ໄປບໍລອດ! ປອມແປງເງິນຕາ ນຳໃຊ້ເງິນກີບປອມ ສຸດທ້າຍຖືກຈັບ
ໃນ ວັນທີ່ 19 ສິງຫາ 2020 ທີ່່ຜ່ານມາ ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ສົມທົບກັບ
ປກສ ບໍລິການປະຊາຊົນ ກຸ່ມບ້ານ ສຸວັນນະພູມ ກອງບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ສາມາດ ມ້າງລາຍຄະດີ ຜູ່ປອມແປງເງິນຕາ,ຫຼືນຳໃຊ້ເງິນກີບປ້ອມຊື້ສິນຄ້າ,ຢູ່ຕາມຮ້ານຄ້າ,ຮ້ານກິນດິ່ມ,ຢູ່ເຂດລ້ອງນໍ້າພູນ ເມືອງປາກລາຍ ແຂວງໄຊຍະບູລີ.
ພາຍຫຼັງທີ່ໄດ້ຮັບຄຳແຈ້ງຄວາມຈາກຜູ່ຖຶກເສຍຫາຍ ເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ ກຸ່ມບ້ານສຸວັນນະພູມ,ຈຶ່ງປະສານສົມທົບເຈົ້າໜ້າທີ່ວິຊາສະເພາະ ຄະດີອາຍາ-ເສດຖະກິດ ລົງກວດກາຕິດຕາມເປົ້າໝາຍ ສົງໄສດັ່ງກ່າວ,ຢູ່ເຂດບ້ານນໍ້າພູນ,ພໍຮອດເວລາປະມານ 13 ໂມງ 00 ນາທີ ຂອງວັນທີ່ 19 ສິງຫາ 2020 ຈຶ່ງພົບເຫັນເປົ້າ
ໝາຍສົງໃສຂັບຂີ່ລົດຈັກ,ຍີ່ຫໍ້ເວບ110 ຊ້ອນທ້າຍກັນມາ,ເຈົ້າໜ້າຈຶ່ງຂໍກວດຄົ້ນເປົ້າໝາຍສົງໄສ 2 ຄົນ,ຄື: ທ້າວ ໂຈ ເດດທະວີໄຊ ອາຍຸ 17 ປີ ອາຊີບນັກຮຽນ ຢູ່ບ້ານ ຫາດດ້າຍ ເມືອງປາກລາຍ ແຂວງໄຊຍະບູລີ ແລະ ທ້າວ ເຈ ເພັດສີລາ ອາຍຸ 16 ປີ ອາຊີບນັກຮຽນຢູ່ບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ.

ພ້ອມທັງຂອງກາງເປັນເງິນກີບປອມຈຳນວນ 8.060.000 ກີບ,ມາດຳເນີນການສືບສວນ-ສອບສອນ ແລະ ຂະຫຍາຍຜົນ ພໍຮອດເວລາປະມານ 18 ໂມງ 00 ນາທີຈຶ່ງ ສາມາດກັດຕົວຜູ່ວົງການໄດ້ 01 ຄົນທີ່ພັກເຊົາບ້ານພັກແຫ່ງໜຶ່ງ ຢູ່ບ້ານແສງລາຍ ເມືອງປາກລາຍຄື:ທ້າວ ບຸນເກີດ ວິໄລພອນ ອາຍຸ 17 ປີ ອາຊີບນັກຮຽນ ຢູ່ບ້ານ ຫ້ວຍເຕົ່າ ເມືອງຊະນະຄາມ ແຂວງວຽງຈັນ, ພ້ອມທັງຂອງເງິນກີບປອມຈຳນວນ 12.400.000 ກີບ ມາດຳເນີນຄະດີຕາມກົດໝາຍ
ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ຄະດີອາຍາ-ເສດຖະກິດ ຜູ່ຕ້ອງຫາຊື່ທ້າວ ໂຈ ເດດທະວີໄຊ ແລະ ທ້າວ ເຈ ເພັດສີລາ ໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າວ່າ:ເງິນກີບປອມຈຳນວນ 8.060.000 ກີບແມ່ນເປັນຂອງຕົນເອງແທ້ ພວກກ່ຽວໄດ້ເອົາເງິນກີບແທ້ແລກປ່ຽນນຳ ທ້າວ ບຸນເກີດ ວິໄລພອນ ບ້ານຫ້ວຍເຕົ່າ ເມືອງຊະນະຄາມ ແຂວງວຽງຈັນ.ໃນເບື້ອງຕົ້ນທ້າວໂຈ ໄດ້ມາຮູບຈັກກັບທ້າວ ບຸນເກີດ ທາງແຟດບຸກໃນຊວງເດືອນ 5 ປີ 2020 ຈາກນັ້ນທັງສອງກໍ່ໄດ້ຮູ້ຈັກກັນແລ້ວເປັນໝູ່ເພື່ອນຮັກແພງກັນ,
