ຄູບ້ານນອກ ບໍ່ມີເງິນເດືອນ! ແຕ່ພໍຮູ້ເຫດຜົນວ່າເປັນຫຍັງລາວຈຶ່ງສູ້…..ຍອມກົ້ມຫົວໃຫ້ເລີຍ!

ອາຊີບທີ່ຂ້ອຍເລືອກ ເຖິງລຳບາກກໍພູມໃຈ

ທຽນດວງນ້ອຍໆ ທີ່ຈູດເຜົາຕົນເອງເພື່ອເປັ່ງແສງສະຫວ່າງກາງຊົນນະບົດອັນມືດມິດ    ຫວັງພຽງຊ່ວຍນຳທາງໃຫ້ແກ່ເດັກໆ ກ້າວໄປສູ່ແສງສະຫວ່າງແຫ່ງອະນາຄົດ.

ອາຊີບທຸກອາຊີບຍ່ອມມີຄວາມສຳຄັນຕໍ່ບຸກຄົນ ແລະສັງຄົມເຊັ່ນດຽວກັນ. ແຕ່ຖ້າເຮົາມາພິຈາລະນາສະເພາະວິຊາຊີຍຄູໃຫ້ເລິກເຊິ່ງຈະເຫັນວ່າຜູ້ເປັນຄູນັ້ນຕ້ອງຮັບພາລະໜ້າທີ່ຕໍ່ສັງຄົມ ແລະປະເທດຊາດບ້ານເມືອງ ເພາະເປັນໜ້າທີ່ທີ່ປູກຝັງຄວາມຮູ້, ຄວາມຄິດ ແລະຈິດໃຈໃຫ້ແກ່ເຍົາວະຊົນເພື່ອຈະໄດ້ເຕີບໃຫຍ່ເປັນພົນລະເມືອງທີ່ດີ ແລະມີປະສິດທິພາບ ສະນັ້ນ, ຈຶ່ງເວົ້າໄດ້ວ່າຄູຄືຜູ້ສ້າງສັນບັນດາອະນາຄົດຂອງຊາດບ້ານເມືອງ.

ຜູ້ຂຽນເຄີຍຄິດເຖິງອາຊີບຄູວ່າຄົງຈະບໍ່ມີຫຍັງທ້າທາຍພໍປານໃດ…ຕື່ນເຊົ້າມາກໍໄປສອນນັກຮຽນຕາມຫຼັກສູດທີ່ໄດ້ຂີດຂຽນໄວ້ ໝົດຊົ່ວໂມງສອນກໍກັບເຮືອນ, ກິນເງິນເດືອນເຊັ່ນດຽວກັບພະນັກງານລັດຖະກອນທົ່ວໄປ. ແຕ່ຕ້ອງປ່ຽນຄວາມຄິດໃໝ່ເມື່ອມີໂອກາດໄປສຳພັດກັບຊີວິດຊົນນະບົດພູດອຍເຂດຫ່າງໄກສອກຫຼີກ ເຂດທີ່ຍັງບໍ່ມີໄຟຟ້າ-ນ້ຳປະປາ, ຫົນທາງໄປມາບໍ່ສະດວກ ສອງຟາກທາງເຕັມໄປດ້ວຍພູຫົວໂລ້ນ ແລະຕໍໄມ້-ຊາກຂອນອັນເກີດຈາກການຈູດໄຮ່ຂອງປະຊາຊົນ ແຕ່ກໍໂຊກດີທີ່ຍັງມີໂຮງຮຽນຫຼັງໜຶ່ງ ແລະສຽງວົນແຊວຈໍແຈຂອງເດັກນັກຮຽນຢູ່ທີ່ນັ້ນ ທີ່ສຳຄັນໄດ້ເຫັນຊີວິດນາຍຄູຜູ້ໜຶ່ງທີ່ຕ້ອງສູ້ຊົນກັບອຸປະສັກຫຼາຍຢ່າງໃນການດຳລົງຊີວິດເພື່ອປະຕິບັດໃຫ້ຫຼ້ອນໜ້າທີ່ຂອງຕົນເອງ.

