ພົບເຊື້ອພະຍາດໂຄວິດ-19 ໃນປາໝຶກແຊ່ແຂງ ພ້ອມເຕືອນຄົນຊື້ ໄປກວດພະຍາດດັ່ງກ່າວ

ເຈົ້າໜ້າທີ່ຈີນເປີດເຜີຍວ່າ: ໄດ້ພົບເຫັນເຊື້ອພະຍາດໂຄວິດ-19 ໃນ ປາໝຶກ ທີ່ນຳເຂົ້າຈາກປະເທດຣັດເຊຍ. ພ້ອມທີ່ເຕືອນປະຊາຊົນທີ່ກິນໄປແລ້ວ ໃຫ້ໄປກວດວິເຄາະຫາພະຍາດດ່ວນ

ສຳນັກຂ່າວ Reuters ໄດ້ລາຍງານວ່າ: ຫ້ອງການສາທາລະນະສຸກທີ່ເມືອງ Fuyu ແຂວງ Jilin ທາງພາກຕາເວັນອອກສຽງເໜືອຂອງຈີນ.

ເປີດເຜີຍໃນວັນອາທິດ ວັນທີ 20 ກັນຍາ 2020 ວ່າ: ພົບເຊື້ອພະຍາດໂຄວິດ-19 ຢູ່ບັນຈຸພັນໃສ່ປາໝຶກນໍາເຂົ້າ ແລະ ຂໍໃຫ້ປະຊາຊົນທີ່ຊື້ ຫຼື ບໍລິໂພກປາໝຶກເຫຼົ່ານີ້ ຈາກຮ້ານຂາຍສົ່ງອາຫານທະເລແຊ່ແຂງ “ຊັນເຈ໋ຍ ເຕີ໋ຕ້າ” ໃນລະຫວ່າງວັນທີ 24-31 ສິງຫາ 2020 ໄປກວດວິເຄາະຫາເຊື້ອພະຍາດໂຄວິດ-19 ແລ້ວແຈ້ງທາງການດ່ວນ