ແຈ້ງການດ່ວນ ຕອນນີ້ ເຂື່ອນໄຟຟ້າເຊກະຫມານ 3 ກຳລັງປ່ອຍນໍ້າໃນເຂື່ອນ

ບໍລິສັດຮຸ້ນສ່ວນໄຟຟ້າຫວຽດລາວ ບໍລິສັດໄຟຟ້າເຊຂະໝານ 3 ຈຳກັດ ໄດ້ອອກແຈ້ງການສະບັບເລກທີ 92/CT-QLKT ດາກຈຶງ, ລົງວັນທີ 17 ກັນຍາ ປີ 2020 ເລື່ອງ ດໍາເນີນການປ່ອຍນ້ໍາເພື່ອປັບລະດັບນ້ໍາຂອງອ່າງເກັບນ້ໍາຂອງເຂື່ອນໄຟຟ້າເຊຂະໝານ 3 ດັ່ງນັ້ນ ຈຶ່ງຮຽນເຖິງ ຫ້ອງວ່າການປົກຄອງແຂວງເຊກອງ; ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ; ຫ້ອງວ່າການປົກຄອງເມືອງດາກຈຶງ; ບໍລິສັດໄຟຟ້ານ້ໍາບີພາວເວີ; ບ້ານດາກຢຣັງ, ບ້ານມັງຫາ; ບໍລິສັດໄຟຟ້າເຊຂະໝານ 1 ຈໍາກັດ; ບັນດາບໍລິສັດກໍ່ສ້າງພາກສະໜາມ.

ໂດຍອີງຕາມຂັ້ນຕອນການບໍລິຫານອ່າງເກັບນ້ໍາຂອງໂຄງການເຂື່ອນໄຟຟ້າເຊຂະໝານ 3 ຈໍາກັດ ທີ່ໄດ້ຮັບການຮັບຮອງ; ອີງຕາມແຜນການຕ້ານໄພນ້ໍາຖ້ວມ ແລະ ການຝຶກຊ້ອມປ່ອຍລະບາຍນ້ໍາເຂື່ອນໄຟຟ້າເຊຂະໝານ 3 ທີ່ໄດ້ຮັບການຮັບຮອງ; ອີງຕາມສະພາບອາກາດ ແລະ ຂໍ້ມູນອຸຕຸນິຍົມໃນເຂດໂຄງການ, ທາງບໍລິສັດໄຟຟ້າເຊຂະໝານ 3 ຈໍາກັດ ຈຶ່ງຖືເປັນກຽດແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງກ່ຽວກັບແຜນຄາດຄະເນການປ່ອຍລະບາຍນ້ໍາເພື່ອບໍລິຫານລະດັບນ້ໍາໃນອ່າງ ເກັບນ້ໍາຂອງເຂື່ອນໄຟຟ້າເຊຂະໝານ 3 ລາຍລະອຽດດັ່ງນີ້.

ພາບປະກອບເທົ່ານັ້ນ

ແຜນຄາດການປ່ອຍລະບາຍນ້ຳ: ການປ່ອຍລະບາຍເພື່ອບໍລິຫານນ້ໍາ ເລີ່ມຈາກ: 15 ໂມງ 00 ,ຂອງວັນທີ 18/9/2020 ໂດຍເພີ່ມຂຶ້ນແຕ່: 30,0 m3/s ເຖິງ 100 m3/s.ຄາດຄະເນປະລິມານນ້ຳ ( m3/s): ລະບາຍຜ່ານຝາຍນ້ຳລົ້ນ: 100m3/s; ລະບາຍຜ່ານໂຮງຈັກ: 00m3/s; ລວມມວນນ້ຳໄຫຼລົງລຸ່ມເຂື່ອນ: 100m3/s.

ພາບປະກອບເທົ່ານັ້ນ

ຕໍ່ຂ່າວການປ່ອຍນ້ຳດັ່ງກ່າວ ຫຼ້າສຸດ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງເຊກອງໄດ້ ແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ອາໄສ ແລະ ດຳລົງຊີວິດຢູ່ລຽບຕາມລຳລຳນ້ຳເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບການທີ່ຈະເກີດຂຶ້ນ ແລະ ພ້ອມທັງໃຫ້ຕິດຕາມຂ່າວ ສະພາບອາກາດ ແລະ ນ້ຳ ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ຂະແໜງຊັບພະຍາກອນ ແລະ ອຸຕຸນິນົມ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈຳ.