ພໍ່ຕູ້ວຽດນາມອາຍຸ 92 ປີ ຈົງຜົມຢາວມາແລ້ວ 80ປີ ບໍ່ເຄີຍຕັດ ຢືດຖືຄວາມເຊື່ອຕັດຜົມແລ້ວຈະຕາຍ

ວັນທີ່ 26 ເດືອນ ສິງຫາ ປີ 2020 ເດລີ່ເມລລາຍງານວ່າ: ພໍ່ຕູ້ ຫງຽນ ວັນ ຊຽນ ຈາກໝູ່ບ້ານພູມມິພາກສາມຫຼຽມແມ່ນໍ້າຂອງ ຫ່າງຈາກນະຄອນໂຮຈີມິນ ໄປທາງຕາເວັນຕົກປະເທດວຽດນາມ ປະມານ 80 ກິໂລແມັດ ອາຍຸ 92 ປີ ບໍ່ຕັດຜົມມາແລ້ວ 80 ປີ ຈົນຕອນນີ້ຜົມຢາວ 4,5 ແມັດ ເປັນຊົງເດຣດຣອ໋ກໄປແລ້ວ

ເຊີ່ງປະຕິບັດຕາມຄວາມເຊື່ອຫ້າມແຕະຕ້ອງສີ່ງທີ່ຕິດໂຕມາແຕ່ເກີດ ພໍ່ຕູ້ຊຽນ ບູຊາ 9 ພະລັງ 7 ພະເຈົ້າ ເຊື່ອວ່າເປັນການຮຽກຮ້ອງຈາກສີ່ງສັກສິດບໍ່ໃຫ້ລາວຕັດຜົມ ເຊີ່ງພໍ່ຕູ້ ຊຽນໂຜກຜົມດ້ວຍຜ້່າສີສົ້ມ ເມື່ອຂື້ນຊັ້ນປະຖົມກໍ່ຕັດສີນໃຈບໍ່ຕັດ, ບໍ່ຫວີ ແລະ ບໍ່ສະຜົມອີກເລີຍ.

ພໍ່ຕູ້ ຊຽນ ກ່າວວ່າ: ຂ້ອຍເຊື່ອວ່າຫາກຕັດຜົມ ໂຕເອງຈະຕາຍ ຂ້ອຍບໍ່ກ້າປ່ຽນແປງແມ່ນຫຍັງ ແມ້ແຕ່ຫວີຜົມ ຂ້ອຍພຽງແຕ່ດູແລດ້ວຍການໃຊ້ຜ້າພັນຄຸມໃຫ້ຫົວແຫ້ງ, ສະອາດ ແລະ ດູດີ
ພ້ອມກັນນັ້ນພໍ່ຕູ້ ຊຽນ ປະຕິບັດຕາມຄວາມເຊື່ອແບບຫຼ້າສະໄໝທີ່ມີຊື່ວ່າ ດົວ ເຊີ່ງເປັນສາສະໜາໝາກພ້າວ ຕາມຊື່ຂອງຜູ້ກໍ່ຕັ້ງ

ຄວາມເຊື່ອທີ່ອ້າງວ່າເປັນຜູ້ລອດຊີວິດດ້ວຍໝາກພ້າວ ເພື່ອຮັກສາ ຊີວິດ ແຕ່ເປັນເລື່ອງຕ້ອງຫ້າມໃນ ປະເທດວຽດນາມ ເນື່ອງຈາກຖືກຈັດຢູ່ໃນກຸ່ມຄວາມເຊື່ອແບບຜິດໆ.

.

.

.

ຂ່າວຈາກ: khaosod