ຄໍາຊີ້ແຈງ ການປັບຕົວເລກ ຜູ້ເສຍຊິວິດເພີ່ມ 50% ທີ່ເມືອງ ອູ່ຮັ້ນ
ນະຄອນອູຮັ້ນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບການປັບຕົວເລກຜູ້ຖືກບົ່ງມະຕິ ແລະ ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19
ວັນທີ 17 ເມສານີ້, ເຈົ້າໜ້າທີ່ນະຄອນອູຮັ້ນໄດ້ຕອບຄຳຖາມຂອງນັກຂ່າວ ກ່ຽວກັບການປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ.
ວັນທີ 17 ເມສານີ້, ກອງບັນຊາການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ນະຄອນອູຮັ້ນໄດ້ແຈ້ງສະພາບການກ່ຽວກັບການປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ. ມື້ດຽວກັນ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກອງບັນຊາການດັ່ງກ່າວໄດ້ຕອບຄຳຖາມຂອງນັກຂ່າວ ໂດຍມີເນື້ອໃນດັ່ງຕໍ່ໄປນີ້:
ໜຶ່ງ: ເປັນຫຍັງຈິ່ງປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຂອງນະຄອນອູຮັ້ນ?
ຕອບ: ການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນເຫດການສຸກເສີນດ້ານສາທາລະນະສຸກທີ່ສຳຄັນຄັ້ງໜຶ່ງທີ່ແຜ່ລະບາດໄວກວ່າໝູ່, ຂອບເຂດແຜ່ລະບາດກວ້າງກວ່າໝູ່ ແລະ ມີຄວາມຫຍຸ້ງຍາກຫຼາຍທີ່ສຸດໃນການປ້ອງກັນ-ຄວບຄຸມ ທີ່ເກີດຂຶ້ນຢູ່ຈີນນັບແຕ່ສະຖາປະນາ ສປ ຈີນເປັນຕົ້ນມາ. ໃນຖານະເປັນສະໜາມຮົບຕົ້ນຕໍໃນການປ້ອງກັນແລະຄວບຄຸມພະຍາດ, ພາຍໃຕ້ການຊີ້ນຳນຳພາອັນເຂັ້ມແຂງຂອງສູນກາງພັກ ແລະ ລັດຖະບານຈີນ, ພາຍໃຕ້ການບັນຊາການລະອຽດຂອງຄະນະພັກ ແລະ ອຳນາດການປົກຄອງແຂວງຫູເປີຍ, ນະຄອນອູຮັ້ນໄດ້ໃຊ້ມາດຕະການປ້ອງກັນຄວບຄຸມທີ່ຮອບດ້ານທີ່ສຸດ, ເຂັ້ມງວດທີ່ສຸດ ແລະ ເຖິງຖອງທີ່ສຸດ ປັດຈຸບັນ, ໄດ້ສະກັດກັ້ນຊ່ອງທາງແຜ່ລະບາດຂອງພະຍາດໃນຂັ້ນພື້ນຖານແລ້ວ ແລະ ໄດ້ຍົກລີກການປິດຊ່ອງທາງເຂົ້າອອກເມືອງນະຄອນອູຮັ້ນແລ້ວ ເຊິ່ງໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ວຽກງານປັບຕົວເລກຕ່າງໆກ່ຽວກັບສະພາບການແຜ່ລະບາດຂອງພະຍາດຢ່າງຮອບດ້ານ. ກ່ຽວກັບຂໍ້ມູນຕ່າງໆກ່ຽວກັບການແຜ່ລະບາດຂອງພະຍາດ ເຊັ່ນ: ຜູ້ຖືກບົ່ງມະຕິເປັນພະຍາດ ແລະ ຜູ້ເສຍຊີວິດຍ້ອນພະຍາດ ລ້ວນແຕ່ຄວນລາຍງານແລະເປີດເຜີຍຢ່າງທັນການ, ໂປ່ງໃສ ແລະ ຖືກຕ້ອງຕາມຄວາມຈິງ. ໃນໄລຍະຕົ້ນຂອງການແຜ່ລະບາດຂອງພະຍາດ, ຍ້ອນວ່າຄວາມສາມາດໃນການຮັບປິ່ນປົວຜູ້ເປັນພະຍາດບໍ່ພຽງພໍ, ບາງອົງການປິ່ນປົວບໍ່ສາມາດເຊື່ອມຕໍ່ກັບລະບົບຂໍ້ມູນການປ້ອງກັນແລະຄວບຄຸມພະຍາດຢ່າງທັນການ, ໂຮງໝໍດຳເນີນງານຢ່າງເກີນຄວາມສາມາດ, ພະນັກງານການແພດຂ້ຽວເລັ່ງນຳການປິ່ນປົວແລະຊ່ວຍເຫຼືອຊີວິດ, ບາງທີເຮັດໃຫ້ເກີດມີສະພາບການທີ່ລາຍງານຊ້າ, ລາຍງານບໍ່ຄົບ ແລະ ລາຍງານຜິດ. ໂດຍອີງຕາຂໍ້ທີ 4 ມາດຕາທີ 38 ຂອງ “ກົດໝາຍວ່າດ້ວຍການປ້ອງກັນແລະປິ່ນປົວພະຍາດຕິດແປດຂອງ ສປ ຈີນ”, ຂໍ້ທີ 3 ມາດຕາທີ 25 ຂອງກົດລະບຽບວ່າດ້ວຍການຮັບມືສຸກເສີນຕໍ່ເຫດການສາທາລະນະສຸກທີ່ເກີດຂຶ້ນກະທັນຫັນ”, ມາດຕາທີ 19 ຂອງ “ກົດລະບຽບວ່າດ້ວຍການປະຕິບັດກົດໝາຍສະຖິຕິ ສປ ຈີນ” ແລະ ມາດຕາທີ 14 ແລະທີ 15 ໃນ “ລະບຽບການຄຸ້ມຄອງການຈົດທະບຽນຂໍ້ມູນກ່ຽວກັບການເສຍຊີວິດຂອງປະຊາກອນ”(ສະບັບທົດລອງ), ຄວນປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວໃຫ້ຖືກຕ້ອງຕາມຄວາມເປັນຈິງ.
