ເລື່ອງບໍ່ຈົບງ່າຍໆ! ງານເຂົ້ານາຍບ້ານຢ່າງຕໍ່ເນື່ອງ

ອີງຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານໜອງພະຍາໃຫ້ຮູ້ວ່າເລື່ອງຂອງເລື່ອງ : ແມ່ນການຈັດຕັ້ງບ້ານໄດ້ແຈ້ງຂາຍດີນວັດມາຫລາຍຄັ້ງແລ້ວ ແລະບ້ານເປັນຝ່າຍເກັບກຳເງິນຂອງວັດ ແລະເປັນຜູ້ບໍລິຫານແບ່ງເປັນ ໃຫ້ແຕ່ລະຝ່າຍ ແລະມີທ່າທີຫວງແຫນ ຊັບສິນ ທັງຍັງໄຊ້ຈ່າຍໂດຍທີ່ວັດບໍ່ມີສິດມາເປັນເລື່ອງແຮງກໍ່ແມ່ນການຈັດຕັ້ງໄດ້ປະກາດຂາຍດີນວັດບໍ່ລິເວນທີ່ເປັນໜອງດ້ານຕາເວັນອອກ ແລະມີບໍລິສັດເອກະຊົນແຫ່ງຫນຶ່ງໄດ້ເອົາເງິນມາມັດຈຳ

ເມື່ອເຈົ້າອາວາດວັດຮູ້ຈຶ່ງໄດ້ບອກໃຫ້ບໍລິສັດວ່າດີນນີ້ຂອງວັດຖ້າບໍລິສັດຊື້ຢ້ານວ່າຊີ້ມີບັນຫາ ບໍລິສັດຈຶ່ງຖອນການຊື້ຄືນດັ່ງນັ້ນຈຶ່ງຜິດໃຈທາງບ້ານຢ່າງຮຸນແຮງ ຈຶ່ງເປັນເລື່ອງເປັນຄວາມກັນມາຕະຫລອດແລະໄດ້ໄກ່ເກ່ຍກັນ,ທາງການຈັດຕັ້ງບ້ານໜອງພະຍາຍາມບັງຄັບໃຫ້ຄູບາສິກຂາອອກ ແຕ່ເພິ່ນບໍ່ຍອມ “ ຢ່າລືມວ່າຄູບາອົງນີ້ແມ່ນຂັ້ນເທີງແຕ່ງມາແກ້ບັນຫາເລື່ອງບ້ານ ແລະເຈົ້ານາຍທັງຫຼາຍທີ່ເອົາດີນວັດມາແບ່ງກັນ” ເພາະຜູ້ໄດ້ຫຼາຍ,ຜູ້ໄດ້ໜອ້ຍ ຜູ້ຈ່າຍເງິນແລະຜູ້ບໍ່ຈ່າຍເງິນ ສຸດທ້າຍຜິດກັນເອງຟົດເດືອດຂຶ້ນເຈົ້າອາວາດວັດຮູ້ຈັກເລື່ອງ ແລະບໍ່ຍອມຕາມທາງບ້ານ ເຂົາຈຶ່ງພະຍາຍາມຂັບໄລ່ເພີ່ນ,ຍ້ອນວ່າຖ້າເພິ່ນຍັງຢູ່ບັນຫາຜ່ານມາກໍ່ຢ້ານຖືກຮື້ຟື້ນ ສຸດທ້າຍການຈັດຕັ້ງບ້ານເຂົ້າມາວັດເພື່ອໄກ່ເກ່ຍກັບວັດ

