“ດັງແລ້ວຫວາ” ເພງໃໝ່ຕອກຢ້ຳນັກເລງຄີບອດ ຂອງ Bigyai ແບກຶ

ບິກໃຫຍ່ ສີຫາລາດ (Bigyai Syhalath) ຫຼື ທີ່ຮູ້ຈັກກັນໃນນາມ “ແບກຶ” YouTuber ຜູ້ມີຊື່ສຽງອີກຄົນໃນປະເທດລາວທີ່ຫຼາຍຄົນໜ້າຈະຮູ້ຈັກດີ ໂດຍສະເພາະຈາກເພງ “ຢາກເປັນລູກເຂີຍ” ຂອງ Sophana ທີ່ບິກໃຫຍ່ ແບກຶ ໄດ້ຮ້ອງຮ່ວມນຳ ເຮັດໃຫ້ຫຼາຍຄົນໄດ້ຮູ້ຈັກຫຼາຍຂຶ້ນຕຶ່ມອີກ

ຫຼັງຈາກທີ່ປ່ອຍເພງໃນຊ່ວງທຳອິດ ແລະ ເພງເລີ່ມດັງ ກໍມີກະແສປະເດັນ drama ຕ່າງໆຕາມມາ ບໍ່ວ່າຈະເປັນທ່ອນການຮ້ອງຂອງບິກໃຫຍ່ ທີ່ເນື້ອເພງໃຊ້ຄຳທີ່ເປັນພາສາລາວປົນພາສາໄທ ລວມໄປເຖິງຕາມ Social ຕ່າງໆ ທີ່ບັນດາເພຈດັງໃນລາວ ໄດ້ເອົາໄປໂພສນຳສະເໜີລົງເພຈ ໂດຍມີບັນດາຊາວເນັດເຂົ້າມາສະແດງຄວາມຄິດເຫັນກັນເປັນຈຳນວນຫຼາຍ ມີທັງຊົມເຊີຍເຫັນດີ ແລະ ບາງສ່ວນກໍເຫັນຕ່າງກັນອອກໄປເຊັ່ນ: ໃຜນິ? ລາວແມ່ນໃຜ? ບໍ່ຮູ້ຈັກ ດັງແລ້ວບໍນິ? ເອົາມາລົງເຮັດຫຍັງ…

ຈົນລ່າສຸດ ບິກໃຫຍ່ ທົນບໍ່ໄຫວ ໄດ້ເຮັດເພງໃໝ່ທີ່ມີຊື່ວ່າ “ດັງແລ້ວຫວະ” ຕອກຢ້ຳນັກເລງຄີບອດ ທີ່ມັກເວົ້າໃຫ້ ຮ້ອງໂດຍ Bigyai , Gx2 , Cuyern D Rosé, T’Jame Uno.

ຟັງເພງເລີຍ