ນະຄອນໄກສອນພົມວິຫານ ຫາຫລືກ່ຽວກັບຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອ

ໃນວັນທີ 17 ກັນຍາ 2020 ຜ່ານມາ ທີ່ຫ້ອງວ່າການປົກຄອງນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາຫລືກ່ຽວກັບການຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈຳປີ 2020 ຂື້ນພາຍໃຕ້ເປັນປະທານຂອງ ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນໄກສອນພົມວິຫານ,ມີຮອງເລຂາພັກນະຄອນ,ຄະນະປະຈຳພັກ, ກຳມະການພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າການ ພ້ອມດ້ວຍອະນຸກຳມະການແຕ່ລະອະນຸກຳມະການເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພູເງິນ ຈັນທະສອນ ຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິການ ກໍໄດ້ຂື້ນຜ່ານຂໍ້ຕົກຂອງທ່ານ ເຈົ້ານະຄອນ ວ່າດ້ວຍການອນແຕ່ງຕັ້ງຄະນະກຳມະການ,ອະນຸກຳມະການກະກຽມງານບຸນປະເພນີອອກພັນສາ-ຊ່ວງເຮືອ ປະຈຳປີ 2020 ພ້ອມທັງແຜນການຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອ ໂດຍຄະນະຮັບຜິດຊອບຈັດງານປະເພນີອອກພັນສາ-ຊ່ວງເຮືອນະຄອນ

ເຊິ່ງໄດ້ຄົ້ນຄວ້າວາງແຜນການຈັດງານປະເພນີດັ່ງກ່າວຂື້ນ ຊຶ່ງໃນລະຫວ່າງວັນທີ 2-3 ຕຸລາ 2020 ທີ່ທ່າວັດໃຫຍ່ໄຊຍະພູມ ເພື່ອຂະນົບທຳນຽມ, ຮີດຄອງປະເພນີຂອງຊາວພຸດ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ແລະແໄດ້ຈັດຕັ້ງປະຕິບັດກັນມາໃນທຸກໆປີ ແລະ ເພື່ອເປັນການສົ່ງເສີມຂະນົບທຳນຽມ, ຮີດຄອງປະເພນີອັນດີງາມຂອງຊາດ ໃຫ້ຍືນຍົງຄົງຢູ່ຕະຫຼອດໄປ ແລະ ກາຍເປັນງານທ່ອງທ່ຽວທາງດ້ານວັດທະນະທຳ, ຮີດຄອງປະເພນີຂອງຊາວນະຄອນ ໄກສອນ ພົມວິຫານ ກໍຄືແຂວງສະຫັວນນະເຂດ,

ເປັນການສົ່ງເສີມທາງດ້ານກີລາປະເພດຊ່ວງເຮືອ ແລະ ສີລະປະພື້ນເມືອງຂອງມວນຊົນໃຫ້ນັບມີການຂະຫຍາຍຕົວຢ່າງກວ້າງຂວາງແລະ ເປັນຂະບວນຟົດຟື້ນ ແລະ ເພື່ອຊຸກດັນເສດຖະກິດຂອງສັງຄົມ ໃຫ້ມີການເໜັງຕີງ,ໃຫ້ສັງຄົມມີການຄ້າຂາຍສິນຄ້າ ແລະ ແລກປ່ຽນວັດທະນະທຳ ແລະ ສົ່ງເສີມການຄ້າໃຫ້ຫຼາຍຂື້ນ.

ເຊີ່ງປີນີ້ຈະບໍ່ໄດ້ຈັດໃຫຍ່ໃນທຸກໆປີທີ່ຜ່ານມາແຕ່ກ່ອນ ຊຶ່ງມີການວາງສະແດງ-ຂາຍສິນຄ້າປະເພດຕ່າງໆ, ງານຕະຫຼາດນັດຕາມເຄີຍປະຕິບັດກັນມາໃນແຕ່ລະປີ ເຊິ່ງປີນີ້ມີຈັດແຕ່ເຮືອປະເພນີພື້ນບ້ານ ແລະ ເຮືອຊ່ວງ 9-12 ສີພາຍ ແລະ ຊຶ່ງປີນີ້ຈະບໍ່ມີການຄົບງັນຄືໃນແຕ່ລະປີ. ຈາກນັ້ນໃນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນເພື່ອໃຫ້ງານບຸນອອກພັນສາດັ່ງກ່າວໄປດ້ວຍດີອີກດ້ວຍ.