ເຂດເສດຖະກິດພິເສດບຶງທາດຫລວງ ຈະຊ່ວຍດຶງດູດ ນັກທ່ອງທ່ຽວເຂົ້າມາ ສປປ ລາວ ຫລາຍຂຶ້ນ

ໂຄງການພັດທະນາເຂດເສດຖະກິດພິເສດບຶງທາດຫລວງ, ເຊິ່ງຕັ້ງຢູ່ໃຈກາງຕົວເມືອງນະ ຄອນຫລວງວຽງຈັນ ທີ່ຈະພັດທະນາເປັນຕົວເມືອງໃໝ່ທັນສະໄໝ ຄາດວ່າຈະສຳເລັດການກໍ່ສ້າງທັງໝົດພາຍໃນປີ 2030 ແລະ ຈະສາມາດດຶງດູດບັນດານັກທ່ອງທ່ຽວເຂົ້າມາ ສປປ ລາວ ນັບມື້ນັບຫລາຍຂຶ້ນ.

ທ່ານ ຟູຈ້ຽນ ແລະ ທ່ານ ນາງ ຫວງ ຊີວເຫວີນ ຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫລວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 25 ສິງຫາ 2020 ນີ້ວ່າ: ການພັດທະນາໂຄງການດັ່ງກ່າວ, ແມ່ນເລີ່ມມາແຕ່ປີ 2012 ແລະ ມາຮອດປັດຈຸບັນ ໄດ້ສຳເລັດການກໍ່ສ້າງຫລາຍຢ່າງ ເຊັ່ນ: ການປັບໜ້າດິນພື້ນທີ່ໂຄງການທັງໝົດ, ການກໍ່ສ້າງເສັ້ນທາງ 30 ກິໂລແມັດພາຍໃນເຂດ, ການກໍ່ສ້າງພື້ນຖານໂຄງລ່າງໃຕ້ດິນທັງໝົດ, ສໍາເລັດການກໍ່ສ້າງອາພາດເມັ້ນບຶງທາດຫລວງ, ຕະຫລາດກະສິກໍາ, ຖະໜົນການຄ້າ ແລະ ອື່ນໆ.

ເຂດດັ່ງກ່າວມີເນື້ອທີ່ທັງໝົດ 365 ເຮັກຕາ, ເຊິ່ງການພັດທະນາປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງແຮມ, ສະຖານທີ່ບັນເທີງ, ທີ່ພັກອາໄສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ, ສະຖານທີ່ພັກຜ່ອນ ແລະ ອື່ນໆຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ່ ທີ່ ກົມກືນກັບວັດທະນະທຳທ້ອງຖິ່ນ. ພາຍຫລັງສຳເລັດການກໍ່ສ້າງ ຈະສາມາດຮອງຮັບຄົນເຂົ້າມາພັກອາໄສ, ມາເຮັດວຽກ ແລະ ເຮັດທຸລະກິດຢູ່ເຂດນີ້ເຖິງ 3 ແສນກວ່າຄົນ.

ພ້ອມກັນນ້ັນ, ກໍຈະສາມາດສ້າງວຽກເຮັດງານທໍາເຖິງ 5.000-10.000 ຕຳແໜ່ງ. ຂະນະດຽວກັນ, ກໍຈະສາມາດດຶງດູງນັກທ່ອງທ່ຽວ ກໍຄື ນັກທຸລະ ກິດຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ ນັບມື້ນັບຫລາຍຂຶ້ນ.

ໂຄງການພັດທະນາ ເຂດເສດຖະກິດພິເສດ ບຶງທາດຫລວງ ໄດ້ຮັບການສຳປະທານ ໂດຍບໍລິສັດ ອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ້ ສປ ຈີນ ຈຳກັດ ເປັນເວລາ 99 ປີ ໂດຍຈະນຳໃຊ້ທຶນທັງໝົດ 5 ຕື້ໂດລາສະຫະລັດ ເຂົ້າໃນການພັດທະນາ.

ຂ່າວ: ສິງຄຳ, ພາບ: ອ່າຍຄຳ