ຄະນະຊ່ຽວຊານແພດຈີນກັບຄືນປະເທດ
ຕາມຂ່າວສານ cri ໃຫ້ຮູ້ວ່າ ໃນວັນທີ 12 ເມສານີ້, ໜ່ວຍຊ່ຽວຊານປິ່ນປົວທີ່ຈີນຊ່ວຍເຫຼືອລາວຕ້ານພະຍາດ COVID-19 ໄດ້ສຳເລັດໜ້າ ແລ້ວເດີນທາງກັບເມືອຈີນ. ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວໄປສົ່ງໜ່ວຍຊ່ຽວຊານຢູ່ສະໜາມບິນ.
ໃນເວລາ 2 ອາທິດທີ່ເຮັດວຽກຢູ່ລາວ,ຊ່ຽວຊານ12 ທ່ານໃນໜ່ວຍໄດ້ຈັດແຜນການປ້ອງກັນ ແລະ ປິ່ນປົວພະຍາດໂດຍອີງຕາມບົດຮຽນຂອງຈີນ ແລ້ວປະສານກັບສະພາບຕົວຈິງຂອງລາວ,ໄດ້ສ້າງໂຮງໝໍມິດຕະພາບນະຄອນຫຼວງວຽງຈັນເປັນໃຫ້ໂຮງໝໍປິ່ນປົວພະຍາດ COVID-19 ໂດຍສະເພາະ,ໄດ້ຈັດຊຸດອົບຮົມ 20 ກວ່າເທື່ອໃຫ້ແກ່ພະນັກງານການແພດຂອງລາວທີ່ມາຈາກ 18 ແຂວງ ແລະ ນະຄອນ, ພ້ອມທັງຍົກສູງຄວາມສາມາດກວດໄວຣັສຂອງຫ້ອງທົດລອງຂອງລາວ.
ທ່ານບຸນກອງ ສີຫາວົງໄດ້ຕີລາຄາສູງຕໍ່ວຽກງານຂອງໜ່ວຍຊ່ຽວຊານປິ່ນປົວຂອງຈີນ. ທ່ານກ່າວວ່າ, ການຊ່ວຍເຫຼືອລາວຂອງຈີນເທື່ອນີ້ມີຄວາມໝາຍເລິກເຊິ່ງ, ໜ່ວຍຊ່ຽວຊານໄດ້ໃຫ້ການຊ່ວຍເຫຼືອອັນເຕັມທີ່ ແລະ ຈິງໃຈຕໍ່ລາວ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈ ແລະ ເນື້ອໃນຂອງປະຊາຄົມຮ່ວມຊາຕາກຳລາວ-ຈີນຢ່າງແທ້ຈິງ.
ທ່ານສອນໄຊ ຣາຊວົງ ຮອງຜູ້ອຳນວຍໂຮງໝໍມິດຕະພາບນະຄອນຫຼວງວຽງຈັນກ່າວວ່າ, ໜ່ວຍຊ່ຽວຊານປິ່ນປົວຈີນໄດ້ປະຕິບັດວຽກງານຢ່າງຕັ້ງໃຈ, ມີປະສິດພາບສູງ ແລະ ຮອບດ້ານ, ສອງຝ່າຍຮ່ວມມືກັນເຮັດວຽກຢ່າງສະດວກຫຼາຍ,ໄດຮັບຜົນທີ່ດີກວ່າຄາດໝາຍຂອງໂຮງໝໍ.
ແລະໃນວັນທີ 12 ເມສາ 2020 ນີ້, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງຄະນະຊ່ຽວຊານການແພດ ແລະເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ຢ່າງເປັນທາງການ, ພາຍຫຼັງທີ່ໄດ້ເດີນທາງມາໃຫ້ການຊ່ວຍເຫຼືອວຽກງານການຕ້ານ ແລະສະກັດກັ້ນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ (COVID-19) ຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020 ນີ້. ເຊິ່ງການປະຕິບັດວຽກຂອງຄະນະຊ່ຽວຊານການແພດ ຈາກ ສປ ຈີນ ທີ່ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ໃນໄລຍະເວລາ 2 ອາທິດ ຜ່ານມາ, ທັງຢູ່ຂັ້ນສູນກາງ ແລະບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ມາດຕະການ ແລະມາດຕະຖານໃນການປ້ອງກັນພະຍາດ Covid-19 ເປັນຕົ້ນແມ່ນ ໄດ້ຈັດຝຶກອົບຮົມ, ຖ່າຍຖອດບົດຮຽນ ແລະປະສົບການຕົວຈິງ, ໂດຍໃຫ້ຄຳປຶກສາ ແລະແນະນຳວິທີການປ້ອງກັນພະຍາດໂຄວິດ-19.