ສອງ: ໄດ້ດຳເນີນວຽກງານປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຢູ່ນະຄອນອູຮັ້ນແນວໃດ?
ຕອບ: ກອງບັນຊາການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດນະຄອນອູຮັ້ນເອົາໃຈໃສ່ຢ່າງສູງຕໍ່ການປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ, ໂດຍປະຕິບັດຕາມຫຼັກການທີ່ຮັບຜິດຊອບຕໍ່ປະຫວັດສາດ, ຕໍ່ປະຊາຊົນ ແລະ ຕໍ່ຜູ້ເສຍຊີວິດ, ຍຶດໝັ້ນສະແຫວງຫາຄວາມສັດຈະຈາກຄວາມເປັນຈິງ ແລະ ໄດ້ດຳເນີນການປັບຕົວເລກຢ່າງເປັນເຈົ້າການ. ເລີ່ມແຕ່ທ້າຍເດືອນມີນາປີນີ້, ໄດ້ສ້າງຕັ້ງໜ່ວຍກວດກາຖານຂໍ້ມູນໃຫຍ່ດ້ານການແຜ່ລະບາດຂອງພະຍາດແລະລະບາດວິທະຍາ, ຈັດຕັ້ງພາກສ່ວນຕ່າງໆ ເຊັ່ນ: ສາທາລະນະສຸກແລະສຸຂະພາບ, ການປ້ອງກັນແລະຄວບຄຸມພະຍາດ, ປ້ອງກັນຄວາມສະຫງົບ, ປະຊາສົງເຄາະ, ຕຸລາການ ແລະ ພາກສ່ວນສະຖິຕິ ເປັນຕົ້ນ, ໄດ້ດຳເນີນການປຽບທຽບ, ຕັດຈຳນວນຊ້ຳກັນ, ເພີ່ມຈຳນວນທີ່ບໍ່ໄດ້ຈົດທະບຽນມາກ່ອນຕາມທາງອອນລາຍ ຕໍ່ຈຳນວນຜູ້ເປັນພະຍາດທີ່ຢູ່ໃນລະບົບຕົວເລກຂໍ້ມູນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ, ລະບົບຂໍ້ມູນຈັດງານສົບ, ລະບົບຂໍ້ມູນພະຍາດໂຄວິດ-19 ທີ່ຄຸ້ມຄອງໂດຍຂະແໜງການການແພດ ແລະ ລະບົບກວດນິວຄະເລອິກພະຍາດໂຄວິດ-19 ຂອງນະຄອນອູຮັ້ນ ຢ່າງເປັນເອກະພາບກັນ, ໄດ້ເກັບກຳຂໍ້ມູນຜູ້ເປັນພະຍາດໝົດທຸກກໍລະນີຕາມສະຖານທີ່ຕ່າງໆທີ່ມີການແຜ່ລະບາດຂອງພະຍາດ ລວມທັງພະແນກກວດກາຄີງຮ້ອນ, ໂຮງໝໍ, ໂຮງໝໍຊົ່ວຄາວ, ຈຸດແຍກປ່ຽວ, ຄຸ້ມຊຸມຊົນທີ່ມີການແຜ່ລະບາດ ພ້ອມທັງສະຖານທີ່ພິເສດຕ່າງໆ ເຊັ່ນ: ຄຸກ, ໂຮງລ້ຽງດູຜູ້ເຖົ້າ ທີ່ຄຸ້ມຄອງໂດຍອົງການປ້ອງກັນຄວາມສະຫງົບ, ອົງການຕຸລາການ ແລະ ອົງການປະຊາສົງເຄາະ, ໂດຍຜ່ານຈາກອົງການປິ່ນປົວ, ຄຸ້ມຊຸມຊົນ, ພາກສ່ວນປ້ອງກັນຄວາມສະຫງົບຂັ້ນພື້ນຖານ ແລະ ໜ່ວຍງານ ຫຼື ຄອບຄົວຂອງຜູ້ເປັນພະຍາດ, ກວດກາຕາມແຕ່ລະຄົນ, ຮັບປະກັນໃຫ້ທຸກກໍລະນີຖືກຕ້ອງຕາມຄວາມຈິງ, ທຸກຕົວເລກຖືກຕ້ອງຕາມຄວາມຈິງ.
