ຄູ່ຜົວເມຍອິນເດຍ ກີນຍາຂ້າແມ້ງໄມ້ ປະທ້ວງຕຳຫຼວດທີ່ໄລ່ໜີຈາກທີ່ດີນເຊົ່າເຮັດສ່ວນ

ເມື່ອວັນທີ່ 17 ເດືອນ ກໍລະກົດ ປີ 2020 BBC ລາຍງານກະແສປະໜາມເຈົ້າໜ້າທີ່ຕຳຫຼວດໃນເຂດ ຄຸນາ ລັດ ມັດທະຍົມປະເທດ ທາງຕອນກາງຂອງປະເທດ ອິນເດຍ ຫຼັງກະໜໍ່າຕີຊາຍຊົນຊັ້ນ ທະລິດ ຫຼື ຈັນທາລ ( ຊົນຊັ້້ນທີ່ຕໍ່າທີ່ສຸດໃນປະເທເອິນເດຍ ຫຼື ຄົນທຸກຈົນ ) ເພາະບໍ່ຍອມອອກຈາກທີ່ດິນເຊີ່ງເຊົ່າມາເຮັດການກະເສດ ແຕ່ທາງການອອກຄຳສັ່ງອານຸຍາດໃຫ້ນຳໄປສ້າງເປັນວິທະຍາໄລ.

ຈາກຄຣິບທີ່ມີຜູ້ບັນທຶກເຫດການເອົາໄວ້ໄດ້ ເປີດເຜີຍໃຫ້ເຫັນກຸ່ມຕຳຫຼວດຫຼາຍສິບນາຍ ພະຍາຍາມລາກໂຕຊາຍຄົນໜື່ງອອກຈາກເຂດທີ່ດິນ ແຕ່ຊາຍຄົນນີ້ພະຍາຍາມດີ້ນລົນ, ຂັ້ດຂືນ ກໍ່ເລີຍຖືກເຈົ້າໜ້າທີ່ໃຊ້ກະບອງດ້າມຢາວກະໜໍ່າຕີຢ່າງແຮງ ເຖີງວ່າປະຊາຊົນແຖວນັ້ນພະຍາຍາມຫ້າມກໍ່ບໍ່ເປັນຜົນ.
ສອງສາມີພັນລະຍາເວົ້້າວ່າ: ເຊົ່າທີ່ດິນນີ້ມາເຮັດສວນ ຫາກຄອບຄົວຖືກໄລ່ທີ່ກໍ່ບໍ່ຕ່າງຈາກຕ້ອງຕາຍ ວ່າແລ້ວທັງຄູ່ກໍ່ຕັດສິນໃຈກີນຢາຂ້າແມ້ງໄມ້ ເພື່ອປະທ້ວງຮຽກຮ້ອງຄວາມຍຸດຕິທຳ, ທີ່ຖືກຕຳຫຼວດທຳຮ້າຍ ແລະ ຖືກໄລ່ທີ່ ໂຊກດີຂອງສອງຜົວເມຍນີ້ເພາະມີປະຊາຊົນແຖວນັ້ນຊ່ວຍໄວ້ໄດ້ທັນ ແລະ ນຳໂຕສົ່ງໂຮງໝໍ ຕອນນີ້ປອດໄພແລ້ວ.

ເຊີ່ງມຸກມົນຕີລັດມັດທະຍົມປະເທດໄດ້ສັ່ງກວດສອບກໍລະນີທີ່ເກີດຂື້ນ ຂະນະດຽວກັນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ລວມເຖີງຕຳຫຼວດ ສອງຄົນທີ່ທຳຮ້າຍຊາຍຄົນດັ່ງກ່າວ ຖືກປົດອອກຈາກຕຳແໜ່ງ ແລະ ຢູ່ລະຫວ່າງການໃຫ້ປາກຄຳດພເນີນຄະດີ.

ຂ່າວຈາກ: khaosod