ຝົນຕະຫຼອດທິດ ໄລຍະວັນທີ 21-27 ກັນຍາ ຍັງຈະມີຝົນຕົກສືບຕໍ່ຕົກໃນແຕ່ລະພາກທົ່ວປະເທດ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 21 ຫາ 27 ກັນຍາ 2020 ວ່າ: ໃນໄລຍະວັນທີ 21 ຫາ 22 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕ່ໍາຈະພາດຜ່ານຢູ່ແຂວງພາກເຫນືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຈາກນັ້ນວັນທີ 23 ຫາ 27 ກັນຍາ 2020 ຄວາມກົດດັນອາກາດສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງເຫນືອຂອງປະເທດລາວ, ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກ ເຫນືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາຕົກຫນັກຢູ່ບາງທ້ອງຖີ່ນ ແຂວງພາກເຫນືອດ້ານຕາເວັນຕົກ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