ສປປລາວ ເຮົາມີເຂື່ອນໄຟຟ້າ 78 ແຫ່ງກຳລັງຜະລິດໄຟຟ້າໄດ້ 52.211 ລ້ານກິໂລວັດໂມງຕໍ່ປີ

ສປປ ລາວ ມີແຫຼ່ງຜະລິດໄຟຟ້າ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ, ສໍາລັບການສົ່ງອອກໄປຈໍາໜ່າຍຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6.620 ເມກາວັດ.
ໃນລະຫວ່າງວັນທີ 17 – 18 ກັນຍາ 2020 ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ

ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PON TARA ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ.

ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບັນຫາຄວາມປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ແມ່ນຍຸດທະສາດທີ່ສຳຄັນ, ມີລັກສະນະຕົ້ນຕໍ, ຍາວນານທີ່ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ກ່ຽວກັບການພັດທະນາອຸດສາຫະກຳພະລັງງານຢູ່ ສປປ ລາວ ຕາມທິດຜະລິດພະລັງງານທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ.

ມາຮອດປັດຈຸບັນນີ້, ທົ່ວປະເທດພວກເຮົາມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ພວກເຮົາຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ.

ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.
ການສົ່ງອອກໄປຈໍາໜ່າຍຕ່າງປະເທດ ສາມາດບັນລຸໄດ້ແລ້ວ 6.620 ເມກາວັດ.

ໃນນີ້: ສົ່ງອອກໄປຍັງປະເທດໄທແລ້ວ 5.620 ເມກາວັດ, ຫວຽດນາມ 570 ເມກາວັດ, ກໍາປູເຈຍ 320 ເມກາວັດ, ມຽນມາ 10 ເມກາວັດ. ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼາດອາຊຽນ ເຊິ່ງໃນກຸ່ມປະເທດອາຊຽນ ສປປ ລາວ ຂອງພວກເຮົາແມ່ນປະເທດທຳອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ.

ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມກາວັດ ໂດຍຜ່ານປະເທດລາວ – ໄທ – ມາເລເຊຍ ເຊິ່ງຮອດປີ 2021 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນີ້, ສືບຕໍ່ເຈລະຈາຊື້ – ຂາຍ ແລະ ເຊື່ອມໂຍງໄປຮອດປະເທດສິງກະໂປ.

ມາຮອດປັດຈຸບັນນີ້ພວກເຮົາສາມາດສະໜອງໄຟຟ້າໄດ້ 100% ຢູໃນທຸກເທສະບານແຂວງ, ນະຄອນຫຼວງ, ເທສະບານເມືອງ ແລະ ນະຄອນ. 93% ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວໃນທົ່ວປະເທດໄດ້ໃຊ້ໄຟຟ້າແບບຖາວອນແລ້ວ.

ຂໍ້ມູນຈາກ: ເສດຖະກິດ-ການຄ້າ