ຊາຍໜຸ່ມຜູ້ນີ້ ທີ່ຄູສອນໂຮງຮຽນປະຖົມສຶກສາ ບ້ານຜາຫຼັງໝູ ເມືອງພູຄູນ ແຂວງຫຼວງພະບາງໄດ້ກ່າວວ່າ: ຕົນເອງມີຄວາມໄຝ່ຝັນຢາກເປັນຄູສອນມາຕັ້ງແຕ່ຍັງນ້ອຍ ຫຼັງຈາກທີ່ຮຽນຈົບວິທະຍາໄລສ້າງຄູທີ່ແຂວງຫຼວງພະບາງ ເມື່ອປີ 2014ກໍໄດ້ຖືກສັບຊ້ອນມາເປັນຄູອາສາສະໝັກຢູ່ທີ່ໂຮງຮຽນແຫ່ງນີ້ເພື່ອລໍຖ້າເອົາທຶນລັດຖະກອນ. ສະພາບຊີວິດການເປັນຢູ່ແມ່ນຝືດເຄືອງທີ່ສຸດ ທຳອິດຊາວບ້ານໄດ້ປຸກຕູບໃຫ້ເປັນບ່ອນພັກເຊົາຢູ່ໃກ້ໆກັບໂຮງຮຽນ ແຕ່ຜ່ານໄປບໍ່ດົນຝົນຕົກລົມແຮງຕູບກໍມີສະພາບເພພັງ ເຮັດໃຫ້ຕ້ອງໄດ້ຍ້າຍໄປອາໄສຢູ່ເຮືອນນາຍບ້ານ. ການເປັນອາສາສະໝັກຄືມີເງິນເດືອນເລີຍ ຕ້ອງໄດ້ກຸ້ມຕົນເອງທຸກຢ່າງ ຈະໃຫ້ທາງບ້ານສົ່ງເງິນໃຫ້ກໍບໍ່ໄດ້ແລ້ວ ເພາະຄອບຄົວພໍ່ແມ່ກໍເປັນຊາວໄຮ່ຊາວນາ ແລະມີອ້າຍນ້ອງຫຼາຍຄົນ (ຕົນເອງເປັນລູກຊາຍກົກ) ແຕ່ລະມື້ກໍອາໄສເກັບຜັກຫັກໜໍ່ພໍລ້ຽງຊີບ (ແຕ່ມັນກໍຫາຊອກຍາກນັ້ນລະ! ເພາະເປັນເຂດພູດອຍ) ມີບາງຄັ້ງພໍ່ແມ່ຜູ້ປົກຄອງນັກຮຽນກໍເອົາຜັກເອົາເຂົ້າໄຮ່ມາຊ່ວຍເຫຼືອກໍພໍຈຸນເຈືອກັນໄປ.

“ ຕ້ອງສອນມື້ລະ 8ຊົ່ວໂມງ, ສອນທຸກວິຊາ ແລະທຸກຫ້ອງຕັ້ງແຕ່ ປໍ1-ປໍ5 ເພາະຄູຢຸູ່ໂຮງຮຽນຍັງບໍ່ພຽງພໍຖ້າທຽບກັບຈຳນວນນັກຮຽນຕົວຈິງ!”

ລຳບາກແບບນີ່ ເຄີຍຄິດຢາກໄປເຮັດວຽກອື່ນ ຫຼືອາຊີບອື່ນໆທີ່ສາມາດສ້າງລາຍໄດ້ຫຼາຍກວ່າທີ່ເປັນຢູ່ຫຼືບໍ່? ຜູ້ຂຽນຖາມກົງໆເຮັດໃຫ້ນາຍຄູງຽບໄປຊົ່ວຂະນະ

