ຮອງເຈົ້າຄອງນະຄອນຫລວງວຽງຈັນ ພົບປະຊາວຄ້າຂາຍ ແລະ ຜູ້ພັດທະນາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ

ຕະຫລາດເຊົ້າ ແມ່ນຕະຫລາດທີ່ເປັນໃຈກາງ, ເປັນທີ່ຮູ້ຈັກຂອງປວງຊົນລາວເຮົາ ໃນທົ່ວປະເທດ, ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ໃນການຊຸກຍູ້ ແລະ ໃຫ້ມີການພັດທະນາໃຫ້ເປັນສະຖານ ທີ່ອຳນວຍຄວາມສະດວກ ໃນການຄ້າຂາຍ ແລກປ່ຽນສິນຄ້າ. ມາໃນວັນທີ 28 ສິງຫາ 2020 ນີ້, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຊີ້ນຳຄະນະສະເພາະກິດ ຍົກຍ້າຍຊາວຄ້າ-ຂາຍ ໂຄງການພັດທະນາຕະຫລາດເຊົ້າ ໄດ້ພົບປະຊາວຄ້າຂາຍ, ຜູ້ພັດທະນາຕະ ຫລາດເຊົ້າ ກໍຄື ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ແລະ ຊີ້ນຳການຈັດຕັ້ງປະຕິບັດ ແຜນພັດທານາຕະຫລາດເຊົ້າ ໃຫ້ເປັນສູນການຄ້າທີ່ທັນສະໄໝ, ທັງນີ້ ກໍເພື່ອເປັນການສ້າງຄວາມ ເຂົ້າໃຈຕໍ່ທິດທາງການພັດທະນາ ຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນ ຕະຫລາດເຊົ້າ ກາຍເປັນສູນການຄ້າທີ່ທັນສະ ໄໝ, ເປັນສູນລວມຂອງການຄ້າຂາຍ ໃນຮູບແບບທີ່ທັນສະໄໝ ສົມເປັນເມືອງຫລວງຂອງປະເທດ.

ທ່ານ ພູຂົງ ບັນນະວົງ ໄດ້ກ່າວກັບຊາວຄ້າຂາຍ ແລະ ຜູ້ເຂົ້າຮ່ວມໃນພິທີຄັ້ງນີ້ວ່າ: ພວກເຮົາຕ້ອງໄດ້ເຊື່ອໝັ້ນ ໃນການພັດທະນາ ແລະ ຢັ້ງຢືນຕາມສັນຍາ ທີ່ນະຄອນຫລວງວຽງຈັນ ໄດ້ເຊັນຮັບຮອງແລ້ວ ໂດຍຂັ້ນຕອນການຄົ້ນຄວ້າແມ່ນ ຜ່ານຂະບວນການຖືກຕ້ອງ ແລະ ມີຄວາມເປັນທຳທີ່ສຸດ, ການພັດທະນາຕະຫລາດເຊົ້າ ແມ່ນໃຫ້ໄປຕາມຮູບແບບແຜນຜັງ ທີ່ລັດຖະບານຮັບຮອງ, ການປຸກສ້າງກໍໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແຜນຜັງການກໍສ້າງ, ທຸກຂັ້ນຕອນການກໍ່ສ້າງ ແມ່ນໃຫ້ປະຕິບັດໄປຕາມລະບຽບການ.

ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງ ມາຍັງຊາວຄ້າຂາຍ ແລະ ບໍລິສັດ ຕ້ອງໄດ້ຮ່ວມມືກັນ ເຮັດໃຫ້ການກໍ່ສ້າງສຳເລັດ ຕາມເວລາທີ່ໄດ້ກຳນົດໄວ້ ບໍ່ໃຫ້ແກ່ຍາວເວລາ ໃນການພັດທະນາ ຄືໄລຍະຜ່ານມາ, ສ່ວນການຕົບແຕ່ງພາຍໃນ ແມ່ນໃຫ້ບໍລິສັດ ແລະ ຊາວຄ້າຂາຍ ສົບທົບກັນເພື່ອຄວາມຈົບງາມ ແລະ ທັນສະໄໝ; ກຳນົດແຜນຍົກຍ້າຍຊ່ວຄ້າຂາຍ ອອກຈາກຕຶກຢູ (U) ມາຢູ່ຕຶກ ມໍ1 ແລະ ມໍ2 ເພື່ອໃຫ້ ການກໍ່ສ້າງໄດ້ດຳເນີນ ໄປຢ່າງສະດວກ ແລະ ສໍາເລັດຕາມແຜນການທີ່ວາງໄວ້.

