ວັງວຽງແຈ້ງ ສິ່ງປຸກສ້າງ ຕໍ່ເຕີມ ແລະ ປ້າຍໂຄສະນາ ທີ່ແຄມນ້ຳຊອງ ໃຫ້ຮື້ຖອນອອກພາຍໃນ 15 ວັນ

ຄະນະສະເພາະກິດແກ້ໄຂປະກົດການຫຍໍ້ທໍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ອອກໜັງສືແຈ້ງການ ເຖິງ: ຜູ້ປະກອບການທຸລະກິດ,ພໍ່ຄ້າຊາວຂາຍ ພາຍໃນເທດສະບານ ແລະ ທົ່ວເມືອງວັງວຽງ. ເລື່ອງ: ການໃຫ້ຄວາມຮ່ວມມື ແລະ ສະໜອງຂໍ້ມູນໃຫ້ແກ່ຄະນະສະເພາະກິດຂັ້ນສູນກາງ,
ແຂວງ ແລະ ເມືອງ ທີ່ຈະລົງມາເຮັດວຽກແກ້ໄຂປະກົດການຫຍໍ້ທໍ້ພາຍໃນເມືອງວັງວຽງ

ໂດຍມີເນື້ອໃນແຈ້ງການດັ່ງນີ້:

  1. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ ອໍາ
    ນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມື ໃນການລົງເຮັດວຽກຂອງຄະນະສະເພາຈິດແກ້ໄຂສິ່ງກີດຂວາງຕາມເຂດສະຫງວນທາງຍ່າງ ແລະ ທ້ອງຖະໜົນ.
  2. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງຕື່ນຕົວ ແລະ ເປັນເຈົ້າການໃນການກວດກາ ເບິ່ງສິ່ງປຸກສ້າງ,ການເກາະເອີບ, ຕໍ່ເຕີມ, ວັດຖຸອຸປະກອນທີ່ບໍລິການ ໃນທຸລະກິດ ແລະ ປ້າຍໂຄສະນາ ທີ່ກວມເອົາເຂດສະຫງວນທາງຍ່າງ, ແຄມນ້ຳຊອງ , ແລະ ບ່ອນອື່ນໆທີ່ເປັນເຂດສະຫງວນຂອງສາທາລະນະ, ແມ່ນໃຫ້ຮື້ຖອນ,ຍົກຍ້າຍອອກ ກຳນົດເວລາ 15 ວັນ ນັບແຕ່ມື້ອອກແຈ້ງການສະບັບນີ້(16 ກັນຍາ ຫາ ວັນທີ 30 ກັນຍາ 2020) ໃຫ້ສໍາເລັດ, ຖ້າບໍ່ສໍາເລັດແມ່ນຈະຖືກກ່າວເຕືອນພ້ອມທັງປັບໃໝເປັນຈຳນວນເງິນ 10.000.000 (ສິບລ້ານກີບ).
  3. ໃຫ້ພໍ່ແມ່ປະຊາຊົນ,ຜູ້ປະກອບການທຸລະກິດ ພໍ່ຄ້າຊາວຂາຍໃນເຂດເທດສະບານ ແລະ ທົ່ວເມືອງວັງວຽງ
    ຕື່ນຕົວ ແລະ ເປັນເຈົ້າການ ໃນການເກັບມ້ຽນຂີ້ເຫຍື້ອ, ສິ່ງເສດເຫຼືອຈາກການກໍ່ສ້າງ, ການປ່ອຍນ້ຳເປື້ອນລົງນໍ້າຊອງ ໂດຍທີ່ບໍ່ຜ່ານການບໍາບັດ ແລ້ວປ່ອຍອອກສູ່ຮ່ອງລະບາຍນ້ໍາທໍາມະຊາດແມ່ນຢຸດເຊົາ ຫລື ຊອກຫາວິທີແກ້ໄຂໂດຍດ່ວນ.
  4. ສໍາລັບການສັນຈອນ ພາຍໃນຕົວເມືອງແມ່ນໃຫ້ປະຕິບັດຕາມປ້າຍຊີ້ບອກ ທາງຂື້ນ, ທາງລົງ ທີ່ທາງພາກສ່ວນກ່ຽວຂ້ອງໄດ້ກໍານົດໄວ້ ເຊີ່ງມີປ້າຍຕິດຕັ້ງຢູ່ຕາມຈຸດຕ່າງໆແລ້ວ ແລະ ໃຫ້ປະຕິບັດລະບຽບຈາລະຈອນຢ່າງເຂັ້ມງວດ ຖ້າຜູ້ໃດຝ່າຝືນ ຈະຖືກກ່າວເຕືອນ ພ້ອມທັງປັບໃໝຕາມລະບຽບຈາລະຈອນ.
  5. ໃຫ້ອົງການປົກຄອງບ້ານເກັບກໍາສະຖິຕິຫົວໜ່ວຍທຸລະກິດພັກແຮມ, ຮ້ານອາຫານ, ກິນດື່ມ, ບັນເທິງ, ອົບ
    ນວດ, ການບໍລິການຂາຍປີ້ລົດ, ປີ້ທົ່ວແບບຊະຊາຍ, ບໍລິສັດທ່ອງທ່ຽວ, ໜ່ວຍບໍລິການທ່ອງທ່ຽວ ແລະ ກິດຈະກໍາທາງດ້ານການທ່ອງທ່ຽວປະເພດຕ່າງໆ ແລະ ຮ້ານເກມອອນລາຍ ຫລື ອິນເຕີເນັດຄາເຝ່ ແລະ ອື່ນໆ ທີ່ບໍ່ທັນໄດ້ມີອະນຸຍາດ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ເພື່ອກະກຽມລາຍງານຕໍ່ຄະນະສະເພາະກິດດັ່ງກ່າວ ພ້ອມທັງຊອກຫາວິທີປັບປຸງ ແລະ ແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.