ຈິດໃຈເຮັດດ້ວຍຫັຍງ! ວາງແຜນຂ້າເອື້ອຍ ໂດຍໃຊ້ຢາເບື່ອເທໃສ່ໃນຈອກນໍ້າຊານົມ ເພື່ອຢາກໄດ້ຜົວເອື້ອຍມາຄອບຄອງ

ລາຍງານຈາກຫວຽດນາມໃຫ້ຮູ້ວ່າ ນາງລາຍຖິກ່ຽວຈາງ ຮັກກັບອ້າຍເຂີຍຂອງຕົນເອງຈຶ່ງໄດ້ຫາເລຫຼ່ຽມເພື່ອຂ້າຜູ້ເປັນເອື້ອຍແນວ ເອື້ອຍພີ່ນ້ອງກັນ ເພື່ອໃຫ້ໄດ້ຄອບຄອງອ້າຍເຂີຍມາເປັນຜົວ ເຫດເກີດຂຶ້ນຢູ່ທີ່ແຂວງ ທາຍບິງ ສສຫວຽດນາມເຂົາຮັບສາລະພາບຕໍ່ໜ້າສານວ່າ ຕົນເອງໄດ້ມີແຜນຂ້າເອື້ອຍເພື່ອໃຫ້ໄດ້

ອ້າຍເຂີຍມາເປັນຜົວໂດຍເອົາຢາເບື່ອເທໃສ່ໃນຈອກນໍ້າຊານົມ ແລ້ວສົ່ງໄປໃຫ້ເອື້ອຍຢູ່ທີ່ຫ້ອງການບ່ອນເຮັດວຽກກິນເຂົາໄດ້ຂໍໂທດຄອບຄົວຜູ້ເຄາະຮ້າຍແລະໃຫ້ສັນຍາວ່າຈະຊົດເຊີຍທັງໝົດການເສຍຫາຍທີ່ເກີດຂຶ້ນໃນຄັ້ງນີ້ຜູ້ຕາງໜ້າໄອຍະການແຂວງ ທາຍບິ່ງ ຫວຽດນາມໃຫ້ຮູ້ວ່າ: ພຶດຕິກຳຂອງ ນາງລາຍຖິກ່ຽວຈາງຈຳເລີຍບໍ່ສາມາດຈະ

ປ່ຽນເປັນອື່ນໄດ້ ນອກຈາກຕ້ອງປັດເຂ່ຍອອກຈາກສັງຄົມຕະຫຼອດການຄຳສຸດທ້າຍຂອງເຂົາທີ່ເວົ້າຕໍ່ສານວ່າ:ຕົນເອງຫວັງວ່າຄອບຄົວຂອງຜູ້ເຄາະຮ້າຍຄົງໃຫ້ອະໄພເຖິງຢ່າງໃດກໍຕາມສານບໍ່ສາມາດຈະອະນຸລົມໃຫ້ພຶດຕິກຳຂອງຈຳເລີຍໄດ້ແລະຈະຕ້ອງປົດປ່ອຍອອກຈາກສັງຄົມໄປຕະຫຼອດການສານໄດ້ຕັດສິນປະຫານ

ຊີວິດນາງລາຍຖິກ່ຽວຈາງແລະໃຫ້ຊົດເຊີຍຜົນເສຍຫາຍທັງໝົດໃຫ້ຄອບຄົວຜູ້ເຄາະຮ້າຍນັບທັງເງິນປົງສົບເງິນປົວແປງດ້ານຈິດໃຈແລະລ້ຽງດູລູກ3ຄົນຂອງຜູ້ເຄາະຮ້າຍອີກດ້ວຍ.