ຂົນລຸກ ພິທີຂອງສຸລາເວສີ “ປຸກຜີ” ມາແຕ່ງກາຍ
ພິທີນີ້ຈະຈັດຂຶ້ນທຸກໆ 3 ປີ ໂດຍຊາວໂທຣາຈັນ ຢູ່ເກາະສຸລາເວສີ ປະເທດອິນໂດເນເຊຍ ເຊິ່ງມີທຳນຽບເກັບສົບຜູ້ຕາຍໄວ້ໃຫ້ແຫ້ງຄືມຳມີ່.ຊຸມຊົນຊາວໂທຣາຈັນ (Torajan) ທີ່ອາໄສຢູ່ຕາມພູໃນເກາະສຸລາເວສີຂອງອິນໂດເນເຊຍຂຸດສົບພີ່ນ້ອງທີ່ແຫ້ງຄືມຳມີ່ຂຶ້ນມາທຸກສາມປີ ເພື່ອທຳຄວາມສະອາດ ແລະ ແຕ່ງກາຍດ້ວຍເສື້ອຜ້າທີ່ມັກ ເມື່ອໃຫ້ກຽດແກ່ວິຍານຂອງພວກເຂົາ.ພິທີນີ້ເອີ້ນວ່າ: “ມາເນເນ” ຈະປະຕິບັດກ່ອນ ຫລື ຫລັງການເກັບກ່ຽວໃນເດືອນສິງຫາ

ໂດຍສະມາຊິກໃນຄອບຄົວທີ່ຍັງມີຊີວິດຈະຂຸດເອົາສົບພີ່ນ້ອງທີ່ເສຍຊີວິດໄປແລ້ວຂຶ້ນມາແຕ່ງຕົວໃໝ່ ແລະ ທຳຄວາມສະອາດຂຸມຝັງສົບ.ປາຊັງ ຂຸດເອົາສົບສະມາຊິກໃນຄອບຄົວທີ່ເສຍຊີວິດໄປແລ້ວຫລາຍຄົນ ລວມທັງຍາຍ ແລະ ນ້າສາວຂອງລາວຂຶ້ນມາ ຈາກນັ້ນຈະເອົາສົບໄປຕາກແດດກ່ອນຈະແຕ່ງຕົວໃຫ້ງົດ

ງາມ. ນອກຈາກນີ້ ຍັງມີການຈັດງານລ້ຽງ ແລະ ຂ້າໝູເພື່ອລ້ຽງໃນພິທີນຳອີກ.ສະໄໝກ່ອນ ຮ່າງຜູ້ເສຍຊີວິດຈະເຮັດໃຫ້ເປັນມຳມີ່ດ້ວຍຂະບວນການດອງ ເຊິ່ງໃຊ້ນ້ຳສົ້ມສາຍຊູ ແລະ ໃບຊາ, ທຸກມື້ນີ້ຄອບຄົວມັກສັກສານລະລາຍຟໍມາລດິໄຮເຂົ້າໄປໃນສົບ.ຫລັງຈາກຜ່ານໄປຫລາຍເດືອນແລ້ວ ຊາວໂທຣາຈັນເຊື່ອວ່າ

ວິນຍານຂອງຄົນຕາຍຈະໄດ້ຮັບການປົດປ່ອຍ ແລະ ຈະເປັນອຳມະຕະ ໂດຍຈະຈັດພິທີສົບທີ່ອາລັງການຫລາຍວັນ ເອີ້ນວ່າ: ພິທີ “ທຳບູ ໂຊໂລ”.ທັງນີ້ ຊາວໂທຣາຈັນສ່ວນຫລາຍເປັນຄຣິສຕຽນ ແຕ່ພວກເຂົາຍັງຮັກສາພິທີ ແລະ ຄວາມເຊື່ອຂອງລັດທິບູຊາຜີບັນພະບູລຸດເອົາໄວ້.
ຊົມຄລິບປະເພນີການປຸກຜີ