ແພດໝໍລາວສາມາດຜ່າຕັດປ່ຽນວາວຫົວໃຈ ແລະ ແຍ່ເສັ້ນເລືອດຫົວໃຈໄດ້ແລ້ວ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ : ການຜ່າຕັດພະຍາດຕ່າງໆ ຫຼື ການປິ່ນປົວພະຍາດຕ່າງໆ ຂອງທ່ານໝໍລາວຢູ່ບັນດາໂຮງໜໍໃຫ່ຍໃນນະຄອນຫລວງວຽງຈັນ ສາມາດຜ່າຕັດປ່ຽນວາວຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ແລະ ພະຍາດອື່ນໆທີ່ຮັກສາຢາກໄດ້ແລ້ວ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝ.

ທ່ານຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນບໍ່ດົນມານີ້ວ່າ ການແພດລາວສາມາດເວົ້າໄດ້ວ່າທຽບເທົ່າສາກົນແລ້ວ ເພາະມີເຄື່ອງມືທີ່ທັນສະໄໝທີ່ສາມາດປິ່ນປົວພະຍາດທີ່ປິ່ນປົວຍາກໆໄດ້ແລ້ວ ໂດຍສະເພາະພະຍາດທີ່ກ່ຽວກັບຫົວໃຈ ເຊັ່ນ: ການຜ່າຕັດປ່ຽນວາວຫົວໃຈ, ໃສ່ຈັກກະຕຸ້ນຫົວໃຈ, ແຍ່ເສັ້ນເລືອດຫົວໃຈ ນອກນັ້ນຍັງສາມາດຜ່າຕັດສະໝອງ, ຜ່າຕັດກະດູກສັນຫຼັງ, ກະດູກຫົວກົກຂາ, ຜ່າຕັດຄໍ່, ເອັນຫົວເຂົ່າ, ການໝາກຟອກໄຂ່ຫຼັງ, ຟອກຕັບ, ການຜ່າຕັດຜ່ານທໍ່ ແລະ ມີອຸປະກອນດ້ານວິເຄາະ-ລັງສີ, ປິ່ນປົວພະຍາດມະເຮັງດ້ວຍການສາຍແສງ ແລະ ການປິ່ນປົວດ້ວຍຢາພື້ນເມືອງ ແລະ ອື່ນໆ ແຕ່ສາມາດປິ່ນປົວພະຍາດດັ່ງກ່າວ ສະເພາະຢູ່ ບັນດາໂຮງໜໍໃຫ່ຍຢູ່ຂັ້ນສູນກາງ ຫຼື ຢູ່ສະເພາະຢູ່ໂຮງໝໍໃນນະຄອນຫລວງເທົ່ານັ້ນ.

ທ່ານຮອງສາດສະດາຈານ ບຸນກອງ ໄດ້ກ່າວຕື່ມວ່າ: ສະເພາະບັນດາໂຮງໜໍໃຫ່ຍຢູ່ຂັ້ນແຂວງກໍ່ເລີ້ມມີການພັດທະນາການຮັກສາພະຍາດຕ່າງໆໄດ້ເຊັ່ນກັນ ແຕ່ກໍຍັງຂາດອຸປະກອນການແພດທີ່ທັນສະໄໝ ແລະ ຍັງຂາດບຸກຄະລາກອນທີ່ຈະສາມາດນຳໃຊ້ອຸປະກອນ ຫຼື ເຄື່ອງຈັກທີ່ທັນສະໄໝໄດ້ ແຕ່ໂຮງໝໍຂັ້ນແຂວງກໍ່ສາມາດໃຫ້ບໍລິການປິ່ນປົວພະຍາດໃນ5 ຂະແໜງການທີ່ສຳຄັນໄດ້ແລ້ວເຊັ່ນ : ພະຍາດພາຍນອກ-ພາຍໃນ, ເດັກນ້ອຍ, ປະສູດຍິງ ແລະ ປິ່ນປົວສຸກເສີນຟື້ນຟູຊີບ.

ຂ່າວ : ສົມພາວັນ

ຮູບ : ເພັດໂພໄຊ