ໂອກາດນີ້, ທ່ານ ຊາງ ຊຽງໝິງ ຜູ້ອຳນວຍການບໍລິສັດ ຮົວຊິນ ພັດທະນາ ຈຳກັດ ກໍໄດ້ລາຍງານຄວາມພ້ອມຂອງໂຄງການ ໂດຍທ່ານໄດ້ກ່າວວ່າ: ບໍລິສັດ ຮົວຊິນ ພັດທະນາ ຈຳກັດ ໄດ້ເຊັນສັນຍາສຳປະທານ ໂຄງການພັດທະນາ ຕະຫລາດເຊົ້າຕຶກ ຢູ(ຕະຫລາດເຊົ້າຕຶກເກົ່າ), ຕຶກ ມໍ1 ແລະ ມໍ2 ໃນວັນທີ 27 ພຶດສະພາ 2020 ຜ່ານມາ ໂດຍມີອາຍຸການສຳປະທານ 40 ປີ, ປັດຈຸບັນ, ບໍລິສັດ ມີບ່ອນຮອງຮັບຊາວຄ້າຂາຍ ທີ່ມາຈາກຕຶກຢູ ທັງໝົດ 302 ຫ້ອງ, ເຊິ່ງຊາວຄ້າຂາຍ ທີ່ຍ້າຍມາຢູ່ຕຶກ ມໍ1 ແລະ ມໍ2 ແມ່ນຈະໄດ້ຍົກເວັ້ນຄ່າເຊົ່າ ແລະ ຄ່າບໍລິມາດຫ້ອງ ເປັນເວລາ 6 ເດືອນ, ລວມທັງໄລຍະການຍົກຍ້າຍ 3 ເດືອນ ລວມທັງໝົດເປັນ 9 ເດືອນ, ສ່ວນຄ່າໄຟຟ້າແມ່ນ ໃຫ້ຈ່າຍເອງຕາມການຊົມໃຊ້ ຕົວຈິງ ແລະ ຫລັງຈາກໝົດກຳນົດ ການຍົກເວັ້ນແລ້ວ, ບໍລິສັດຈະເກັບຄ່າເຊົ່າ 50% ຈົນກວ່າຈະມີແຈ້ງການໃຫ້ຂຶ້ນຕຶກ ໃໝ່ຕາມລາຄາເຕັມ ຂອງແຕ່ລະຊັ້ນຄື: ຊັ້ນໃຕ້ດິນແມ່ນລາຄາ 16 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 1 ລາຄາ 20 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 2 ລາຄາ 18 ໂດລາສະຫະລັດຕໍ່ຕາແມັດ, ຊັ້ນ 3 ລາຄາ 14 ໂດລາສະຫະລັດຕໍ່ຕາແມັດ, ສ່ວນຄ່າໄຟຟ້າ ແລະ ຄ່າບໍລິມາດ ຊາວຄ້າຂາຍຕ້ອງໄດ້ຈ່າຍລາຄາເຕັມ (ຄ່າບໍລິມາດ ລາຄາ 26.000 ກີບຕໍ່ຕາແມັດ). ຖ້າຫາກຊາວຄ້າຂາຍ ທີ່ມາຈາກຕຶກຢູ ຫາກມີຄວາມສົນໃຈ ຈະຊື້ຫ້ອງຂາຍຈາກບໍລິສັດ ແມ່ນຈະໄດ້ຮັບສ່ວນຫລຸດ 20% ຂອງມູນຄ່າຫ້ອງ, ເຊິ່ງລາຄາຂາຍແມ່ນ 2.800-5.500 ໂດລາຕໍ່ຕາແມັດ.

ເນື້ອໃນ: ຂປລ