ນັກສຶກສາລາວ ຈຳນວນຫຼາຍກັບຄືນສູ່ ສສ ຫວຽດນາມ ເພື່ອສືບຕໍ່ຮ່ຳຮຽນ

ວັນທີ 17 ກໍລະກົດ, ທີ່ດ່ານຊາຍແດນສາກົນ ເກົ່າແຈວ, ທະຫານ ຊາຍແດນແຂວງຮ່າຕິ້ງ ໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ເຮັດລະບຽບການ ຮັບ ແລະມອບນັກສຶກສາລາວ ໄປແຍກປ່ຽວຄັ້ງທີ 1 ຈໍານວນ 600 ກວ່າຄົນທີ່ຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຂອງແຂວງຮ່າຕິ້ງ.

ພາຍຫຼັງມາຮອດດ່ານຊາຍແດນສາກົນເກົ່າແຈວ, ນັກສຶກສາລາວທຸກຄົນ ຕ້ອງໄດ້ກວດສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ ແລະຈັດສົ່ງໄປແຍກປ່ຽວຢູ່ສອງແຫ່ງເປັນເວລາ 14 ມື້ຕາມຂໍ້ກໍານົດ ນັ້ນແມ່ນມະຫາວິທະຍາໄລຮ່າຕິ້ງ ແລະບໍລິສັດ Mitraco. ນອກຈາກນີ້, ນັກສຶກສາ ລາວ ທຸກຄົນລ້ວນແຕ່ໄດ້ຮັບ ຊິມ 4G ຟຣີ ເພື່ອຊ່ວຍໃຫ້ນັກສຶກສາລາວ ສາມາດຮຽນອອນລາຍໄດ້ໃນເວລາທີ່ປະຕິບັດການແຍກປ່ຽວ.

ຕາມແຜນການແລ້ວ, ວັນທີ 22 ກໍລະກົດ, ເຈົ້າໜ້າທີ່ກ່ຽວຂ້ອງຈະສືບຕໍ່ເຮັດລະບຽບການຮັບ ແລະມອບນັກສຶກສາລາວ ທີ່ພວມສຶກສາຮໍ່າຮຽນຢູ່ຕາມສະຖາບັນການສຶກສາແຫ່ງຕ່າງໆໃນທົ່ວປະເທດທີ່ລົງທະບຽນເຂົ້າຫວຽດນາມຜ່ານດ່ານຊາຍແດນສາກົນ ເກົ່າແຈວ ເຊິ່ງຈະມີປະມານ 1.300 ກວ່າຄົນ.

.

.

.

ກປ ອອນລາຍ ແລະ ພາບຈາກ ສະບາຍດີແຂວງວຽງຈັນ