ຕັດສິນ 4 ຈຳເລີຍ ຄ້າຂາຍຢາເສບຕິດ ໃນນີ້ສູງສຸດ 17 ປີ

ຈຳເລີຍທັງ 4 ຖືກດຳເນີນຄະດີແຕ່ເດືອນພະຈິກ 2019, ເປັນເວລາ 8 ເດືອນກວ່າ ກ່ອນ ຖືກອົງການໄອຍະການປະຊາຊົນ ສະຫຼຸບສຳນວນຄະດີ ສັ່ງຟ້ອງພວກຈຳເລີຍຂຶ້ນສານ ໃນ ວັນທີ 20 ສິງຫາ 2020. ດັ່ງນັ້ນ, ສານພິຈາ ລະນາຕັດສິນຕາມກົດໝາຍອາຍາສະປັບປຸງປີ 2017 ໃນນີ້ ທ້າວ ຈັນສະໝອນ (ຈຳເລີຍ1) ຖືກສານຕັດສິນ ຈຳຄຸກ 17 ປີ ປັບໃໝ 380. 000.000 ກີບ.

ຈຳເລີຍທີ່ໄດ້ຮັບໂທດສູງສຸດຈຳຄຸກ 17 ປີ ປັບໃໝ 380.000.000 ກີບ ຊື່ ທ້າວ ຈັນສະ ໝອນ ຫຼື ອັ້ງ ( ຈຳເລີຍ1 ) ອາຍຸ 32 ປີ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ, ໃນສຳນວນຄະດີເຈົ້າໜ້າທີ່ໄດ້ຈົດບັນທຶກຄຳໃຫ້ການຂອງຈຳເລີຍ 1 ໂດຍມີເນື້ອໃນດັ່ງນີ້: ເລີ່ມຂາຍຢາບ້າໃນປີ 2018, ຢາບ້າແມ່ນຊື້ນຳ ທ້າວ ນ້ອຍ ( ບໍ່ຮູ້ບ້ານຢູ່ ) ທີ່ຂາຍຢູ່ຮ້ານເກມ ເຂດບ້ານສົມສະຫງ່າ ຄັ້ງລະ 2 ຖົງ ( ຖົງລະ 200 ເມັດ) ແລ້ວນຳໄປຂາຍໃຫ້ໄວລຸ້ນໃນແຖວບ້ານ ແລະ ຢູ່ຮ້ານເກມ, ວັນທີ 3 ທັນວາ 2018, ໄດ້ຊື້ຢາບ້ານໍາ ທ້າວ ນ້ອຍ 4 ຖົງຂາຍ ຍັງເຫຼືອ 498 ເມັດ.

ມາວັນທີ 5 ທັນວາ, ເຫັນເຈົ້າໜ້າທີ່ກໍາລັງມາຈັບຕົວຈໍາເລີຍ ໄດ້ຖິ້ມຢາ ບ້າ 498 ເມັດ ແລ້ວປິນກໍາແພງຫຼົບໜີໄປຢູ່ເມືອງວັງວຽງ ແຂວງວຽງຈັນ ປະ ມານ 2-3 ເດືອນ ຈຶ່ງກັບມາຢູ່ບ້ານ. ມາເດືອນພະຈິກ 2019, ໄດ້ເຄື່ອນໄຫວຄ້າຂາຍຢາບ້າອີກ. ຄັ້ງນີ້, ຊື້ນຳໝູ່ຂອງທ້າວ ສາຍຄໍາ ຢູ່ບ້ານດົງໂດກ ຈຳນວນ 6 ຖົງ ແລ້ວແບ່ງຂາຍໃຫ້ໄວລຸ້ນ ແລະ ຂາຍໃຫ້ ທ້າວ ສີປະເສີດ ຫຼື ໂອເລ້ (ຈຳເລີຍ3 ) ອາຍຸ 19 ປີ ຢູ່ບ້ານໝອງໝ່ຽງ ເມືອງໄຊເສດຖາ ແລະ ຂາຍໃຫ້ ທ້າວ ເບີດທົງໄຊ ຫຼື ເບີດ (ຈຳເລີຍ 4 ) ອາຍຸ 23 ປີ ຢູ່ບ້ານບໍ່ເຫຼັກ ເມືອງໄຊທານີ ຄັ້ງລະ 50-400 ເມັດ.

