ລາຍງານເພີ່ມເຕີມ ເຫດຄາຕະກຳຝັງດິນ ຢູ່ນະຄອນໄກສອນ ພົມວິຫານ

ກໍລະນີທີ່ທ້າວສຸກສົມພອນ ຄໍາປະເສີດໄຊຍາ ໄດ້ຫາຍໂຕໄປ ເມື່ອວັນທີ 26 ເດືອນມິຖຸນາ 2020 ທີ່ຜ່ານມາ ຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍ ຖືກຈັບຕົວໄປ ເມືອງສອງຄອນ ແຂວງສະຫວັນນະເຂດ ຊຶ່ງເປັນບ້ານເກີດຂອງຜູ້ກ່ຽວ ໂດຍ ກຸ່ມພວກກໍ່ເຫດໄດ້ຈັບຕົວໄປເພື່ອເອີ້ນເອົາເງິນ, ຄວາມຄືບໜ້າຫຼ້າສຸດ ທ້າວ ສຸກສົມພອນ ກາຍເປັນສົບຖຶກຄາຕະກຳຝັງດິນ.

ໝາຍຄວາມວ່າ, ຫຼັງຈາກທີ່ກຸ່ມພວກກໍ່ເຫດລັກພາຕົວທ້າວ ສຸກສົມພອນ ໃນວັນມີ 26 ມິຖຸນາ ຕໍ່ມາ ວັນທີ 29 ມິຖຸນາ ທ້າວສຸກສົມພອນ ໄດ້ສົ່ງຂໍ້ຄວາມຜ່ານໂທລະສັບ ໃຫ້ ນາງດາວວີ ຊຶ່ງເປັນເມຍຂອງລາວໂອນເງິນໃຫ້ຈໍານວນ 500.000 ບາດ ຊຶ່ງ ນາງດາວວີ ກໍ່ໄດ້ໂອນເປັນທີ່ຮຽບຮ້ອຍ ໂດຍໂອນເຂົ້າບັນຊີຊື່ Somsasi Phidavanh ແລະ ຕໍ່ມາໃນວັນທີ 30 ມິຖຸນາ 2020, ທ້າວ ສຸກສົມພອນ ກໍໄດ້ສົ່ງຂໍ້ຄວາມຜ່ານມືຖືມາຫາເມຍລາວອີກ ແລ້ວເວົ້າວ່າ,

ເຂົາຢາກໃຫ້ເຮັດໃບມອບກໍາມະສິດລົດຂອງລາວພ້ອມດ້ວຍໃບຊື້ຂາຍຄົບຊຸດໃຫ້ ແລະ ເມຍກໍ່ໄດ້ເຮັດຕາມທຸກຢ່າງ ແຕ່ຜູ້ກໍ່ເຫດບໍ່ປ່ອຍຕົວ ທ້າວ ສຸກສົມພອນ ຈົນພົບວ່າກາຍເປັນສົບຖືກຄາຕະກຳຝັງດິນ. ເຈົ້າໜ້າທີ່ ແລະ ພະນັກງານສືບສວນ-ສອບສວນ ແຂວງສະຫວັນນະເຂດ ຍັງຢູ່ໃນຂັ້ນຕອນການ ການສືບສວນ-ສອບສວນ ເພື່ອຕິດຕາມຫາພວກທີ່ກໍ່ເຫດ.

ຂ່າວ: ວຽງຈັນທາຍ