ສປປ ລາວ ລົບລ້າງການອອກໃບອະນຸຍາດນຳເຂົ້າ ລົດແທັກເຕີທຸກປະເພດ ທີ່ນອນຢູ່ໃນລະຫັດພາສີ 8701
ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງ ການອອກໃບອະນຸຍາດ ນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫລຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫລັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາ ຂອງຊາວກະສິກອນ, ກຸ່ມການຜະລິດ ຫລື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າ ລົດແທັກເຕີ ແລ່ນຢູ່ເທິງຖະໜົນ ສຳ ລັບແກ່ລົດເຄິ່ງ ລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ ການນຳເຂົ້າລົດແທັກເຕີ ທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດ ຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ 1 ຄັນ ຕໍ່ 1 ຄອບຄົວ.
ສ່ວນການນຳເຂົ້າ ເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫລື ສະຫະກອນ ແມ່ນໃຫ້ສະເໜີ ຫາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນຫລວງວຽງຈັນ ເປັນຜູ້ພິຈາລະນາຈຳນວນ ຂອງລົດທີ່ນຳເຂົ້າ ເພື່ອໃຫ້ແທດເໝາະ ກັບເນື້ອທີ່ການຜະລິດຕົວຈິງ; ຜູ້ທີ່ນຳເຂົ້າລົດແທັກເຕີ, ອາໄຫລ່ ແລະ ອຸປະກອນຂອງລົດແທັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິການຫລັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານ ສາກົນເທົ່ານັ້ນ.
ສຳລັບການອອກໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ ແມ່ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ຫລວງວຽງຈັນ ໂດຍແມ່ນຂະແໜງນຳເຂົ້າ ແລະ ສົ່ງອອກເປັນເຈົ້າການ ຈັດຕັ້ງປະຕິບັດຕາມລະບຽບ ກົດເໝາຍ. ສ່ວນຄ່າທຳນຽມ ແລະ ຄ່າບໍລິການທີ່ຕິດພັນ ກັບການອອກໃບອະນຸຍາດ ດຳເນີນກິດຈະການ ແລະ ໃບຢັ້ງຢືນຕ່າງໆ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ ແລະ ລະບຽບການທີ່ວາງອອກ ໃນແຕ່ລະໄລຍະ.
ຂ່າວ: ມະນີທອນ
ເນື້ອໃນ: ຂປລ