ວັນທີ 22 ພະຈິກ 2019, ໄດ້ໃຫ້ນາງ ອາລຸນພອນ ຫຼື ໂມ (ຈຳເລີຍ 2 ) ອາຍຸ 22 ປີ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ (ແຟນສາວ) ໄປຊື້ຢາບ້ານຳໝູ່ທ້າວ ສາຍຄໍາ 1 ມັດ ເທົ່າກັບ 2.000 ເມັດ ແລ້ວຂາຍໃຫ້ຈຳເລີຍ 3 ຈຳ ນວນ 3 ຖົງ ແລະ ຂາຍໃຫ້ໄວລຸ້ນ ຍັງເຫຼືອຢາບ້າ 4 ຖົງ. ມາວັນທີ 26 ພະຈິກ, ໄດ້ເອົາຢາບ້າມາຂາຍໃຫ້ຈໍາເລີຍ 3 ຈຳນວນ 100 ເມັດ, ຈາກນັ້ນ; ໄດ້ໃຫ້ຈຳເລີຍ 2 ເອົາຢາບ້າໄປສົ່ງໃຫ້ຈຳເລີຍອີກ ຈຳນວນ 4 ຖົງ.

ຜ່ານໄປ 1 ຊົ່ວໂມງ ໄດ້ມີເຈົ້າໜ້າທີ່ ເຂົ້າມາຈັບຕົວພ້ອມຢາບ້າ 1 ມັດ ໃນເວລາທີ່ສົນລະວົນນັ້ນ ຈຳເລີຍ ໄດ້ເອົາຕົວຫຼົບໜີໄປຢູ່ເຮືອນພີ່ນ້ອງ ແລ້ວໜີໄປຢູ່ເມືອງວັງວຽງ ອີກ. ມາວັນທີ 5 ທັນວາ 2019, ໄດ້ຊື້ຢາບ້ານໍາ ທ້າວ ກິໂນ້ (ບໍ່ຮູ້ບ້ານຢູ່) ທີ່ເຮັດວຽກເປັນກໍາມະກອນນໍາກັນ ຈໍານວນ 87 ເມັດ, ຈາກນັ້ນ; ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງວັງວຽງ ຈັບຕົວພ້ອມຂອງກາງຢາບ້າ ຈໍານວນ 87 ເມັດ, ເງິນກີບ 77. 000 ກີບ, ເງິນໂດລາ 7 ໂດລາ, ໂທລະສັບມືຖື ຍີ່ຫໍ້ຊໍາຊຸງສີດໍາ 1 ໜ່ວຍ, ໂທລະສັບມືຖືຍີ່ຫໍ້ຢູນີເທວສີດໍາຂຽວ 1 ໜ່ວຍ ແລະ ໂທລະສັບຕັ້ງ ໂຕະສີຂາວ 1 ໜ່ວຍ ແລ້ວນໍາສົ່ງມາກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີຕາມກົດໝາຍ.

ສ່ວນ ນາງ ອາລຸນພອນ ຫຼື ໂມ (ຈຳເລີຍ2) ທີ່ໄດ້ຄົບຫາກັບ ຈຳເລີຍ 1 ແບບແຟນສາວ ກໍ ໄດ້ຮັບສາລະພາບວ່າ ເສບຢາບ້າມາໄດ້ຫຼາຍປີແລ້ວ ຢາບ້າແມ່ນຊື້ນຳໄວລຸ້ນ ຄັ້ງລະ 1 ເມັດ, ໃນເດືອນພະຈິກ 2019 ໄດ້ຮູ້ຈັກກັບ ຈຳເລີຍ 1 ໄດ້ຄົບຫາກັນແບບບ່າວ-ສາວ ແລະ ເຊົ່າບ້ານພັກຢູ່ນໍາກັນ. ຈຳເລີຍຮັບຮູ້ວ່າ ຈຳເລີຍ 1 ຄ້າຂາຍ ຢາບ້າເພາະຈຳເລີຍ 1 ເອົາເງິນໃຊ້ມື້ລະ 100.000 ກີບ ແລະ ຍອມຮັບວ່າ ໄດ້ເຄີຍໄປຊື້ຢາບ້າໃຫ້ກັບຈຳເລີຍ 1 ຄັ້ງ ຄັ້ງລະ 1 ມັດ.