ຕໍ່ ມາວັນທີ່ ບໍ່ຈື່ເດືອນສິງຫາ 2020 ໄດ້ມີທ້າວ ບຸນເກີດໂທໃຫ້ມາຫາຢູ່ເຮືອນພັກຢູ່ເຂດຄີວລົດບ້ານໄຊຍະມຸງຄຸນເມືອງປາກລາຍ, ແລ້ວທ້າວ ໂຈ ກໍ່ມາຊວນເອົາທ້າວເຈໄປນຳ ທັງສອງຄົນໄດ້ຂັບຂີ່ລົດຈັກຂອງຕົນເອງຊ້ອນກັນມາຫາ ທ້າວ ບຸນເກີດຢູ່ເຮືອນພັກຄີວລົດ ບ້ານໄຊຍະມຸງຄຸນ ເວລາປະມານ 20 ໂມງ 00 ນາທີ,ແລ້ວທ້າວບຸນເກີດກໍ່ມາຫາ ບອກວ່າໃຫ້ເອົາເງິນແທ້ຈຳນວນ 500.000 ກີບມາແລກເອົາເງິນກີບປອມຈຳນວນ 12.000.000 ກີບ,ແຕ່ 2 ຄົນບໍ່ມີເງິນຈາກນັ້ນທ້າວໂຈ ກັບທ້າວເຈ ກໍ່ພາກັນກັບບ້ານ,ມື້ຕໍ່ມາທ້າວບຸນເກີດແມ່ນໄດ້ໄປຫາທ້າວໂຈ,ທ້າວເຈ ຢູ່ເຮືອນ ແລ້ວ ພາກັນຈັບເປັດຢູ່ເຮືອນຂອງທ້າວ ໂຈ ຈຳນວນ 09 ໂຕໄປຂາຍໃຫ້ຮ້ານປີ້ງເປັດ ໄດ້ເງິນມາຈຳນວນ 250.000 ກີບ,ແລ້ວທ້າວບຸນເກີດກໍ່ໄດ້ເອົາເງິນໝົດແລ້ວກັບບ້ານ,ຕົກມາຮອດວັນທີ່ 18/8/2020 ແລ້ວທ້າວບຸນເກີດກໍ່ເອົາກີບປອມມາໃຫ້ ທ້າວໂຈ,ທ້າວເຈ ຢູ່ເຮືອນ ບ້ານ ຫາດດ້າຍຈຳນວນ 12.000.000 ກີບສະນິດໃບ 50 ພັນກີບ,

ແລ້ວທັງ 3 ຄົນໄດ້ແບ່ງປັນເງິນກັນໄດ້ຄົນລະ 4.000.000 ກີບ,ແລ້ວທ້າວ ບຸນເກີດໄດ້ເອົາເງິນຄືນໃຫ້ທ້າວ ໂຈ,ທ້າວເຈ ອີກຄົນລະ 300.000 ກີບທັງສອງຄົນໄດ້ເງິນຈາກທ້າວ ບຸນເກີດຈຳນວນ 4.3.00.000 ກີບ,ຈາກນັ້ນພວກເຂົ້າກໍ່ໄດ້ເອົາເງິນກີບປອມຈຳນວນດັ່ງກ່າວ ໄປໃຊ້ຈ່າຍຢູ່ຮ້ານກິນດິ່ມປະຢຸນ ບ້ານກາງຈຳນວນ 200.000 ກີບ,ຈ່າຍຢູ່ຮ້ານກິນດຶ່ມຈັນທະວີບ້ານສຸວັນນະພູມຈຳນວນ 900.000 ກີບ,ຈ່າຍຢູ່ຮ້ານກິນດຶ່ມລິສອດນໍ້າປິງຈຳນວນ 50.000 ກີບແລະໃຊ້ຈ່າຍຊື້ສິນຄ້າຕາມຮ້ານຂາຍເຄື່ອງເຂດລ້ອງນໍ້າພູນຈຳນວນ 300.000 ກີບຕົກມາຮອດເວລາປະມານ 13 ໂມງ 00ນາທີ ຂອງວັນທີ່ 19 ສິງຫາ 2020 ຈຶ່ງຖກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມກົດໝາຍ.
