ພາຍຸໂນອຶລ ພັດຂຶ້ນຝັ່ງຫວຽດນາມ ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ
ຕາມຂ່າວຈາກ ຮ່າໂນ້ຍ,ພາຍຸໂຊນຮ້ອນໂນອຶລ ພັດຂຶ້ນຝັງ ຫວຽດນາມ ໃນວັນທີ 18ກັນຍານີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ບາດເຈັບອີກ 1 ຄົນ ຫລັງຈາກ ພາຍຸພັດຂຶ້ນຝັ່ງດານັງ ກ່ອນປ່ຽນທິດຂຶ້ນເໜືອ ໄປຍັງ ແຂວງເຖືອນທຽນ-ເວ້(Thua Thien-Hue)ແລ້ວເຂົ້າ ລາວ.

ອິດທິພົນ ພາຍຸດັ່ງກ່າວ ເຮັດໃຫ້ຕົ້ນໄມ້ໃຫຍ່ ຫລາຍຕົ້ນຫັກລົ້ມລົງ ຕາມຖະໜົນ ແລະ ເຮືອນປະຊາຊົນ ຫລາຍຮ້ອຍຫລັງ ໄດ້ຮັບຄວາມເສຍຫາຍ.

ກ່ອນໜ້ານີ້ ຫວຽດນາມ ໄດ້ຍົກຍ້າຍ ປະຊາຊົນ 500.000 ຄົນ ອອກຈາກພື້ນທີ່ ແຄມຝັ່ງທາງພາກກາງ ທີ່ພັດຂຶ້ນຝັ່ງ ດ້ວຍແຮງລົມ 135 ກິໂລແມັດຕໍ່ຊົ່ວໂມງ.ຂະນະນີ້ ພວມອ່ອນກຳລັງລົງແລ້ວຮຽບຮຽງຂ່າວໂດຍ ສະໄຫວ

ເນື້ອໃນ: ຂປລ