວ່າ: ມີປະມານ 270 ລ້ານຄົນ ໃນທົ່ວໂລກ ພວມຕົກຢູ່ໃນ ຄວາມອຶດຫີວ ແລະ WFP ຫວັງວ່າ ຈະໄດ້ຮັບຄວາມ ຊ່ວຍເຫລືອ ໃຫ້ກັບ 138 ລ້ານຄົນ ໃນປີນີ້.

ນອກຈາກນີ້ ຜູ້ອຳນວຍການ WFP ຍັງເນັ້ນໜັກວ່າ ມີມະຫາເສດຖີ ປະມານ 2,000 ຄົນ ທີ່ມີຊັບ ສິນມູນຄ່າ ສຸດທິແມ່ນ 8 ພັນຕື້ໂດລາ ສະຫະລັດ ແລະ ບາງຄົນກໍ່ສ້າງລາຍໄດ້ ຫລາຍພັນຕື້ ໂດລາສະຫະລັດ ໃນໄລຍະ ການແຜ່ລະບາດ ຂອງພະຍາດ ໂຄວິດ-19.