ຈົວຄູບາທັງຫມົດ20ກວ່າອົງນັ່ງອ້ອມເຈົ້າອາວາດວັດໄວ້ ບໍ່ໃຫ້ທາງບ້ານເຂົ້າເຖີງຕົວເພີ່ນ ທາງບ້ານຖາມວ່າໃຜເຫັນດີໃຫ້ເພີ່ນສິກຂາແລ້ວຍ້າຍຫນີ ບໍ່ມີໃຜຍົກມື ໃຜເຫັນດີໃຫ້ຢູ່ຕໍ່ ຫມົດທຸກຄົນພາກັນຍົກມື ສຸດທ້າຍທາງບ້ານເວົ້າວ່າຊີ້ບໍ່ມາຫຍຸ້ງ ບໍ່ມາຢຽບວັດອີກ ແລະເຂົາກໍພາກັນຫຼີ້ນວົງນອກຫາທາງໃສ່ຮ້າຍຍ້ອນວ່າເມື່ອພວກບ້ານວາງມື ເງິນຄຳຊັບສິນແມ່ນທາງວັດເປັນຜູ້ຮັບຜິດຊອບເອງ ແລະມີຄະນະກຳມະການເບິ່ງແຍງຮັບຜິດຊອບ,

ຈຶ່ງມີຄົນພະຍາຍາມຊອກເລື່ອງໃສ່ຮ້າຍເພື່ອຂັບໄລ່ເພີ່ນ ອອກຈາກວັດຍ້ອນຄົນມີຕໍ່າແຫນ່ງຈຳນວນຫນຶ່ງໄດ້ຮັບຜົນປະໂຫຍດໂດຍສະເພາະຕອນດີນຂອງວັດທີ່ຜ່ານມາມີເຖິງ 20-25 ເຮັກຕາຖືກແບ່ງຍ່ອຍຈົນທາງວັດຕ້ອງຮີບສ້າງກຳແພງໄວ້, ເຫດຜົນທີ່ເຂົາຢາກຂັບໄລ່ເພິ່ນແມ່ນຜົນປະໂຫຍດລ້ວນໆ ຖ້າຄູບາອົງນີ້ອອກໄປເຂົາຈະໄດ້ປິດເລື່ອງທີ່ດີນຂອງວັດໃຫ້ງຽບ,ສອງລະແມ່ນຈະໄດ້ກຳຊັບສິນເງິນຄຳຂອງວັດເຫມືອນເດີມ ງຶດຊີ້ຕາຍເງິນວັດແມ່ນ ປຊຊ ສັດທາມາຖວາຍມາມອບໃຫ້ວັດດ້ວຍໃຈເຫລື້ອມໃສສັດທາການຈັດຕັ້ງມາແຕ່ໃສຈຶ່ງມາກຳ ແລ້ວເປັນຜູ້ແບ່ງປັນ.

ທາງວັດທຽບບໍ່ມີງົບປະມານຈະມາສ້າງວັດວາ ໃສ່ບາດເທື່ອຫນຶ່ງ 30-40 ລ້ານ ບໍ່ແມ່ນຫນ້ອຍ ເມື່ອບ້ານນີ້ມີສອງວັດ ແລະ ທາງບ້ານໄດ້ໂດດໄປກຳວັດທີ2 ທີຫາກໍສ້າງ ເຫດຜົນອັດປະຕູວັດນີ້ກໍ່ແມ່ນເພື່ອໃຫ້ ປຊຊ ຫັນໄປວັດໃຫມ່ທີ່ທາງບ້ານໄດ້ໄປກຳຊັບສິນ ຄູບາວັດທີສອງກໍ່ກາຍມາເປັນຫຸ່ນໃຫ້ການຈັດຕັ້ງບ້ານຫາຜົນປະໂຫຍດພວກທີ່ໄດ້ຜົນປະໂຫຍດກໍ່ເອື້ອອີງກັນ ບ້ານກໍ່ອີງໃສ່ເມືອງ,ເມືອງກໍ່ອີງໃສ່ນະຄອນຫລວງ (ສະເພາະພວກທີ່ມີສ່ວນໄດ້ດີນຂອງວັດ) ຈຶ່ງຄິດວ່າຕົນເອງເປັນການຈັດຕັ້ງແລ້ວມີສິດ ບໍ່ມີໃຜເຮັດຫຍັງໄດ້ ຜູ້ໃຫຍ່ມີຜົນປະໂຫຍດຈຶ່ງຮ່ວມກັນເພື່ອຂັບໄລ່ຄູບາອົງນີ້ເພື່ອປົກປິດຄວາມຜິດທີ່ພວກຕົນຮັບຜົນປະໂຫຍດມາ.