“ເຄີຍຄິດ ແລະກໍເຄີຍທໍ້ຖອຍ ເນື່ອງຈາກການລໍຄອຍທຶນລັດຖະກອນທີ່ບໍ່ມີກຳນົດວ່າເຮົາຈະໄດ້ມື້ໃດ ອາດຈະ3ປີ ຫຼື 5ປີກໍບໍ່ຮູ້ເລີຍ! ເປັນຫ່ວງອະນາຄົດຕົນເອງ ແລະເປັນຫ່ວງຄອບຄົວ ທີ່ເຮົາບໍ່ໄດ້ມີໂອກາດດູແລພໍ່ແມ່ທີ່ນັບມື້ເພິ່ນກໍແກ່ເຖົ້າ ແຕ່ພໍເຫັນໜ້ານັກຮຽນ…ເຫັນແວວຕາຕັ້ງອົກຕັ້ງໃຈເວລາຮຽນໜັງສື ຮູ້ສຶກວ່າເຮົາຄືຄວາມຫວັງອັນດຽວທີ່ຈະຊ່ວຍໃຫ້ພວກເຂົາເຈົ້າໃຫ້ຫຼຸດພົ້ນຈາກສະພາບອັນທຸກຍາກຂາດເຂີນທີ່ພວກເຂົາພວມປະເຊີນຢູ່….ມີແຕ່ຄວາມຮູ້ແບບວິທະຍາສາດເທົ່ານັ້ນ! ທີ່ຈະປ່ຽນແນວຄິດໃຫ້ພວກເຂົາເຈົ້າມີການພັດທະນາຫຼາຍຂຶ້ນ, ຖ້າຫາກພວກເຂົາບໍ່ໄດ້ຮຽນໜັງສືຊີວິດກໍຍັງຈະເປັນຄືເກົ່າ! ຍັງຄົງແລ່ນຕາມຫຼັງພໍ່ແມ່ໄປເຮັດໄຮ່ແບບເລື່ອນລອຍ ແລະໃນອະນາຄົດຂ້າງໜ້າເມື່ອທຳມະຊາດບົກແຫ້ງພວກເຂົາກໍຈະລຳບາກຫຼາຍກວ່ານີ້”

ນີ້ຄືອຸດົມການອັນແຮງກ້າ ຂອງຜູ້ທີ່ຂຶ້ນຊື່ວ່າເປັນແມ່ພິມຂອງຊາດ ທີ່ຍາມໃດກໍປາຖະໜາຢາກຈະເຫັນເດັກນ້ອຍ ແລະເຍົາວະຊົນເຕີບໂຕເປັນຄົນທີ່ມີຄວາມຮູ້ ແລະສາມາດຊ່ວຍເຫຼືອຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂາດເຂີນ ເຖິງແມ່ນວ່າຕົນເອງຈະປະເຊີນຄວາມລຳບາກກໍຕາມ. ອາຊີບຄູຄືອາຊີບທີ່ຕ້ອງເສຍສະຫຼະ ແລະຕ້ອງໃຊ້ຄວາມມານະອົດທົນສູງ ໂດຍສະເພາະຄູໃນເຂດຊົນນະບົດຫ່າງໄກສອກຫຼີກ ຖ້າໃຈບໍ່ມັກຮັກໃນອາຊີບນີ້ແທ້ໆພວກເຂົາຄົງປະປ່ອຍໃຫ້ໂຮງຮຽນຮ້າງຄູ ແລະຄວາມຫວັງຂອງເດັກໆກໍຄົງສູນສະຫຼາຍ. ຫວັງຢ່າງຍິ່ງວ່າສັງຄົມຈະເຂົ້າອົກເຂົ້າໃຈ ແລະດູແລເອົາໃຈໃສ່ຊີວິດການເປັນຢູ່ຂອງພວກເຂົາເຈົ້າໃຫ້ດີຍິ່ງຂຶ້ນ

ບົດໂດຍ: ຊ່າຊ້າ

 ພາບ: ອານຸພົນ ພົມຮັກສາ

(ຄັດຈາກວາລະສານມະຫາຊົນສະບັບ 234)

error: ເນື້ອຫາໄດ້ຮັບການປົກປ້ອງ !!