ໄຟຟ້າລາວອອກຂໍອະໄພ ແລະ ຊີ້ແຈງເລື່ອງບິນເດືອນ 7/2020

ໃນວັນທີ່ 19/7/2020 ຜ່ານມາ ທີ່ເພຈທາງການຂອງ ລັດວິສາຫະກິດໄຟຟ້າລາວ ໄດ້ໂພດຂໍ້ຄວາມ ຂໍອະໄພ ແລະ ຂໍຊີ້ແຈງ ຄວາມບໍ່ເຂົ້າໃຈທີ່ເກີດຂື້ນໃນສັງຄົມກໍລະນີ ບິນຄ່າໄຟເດືອນ 07 ປະເພດທີ່ຢູ່ອາໃສ (ກຸ່ມລູກຄ້າທີ່ໃຊ້ພະລັງງານລະຫວ່າງ 151-461ກິໂລວັດໂມງ/ເດືອນ) ທີ່ມີການຄິດໄລ່ດ້ວຍຕົວຄູນ 710ກີບ/ກິໂລວັດໂມງ.

ຂ່າວກ່ອນໜ້າ

ນີ້ອີງຕາມ ແຈ້ງການ ເລກທີ 752/ຫສນຍ, ລົງວັນທີ 14.7.2020 ການປະຕິບັດນະໂຍບາຍຫລຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດ ຂອງພະຍາດ COVID-19 ນັບແຕ່ພະລັງງານໃຊ້ໄຟ ເດືອນ ເມສາ
( ໃບບິນເດືອນ ພຶດສະພາ ) ຫາ ເດືອນ ທັນວາ 2020.

ຂ່າວກ່ອນໜ້ານີ້

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການກ່ຽວກັບທິດຊີ້ນຳຕໍ່ການປະຕິບັດນະໂຍບາຍ ຫລຸດລາຄາໄຟຟ້າໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19 ດັ່ງນີ້

1. ຫຼຸດຄ່າໄຟຟ້າແຕ່ເດືອນ 4-12 ປີ 2020 ທັງໝົດ 9 ເດືອນ. ການຄິດໄລ່ແບ່ງເປັນ 3 ປະເພດ ດັ່ງຕົວຢ່າງຂ້າງລຸ່ມ

2. ໃຫ້ໄລ່ລຽງຄືນເດືອນທີ່ຜ່ານມາແກ່ຜູ້ຊົມໃຊ້ ທີ່ຈ່າຍໄປແລ້ວ

3. ໃຫ້ປະເມີນຄືນຄ່າໄຟຟ້າ ແລ້ວສະເໜີໃຫ້ລັດຖະບານ ພິຈາລະນາ.