ແຈ້ງຢຸດຊົ່ວຄາວ! ຕະຫຼາດກາງຄືນ ກຽມບຸນຊ່ວງເຮືອທ່າວັດຈັນ
ຕະຫຼາດກາງຄືນ ກຽມບຸນຊ່ວງເຮືອທ່າວັດຈັນ ຫ້ອງການຄຸ້ມຄອງສວນເຈົ້າອານຸວົງ, ໄດ້ອອກແຈ້ງການເຖິງຊາວຄ້າຂາຍເຄື່ອງຕະຫຼາດກາງຄືນຂອງ ທີ່ສວນເຈົ້າອານຸວົງ ໃຫ້ຢຸດການຄ້າຂາຍພາຍໃນຕະຫຼາດກາງຄືນ ເລີ່ມແຕ່ວັນທີ 27 ກັນຍາ ຫາ 3 ຕຸລາ 2020.

ເນື່ອງຈາກຈະໄດ້ຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປີ 2020 ທີ່ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນເວລາ 7 ມື້