ສາມ: ພາຍຫຼັງປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລ້ວ, ຕົວເລກຂອງນະຄອນອູຮັ້ນມີການປ່ຽນແປງແນວໃດ?
ຕອບ: ມາຮອດເວລາ 24 ໂມງຂອງວັນທີ 16 ເມສານີ້, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຂອງນະຄອນອູຮັ້ນ ທີ່ໄດ້ເປີດເຜີຍຕໍ່ພາຍນອກແມ່ນ 50.008 ກໍລະນີ, ຍ້ອນມີຜູ້ເປັນພະຍາດບາງຄົນເຄີຍໄປຮັບປິ່ນປົວແບບຂ້າມເມືອງ ແລະ ໄປຮັບການປິ່ນປົວຢູ່ໂຮງໝໍຫຼາຍແຫ່ງ, ເຮັດໃຫ້ເກີດມີການລາຍງານຊ້ຳກັນ ຈຶ່ງໄດ້ຫຼຸດຈຳນວນ 217 ກໍລະນີ; ຄວນເພີ່ມການລາຍງານ 542 ກໍລະນີ ຍ້ອນລາຍງານຊ້າ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ລາຍງານອາການພະຍາດເກົ່າ, ນັບລວມແລ້ວ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຄວນປັບຂຶ້ນເປັນ 50.333 ກໍລະນີ.
ສີ່: ພາຍຫຼັງປັບຕົວເລກຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ແລ້ວ, ຕົວເລກຂອງນະຄອນອູຮັ້ນມີການປ່ຽນແປງແນວໃດ?
ຕອບ: ມາຮອດເວລາ 24 ໂມງຂອງວັນທີ 16 ເມສານີ້, ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ທີ່ເຄີຍເປີດເຜີຍຕໍ່ພາຍນອກຂອງນະຄອນອູຮັ້ນແມ່ນ 2.579 ກໍລະນີ, ໃນນັ້ນ, ໄດ້ຕັດອອກ 164 ກໍລະນີ ເນື່ອງຈາກການລາຍງານຊ້ຳ ແລະ ເປັນກໍລະນີທີ່ບໍ່ແມ່ນພະຍາດໂຄວິດ-19; ບໍ່ໄດ້ລາຍງານຕໍ່ລະບົບຂໍ້ມູນປ້ອງກັນແລະຄວບຄຸມພະຍາດ ຍ້ອນເສຍຊີວິດແບບບໍ່ໄດ້ນອນໂຮງໝໍ ແລະ ບາງໂຮງໝໍບໍ່ໄດ້ລາຍງານນັ້ນ, ຄວນເພີ່ມຈຳນວນ 1.454 ກໍລະນີ. ດັ່ງນັ້ນ, ນັບລວມແລ້ວ, ຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ໃນຕົວຈິງຄວນປັບຂຶ້ນເປັນ 3.869 ກໍລະນີ.
ຫ້າ: ການປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຂອງນະຄອນອູຮັ້ນ ມີຄວາມໝາຍສຳຄັນແນວໃດ?
ຕອບ: ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍ ເປັນຄວາມຕ້ອງການພື້ນຖານທີ່ສຸດ ແລະ ຄວາມປາຖະໜາທົ່ວໄປທີ່ສຸດຂອງປະຊາຊົນ. ຢູ່ເບື້ອງຫຼັງຂໍ້ມູນດັ່ງກ່າວ, ແມ່ນຊີວິດ ແລະ ສຸຂະພາບຂອງປະຊາຊົນ, ແລະ ກໍແມ່ນຊື່ສຽງຂອງລັດຖະບານ. ການປັບຕົວເລກຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະ ຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຂອງນະຄອນອູຮັ້ນຢ່າງທັນການ, ບໍ່ພຽງແຕ່ມີຜົນດີຕໍ່ການປົກປ້ອງສິດແລະຜົນປະໂຫຍດຂອງປະຊາຊົນໃຫ້ດີ ແລະ ມີຜົນດີຊ່ວຍການຕັດສິນນະໂຍບາຍຕາມຫຼັກວິທະຍາສາດໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດເທົ່ານັ້ນ, ຂະນະດຽວກັນ, ກໍເປັນການຕອບຮັບຕໍ່ຄວາມເອົາໃຈໃສ່ຂອງສັງຄົມ ແລະ ຍິ່ງແມ່ນການເຄົາລົບຕໍ່ທຸກໆຊີວິດ.