ເຕືອນລະວັງ ພິດບົ່ງກື ອັນຕະລາຍ ກວ່າທີ່ຄິດ

ຜູ້ໃຊ້ເຟສບຸກ ທ່ານໜຶ່ງ Vena Phungwangthong ໃນນາມຜູ້ເປັນແມ່ ໄດ້ໂພສພາບ ແລະ ຂໍ້ຄວາມຝາກເຕືອນທຸກຄົນ ເນື່ອງຈາກວ່າ ລູກສາວຕົນເອງ ອາຍຸ 5-6 ປີ ໄຫ້ວ່າເຈັບຕີນ, ຜູ້ເປັນແມ່ກໍ່ເອົາຕີນລູກມາເບິ່ງ ພໍເຫັນຈົນຕົກໃຈຕີນລູກມີຮອຍຊໍ້າແດງ ຄ້າຍຄືຊໍ້າເລືອດ ເປັນຈຸດໆ ເຊິ່ງເອົານໍ້າລ້າງກໍ່ບໍ່ອອກ.

ແມ່ບໍ່ເຄີຍເຫັນ ແລະ ບໍ່ຮູ້ວ່າແມ່ນເກີດຂຶ້ນຈາກໃສ ແມ່ເລີຍໄປເບິ່ງເກີບຜ້າໃບທີ່ລູກໃສ່ ປະກົດວ່າພົບ ໂຄບົ້ງກື ຫຼື ກິ້ງກື ນອນຄົດຢູ່ໃນເກີບລູູກ.

ພໍເຫັນແບບນັ້ນຈຶ່ງຮີບພາລູກໄປໂຮງໝໍ ເຊິ່ງໝໍບອກວ່າ ຜິດຂອງບົ່ງກືບາງສາຍພັນ ຈະມີຕ່ອມພິດຢູ່ 2 ຂ້າງລຳໂຕມັນ ມັນສາມາດພົ່ນພິດໄດ້ໄກ ຫາກພິດມັນຫາກເຂົ້າຕາແມ່ນຈະພາໃຫ້ເກີດການອັກເສບໄດ້.

ພິດຂອງບົ້ງກື ຈະເຮັດໃຫ້ຜິວໜັກໄໝ້ ຈະມີອາການປວດ 2-3 ມື້ອາການຈຶ່ງຄ່ອຍດີຂຶ້ນ, ດັ່ງນັ້ນຂໍຝາກເຕືອນມາຍັງບັນດາພໍ່ແມ່ຜູ້ປົກຄອງທັງຫຼາຍໃຫ້ລະມັດລະວັງ ແລະ ຢ່າເບິ່ງຂ້າມບົ້່ງກື ເພາະມັນມີພິດຮ້າຍກວ່າທີ່ຄິດ. ເຫດການນີ້ເກີດຂຶ້ນຢູ່ທີ່ປະເທດບ້ານໃກ້ເຮືອນຄຽງ.