ຄົນຮ້າຍເສຍຊີວິດ..! ເປົ້າໝາຍປຸ້ນຈີ້-ຊິງຊັບ

ເປົ້າໝາຍປຸ້ນຈີ້, ຊິງຊັບພົນລະເມືອງ ທີ່ຖືກຍິງເສຍຊີວິດ ໃນເຫດການຍິງປະທະ ກັນລະຫວ່າງໜ່ວຍສະເພາະກິດ ປກສ ນະຄອນຫຼວງວຽງຈັນ ຢູ່ເສັ້ນທາງບໍລິເວນໜ້າທະນາຄານຮ່ວມພັດທະນາ ເຂດບ້ານຫັດສະດີ ເມືອງຈັນທະບູລີ ໃນຄືນວັນທີ 21 ສິງຫາ ຜ່ານມານັ້ນ, ຊື່ ທ້າວ ຄໍາສິນ ຫຼື ແຂກ ອາຍຸ 42 ປີ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ເປີດເຜີຍໃຫ້ຮູ້ວ່າ: ທ້າວຄຳສິນແມ່ນ ເປົ້າໝາຍປຸ້ນຈີ້,ຊິງຊັບພົນລະເມືອງ. ເຊິ່ງກ່ອນນີ້, ລະຫວ່າງ ເດືອນກໍລະກົດ ຜ່ານມາ, ຢູ່ເຂດເມືອງຈັນທະບູລີ ມີເຫດການປຸ້ນຈີ້, ຊິງຊັບ ຢ່າງຕໍ່ເນື່ອງ 12 ຄັ້ງ, ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສະເພາະກິດ ກໍໄດ້ລົງຕິດຕາມຢ່າງໃກ້ສິດ ແລະ ສາມາດສືບຮູ້ເປົ້າໝາຍ ທີ່ກໍ່ເຫດ, ຈົນຮອດມື້ເກີດເຫດ ຄື: 

ວັນທີ 21 ສິງຫາ ຜ່ານມາ, ເວ ລາປະມານ 19:30 ໂມງ, ຂະນະທີ່ເປົ້າໝາຍ ຂີ່ລົດ ຈັກຄິກໄອສີແດງດໍາ ໝາຍເລກທະບຽນ ຈລ 8525 ກໍາແພງນະຄອນ ເລາະຕາມເສັ້ນທາງບ້ານຫັດສະດີ, ເຈົ້າໜ້າທີ່ໜ່ວຍສະເພາະກິດ ພົບເຫັນ ຈິ່ງໄດ້ເຂົ້າປະສິດ ເພື່ອຈັບຕົວ ໄປດໍາເນີນຄະດີ.

ຜູ້ກ່ຽວ ໄດ້ຈົກປືນສັ້ນ ອອກມາຍິງເຈົ້າໜ້າທີ່ຈຳນວນ 2 ນັດ ແຕ່ບໍ່ຖືກ, ຈາກນັ້ນ. ຈິ່ງມີການຍິງຕອບໂຕ້ຄືນ 1 ນັດ ແຕ່ລູກກະສູນປືນ ກໍຖືກເປົ້າໝາຍ, ເຮັດໃຫ້ເປົ້າໝາຍລົ້ມລົງແລະເສຍຊີວິດ ຫ່າງຈາກຈຸດຍິງປະທະກັນ ປະມານ 10 ແມັດ.

ເຈົ້າໜ້າທີ່ຍັງໃຫ້ຮູ້ອີກວ່າ: ເປົ້າໝາຍລາຍນີ້ ແມ່ນໜື່ງໃນເປົ້າໝາຍ ທີ່ເລາະທຸບແວ່ນລົດໃຫຍ່ ເພື່ອເອົາຊັບສິນຢູ່ພາຍໃນລົດ ຕາມຕົວເມືອງໃນນະຄອນຫຼວງວຽງຈັນ ໃນປີ 2019, ເຊິ່ງເຈົ້າໜ້າທີ່ຕິດຕາມຈັບຕົວ.