ກຽມໂຕ່ງນ້ຳໄວ! ນ້ຳປະປານະຄອນຫຼວງ ແຈ້ງການປິດນໍ້າສ້ອມແປງ 3 ເມືອງ ກວມ 13 ບ້ານ 3 ກັນຍານີ້
ໃນວັນທີ 3 ກັນຍາ 2020 ແຕ່ເວລາ 09:00-16:00 ໂມງຈະສ້ອມແປງນໍ້າຮົ່ວ ແລະ ປ່ຽນຖ່າຍປະຕູນໍ້າ ທ່ານໃດທີ່ຢູ່ໃນຂອບເຂດບັນດາບ້ານລຸ່ມນີ້ ໃຫ້ກະກຽມໂຕ່ງນໍ້າໄວ້ຄື:

👉 ເມືອງຈັນທະບູລີ ມີບ້ານ ໂພນຕ້ອງສະຫວາດ, ໜອງທາໃຕ້, ໂພນຕ້ອງຈອມມະນີ, ດອນແດງ, ໜອງທາເໜືອ.
👉ເມືອງໄຊເສດຖາມີ: ບ້ານ ໂພນພະເນົາ, ຈອມມະນີ, ໂພນສະຫວ່າງ.
👉ເມືອງສີໂຄດຕະບອງ: ບ້ານ ໜອງແຕ່ງເໜືອ-ໃຕ້, ຈັນສະຫວ່າງ, ຈຳປາ, ວຽງຄຳ.

ສອບຖາມເພີ່ມເຕີມສາຍດ່ວນ: 1169 ☎️