ຂ່າວດ່ວນ! ເລຂາພັກ ເຈົ້າຄອງນະຄອນຫຼວງຮ່າໂນ້ຍຖືກຈັບ.

ຂ່າວດ່ວນ ວັນທີ 29 ສິງຫາ ຈາກສຳນັກງານຂ່າວ phapluat ລາຍງານວ່າ: ຕອນແລງຂອງວັນທີ 28 ສິງຫາ ທ່ານ ຫງວຽນດຶກຈຸງ ເລຂາພັກ, ເຈົ້າຄອງນະຄອນຫຼວງຮ່າໂນ້ຍ ຖືກເຈົ້າໜ້າທີ່ຕຳຫຼວດ ກະຊວງຕຳຫຼວດຈັບກຸມຕົວຊົ່ວຄາວ ໃນຂໍ້ຫາລັກເອົາເອກກະສານລັບຂອງຊາດ.

ເວລາປະມານ 19:30 ໂມງຂອງວັນທີ 28 ສິງຫາເຈົ້າໜ້າທີ່ຕຳຫຼວດໄດ້ບຸກເຂົ້າກວດຄົ້ນເຮືອນຂອງທ່ານ ດຶກຈຸງ ຢູ່ເຮືອນເລກທີ 88, ຈຸງລຽດ ຄຸ່ມດົງດາ ຮ່າໂນ້ຍ ແລະ ໄດ້ຄຸມຕົວໄວ້ຊົ່ວຄາວ

ຕາມຂໍ້ກຳນົດໃນມາດຕາ 337 ກົດໝາຍອາຍາ ປີ 2015(ສະບັບປັບປຸງປີ 2017) ເພື່ອໄວ້ສືບສວນສອບສວນ, ພາຍຫຼັງໄດ້ຮັບການຕົກລົງຈາກໄອຍະການປະຊາຊົນສູງສຸດຂອງຫວຽດນາມ.

ປັດຈຸບັນເຈົ້າໜ້າທີ່ໄດ້ຈັບກຸມຕົວທ່ານ ດຶກຈຸງ ໄວ້ເພື່ອສອບສວນສືບສວນຕໍ່ໄປ.

ຂ່າວ: ລູກເມືອງພວນ ໜັງສືພິມລາຍວັນລາວພັດທະນາ