ມາວັນທີ 26 ພະຈິກ 2019, ຈຳເລີຍ 1ໄດ້ເອົາຢາບ້າໃຫ້ ຈຳນວນ 4 ຖົງ ໄປຂາຍໃຫ້ກັບຈຳເລີຍ 3, ສ່ວນຈຳເລີຍ 1 ແມ່ນລໍຖ້າຢູ່ເຮືອນຂອງ ທ້າວ ເເອັກ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ເມື່ອໄປຮອດ ກໍຖືກກັກຕົວ ພ້ອມກັບຢາບ້າ 4 ຖົງ ຖືກສານ ຕັດສິນຈຳຄຸກ 8 ປີ ປັບໃໝ 64.000.000 ກີບ.

ທ້າວ ສີປະເສີດ ຫຼື ໂອເລ້ (ຈຳເລີຍ3) ເລີ່ມ ເສບຢາເສບຕິດແຕ່ປີ 2017 ຢາບ້າທີ່ເສບແມ່ນ ຊື້ນໍາ ທ້າວ ຂາວ (ບໍ່ຮູ້ບ້ານຢູ່) ທີ່ຂາຍຢູ່ຮ້ານເກມ ເຂດບ້ານໂນນສະຫງ່າ ເມືອງໄຊເສດຖາ ຄັ້ງລະ 2-3 ເມັດ. ເດືອນທັນວາ 2018, ໄດ້ເຄື່ອນໄຫວຄ້າຂາຍຢາບ້າ ໂດຍຊື້ນຳທ້າວ ໂນດ (ບໍ່ຮູ້ບ້ານຢູ່) ຄັ້ງລະ 50-100 ເມັດ ແລະ ຊື້ນຳ ທ້າວ ຈັນສະໝອນ ຫຼື ອັັ້ງ (ຈຳເລີຍ1) ຄັ້ງລະ 50-400 ເມັດ, ແລ້ວນຳໄປຂາຍຮ້ານເກມເຂດ ບ້ານໂນນສະຫງ່າ ແລະ ບ້ານໜອງໜ່ຽງ. ວັນທີ 26 ພະຈິກ 2019, ໄດ້ຊື້ຢາບ້ານໍາຈຳເລີຍ 1 ຈຳນວນ 100 ເມັດ ນຳໄປຂາຍໄວລຸ້ນ 9 ເມັດ ຍັງເຫຼືອ 91 ເມັດ ຈຶ່ງຖືກເຈົ້າໜ້າທີ່ຈັບພ້ອມຂອງກາງຢາບ້າຈໍານວນດັ່ງກ່າວ ຖືກສານຕັດສິນ 5 ປີ ປັບໃໝ 10.000.000 ກີບ.

ສຳລັບ ທ້າວ ເບີດທົງໄຊ ຫຼື ເບີດ ຈຳເລີຍ 4 ເລີ່ມຄ້າຂາຍຢາບ້າແຕ່ເດືອນກໍລະກົດ 2018 ໂດຍຊື້ຢາບ້ານຳ ນາງ ມຸກ ບໍ່ຮູ້ບ້ານຢູ່ ແລະ ຊື້ນໍາ ຈຳເລີຍ 1 ຄັ້ງລະ 50 ເມັດ ແລ້ວຂາຍໃຫ້ກັບ ໄວລຸ້ນທີ່ມົ້ວສຸມແຖວບ້ານ ແລະ ໄວລຸ້ນທີ່ຫຼິ້ນຢູ່ຮ້ານເກມເຂດບ້ານໂນນສະຫງ່າ.

ວັນທີ 26 ພະຈິກ 2019, ໄດ້ໂທລະສັບບອກໃຫ້ຈຳເລີຍ 1 ມາເອົາເງິນຄ່າຢາບ້າຢູ່ບ້ານພັກແຫ່ງໜຶ່ງເຂດບ້ານໂຊກນ້ອຍ ເມື່ອຈຳເລີຍ 1ມາເອົາເງິນແລ້ວ ຈຳເລີຍ 1 ໄດ້ເອົາຢາບ້າໃຫ້ເສບ ຈຳນວນ 3 ເມັດ ແຕ່ເສບພຽງ 2 ເມັດ. ວັນທີ 27 ພະຈິກ 2019, ເຈົ້າໜ້າທີ່ໄດ້ຈັບຕົວພ້ອມຂອກາງຢາບ້າ 1 ເມັດ ແລະ ໂທລະສັບມືຖື 1 ໜ່ວຍ ແລະ ຖືກສານຕັດສິນຄືກັນກັບຈຳເລີຍ 3.