ທ້າວບຸນເກີດ ວິໄລພອນ ໄດ້ໃຫ້ການແລະຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ:ເງິນກີບປອມທັງໝົດແມ່ນເປັນຂອງ,ຕົນເອງແທ້ ໃນເບື້ອງຕົ້ນທ້າວ ບຸນເກີດ ໄດ້ຮັບເງິນຈາກທ້າວ ໂຈ ທີ່ຂາຍເປັດຈຳນວນ 250.000 ກີບ,ແລ້ວປຶກສາກັນວ່າ ຈະໄປກອບເງິນປອມມາໃຊ້ຈ່າຍຕໍ່ມາວັນທີ່ 16 ສິງຫາ 2020 ທ້າວບຸນເກີດກໍ່ຈ້າງລົດໂດຍສານ ໄປນະຄອນຫຼວງວຽງຈັນ

ພໍໄປຮອດຢູ່ນະຄອນຫຼວງກໍ່ເຂົ້າພັກເຊົາຢູ່ບ້ານພັກບໍ່ຮູ້ຊື່ເຂດບ້ານທາດຫຼວງ,ມື້ຕໍ່ມາຮອດເວລາປະມານ 11 ໂມງ 00 ນາທີຂອງວັນທີ່ 17 ສິງຫາ 2020 ທ້າວ ບຸນເກີດ ກໍ່ໄດ້ເຂົ້າໄປຮ້ານກອບເອກສານ ແຕ່ບໍ່ຮູ່ຊື່ຮ້ານຢູ່ເຂດບ້ານທາດຫຼວງ ນະຄອນຫຼວງວຽງຈັນ ຈາກນັ້ນ ທ້າວ ບຸນເກີດ ກໍ່ໄດ້ເອົາເງິນແທ້ປະເພດໃບ 100.000 ກີບຈຳນວນ 01 ໃບ,ປະເພດໃບ 50.000 ກີບຈຳນວນ 01 ໃບ,ປະເພດໃບ 20.000 ກີບຈຳນວນ 01 ໃບ,ໄປຈ້າງຄົນບໍ່ຮູ້ຊື່ ຮ້ານອັດເອກກະສານດັ່ງກ່າວກອບປີໃຫ້ແຕ່ບໍ່ຮູ້ຈຳນວນເສຍຄ່າກອບເປັນເງິນຈຳນວນ 300.000 ກີບ,ພາຍຫຼັງທີ່ໄດ້ເງິນກອບແລ້ວ ທ້າວ ບຸນເກີດ ກໍ່ຈ້າງລົດໂດຍສານກັບບ້ານ
ແລ້ວແລ້ວຂີ່ລົດຈັກຂອງຕົນເອງມາເມືອງປາກລາຍ ຈາກນັ້ນກໍ່ໄດ້ມາພັກເຊົ້າຢູ່ເຮືອນພັກ ບ້ານແສງລາຍ ແລ້ວ ແຊດທາງເຟດບຸກຫາ ທ້າວ ໂຈ ເດດທະວີໄຊ,ທ້າວ ເຈ ເພັດສີລາ ວ່າໄດ້ເງິນປອມມາແລ້ວເດີ ແລ້ວທັງສອງຄົນກໍ່ນັດໃຫ້ໄປຫາ,ຈາກນັ້ນທ້າວ ບຸນເກີດ ກໍ່ເອົາເງິນປອມໄປແບ່ງໃຫ້ທ້າວ ໂຈ,ທ້າວເຈ ຢູ່ເຮືອນຂອງທ້າວໂຈ ບ້ານຫາດດ້າຍ ແບ່ງເງິນໃຫ້ທ້າວໂຈ,ທ້າວເຈ ຄົນລະ 4.300.000 ກີບ,
ຈາກນັ້ນທ້າວບຸນເກີດກໍ່ກັບມາພັກເຊົາຢູ່ເຮືອນພັກບ້ານແສງລາຍ ບ່ອນເກົ່າຕົກມາຮອດວັນທີ່ 19 ສິງຫາ 2020 ທ້າວ ໂຈໄດ້ແຊດຫາທ້າວ ໜຶ່ງ ບ້ານຫ້ວຍຄວຍ ໃຫ້ເອົາໂທລະຊັບມາຂາຍໃຫ້ ຕໍ່ມາທ້າວໜຶ່ງໄດ້ເອົາໂທລະຊັບມາສົ່ງໃຫ້ຢູ່ບ້ານພັກບ້ານແສງລາຍໂທລະຊັບຍີ່ຫໍ້ຮາວເຫີຍສີຟ້າມູນຄ່າເປັນເງິນຈຳນວນ 2.500.000 ກີບ ເອົາເງິນປອມຈ່າຍໃຫ້ທ້າວ ໜຶ່ງກໍ່ກັບບ້ານ

ຈາກນັ້ນທ້າວ ບຸນເກີດກໍ່ນຳໃຊ້ໂທລະຊັບໜ່ວຍດັ່ງກ່າວ,ຕໍ່ມາຮອດເວລາ ປະມານ 18 ໂມງ 00 ນາທີ ຂອງວັນທີ່ 19 ສິງຫາ 2020 ຈຶ່ງຖຶກເຈົ້າໜ້າທີ່ກັກຕົວຢູ່ບ້ານພັກ ພ້ອມທັງເງິນຂອງກາງເປັນເງິນກີບປອມຈຳນວນ12.400.000 ກີບໂທລະຊັບ 01 ໜ່ວຍ,ລວມເງິນຂອງກາງເປັນເງິນກີບປອມທີ່ຍຶດໄດ້ຈຳນວນ 20.460.000 ກີບ,ພວກເຂົ້າໄດ້ໃຊ້ຈ່າຍຊື້ສິນຄ້າໄປແລ້ວ ຈຳນວນ 3.950.000 ກີບ,ນຳຕົວຜູ່ກະທຳຜິດຈຳນວນ 03 ຄົນ ມາດຳເນີນຄະດີ ຕາມກົດໝາຍ.