ຈະຖືກປັບໃໝ 120 ລ້ານກີບ ໃຜຊື້-ຂາຍ ຊີ້ນໝາ

ວັນທີ 9 ກໍລະກົດ 2020 ສຳນັກຂ່າວຊິນຫົວລາຍງານວ່າ ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເຈົ້າໜ້າທີ່ທ້ອງຖິ່ນແຂວງສຽມຣາດ ໄດ້ອອກປະກາດຫ້າມຄ້າຂາຍຊີ້ນໝາເພື່ອການບໍລິໂພກພາຍໃນພື້ນທີ່ແຂວງສຽມຣາດ ໂດຍຜູ້ຝ່າຝືນຈະຕ້ອງໄດ້ຮັບໂທດຕາມກົດໝາຍ.

ສຽມຣາດ ເປັນແຂວງວັດທະນະທຳແລະທີ່ຕັ້ງຂອງອຸທິຍານບູຮານຄະດີອັງກໍຫຼືນະຄອນວັດອັນໂດ່ງດັງ ແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປະເທດ.

ທ່ານ ເຕຍ ກິມສຸດ ຫົວໜ້າສຳນັກງານການກະເສດ ປ່າໄມ້ ແລະການປະມົງ ແຂວງສຽມຣາດກ່າວວ່າ ໝາເປັນສັດລ້ຽງທີ່ຈົງຮັກພັກດີຕໍ່ມະນຸດມາຕັ້ງແຕ່ສະໄໝບູຮານ ທັງຍັງຊ່ວຍປົກປ້ອງບ້ານເຮືອນ ໄຮ່ນາ ແລະຝຸງສັດ ຕະຫຼອດຈົນຊ່ວຍເຫຼືອວຽກດ້ານການທະຫານ.

ການຄ້າຂາຍແລະການຂ້າໝາເພື່ອການບໍລິໂພກນັບມື້ເພິ່ມຂຶ້ນຢ່າງໜ້າຕົກໃຈ ນີ້ເປັນສັນຍານທີ່ສະແດງໃຫ້ເຫັນເຖິງການຫຼຸດລົງຂອງຄຸນຄ່າດ້ານມະນຸດສະທຳແລະຄຸນນະທຳຂອງມະນຸດ. ພ້ອມທັງກ່າວເສີມວ່າ ການຄ້າຊີ້ນໝາເປັນສາເຫດຂອງການແພ່ລະບາດຂອງພະຍາດວໍ້ແລະພະຍາດອື່ນໆ ຈາກພື້ນທີ່ໜຶ່ງໄປສູ່ອີກພື້ນທີ່ໜຶ່ງ ເຊິ່ງອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນ.

ການວາງກັບດັກ ການຄ້າຂາຍ ແລະການຂ້າໝາ ໂດຍຜິດກົດໝາຍ ເປັນການກະທຳທີ່ຂັດຕໍ່ກົດໝາຍສຸຂະພາບສັດແລະຜະລິດຕະັນສັດ ໂດຍຜູ້ກະທຳຜິດຈະຕ້ອງໄດ້ຮັບການລົງໂທດຮ້າຍແຮງພາຍໃຕ້ມາຕາ 112, 113 ຫຼື 115 ດັ່ງນັ້ນ, ທາງສຳນັກງານການກະເສດ ປ່າໄມ້ ແລະການປະມົງ ຈຶ່ງຂໍສັ່ງຫ້າມການຄ້າຊີ້ນໝາທຸກສາຍພັນເພື່ອການບໍລິໂພກໂດຍບໍ່ໄດ້ຮັບອະນຸຍາດນັບຈາກນີ້ເປັນຕົ້ນໄປ.

ຜູ້ຝ່າຝືນຈະຖືກປັບໃໝ 2,500 ໂດລາ ພາຍໃຕ້ມາດຕາ 112 ແລະ 113 ຫຼືຖືກປັບໃໝ 12,500 ໂດລາສະະລັດ ຫຼືປະມານ 120 ລ້ານກີບ ພ້ອມທັງຕັດອິສະຫຼະພາບ 2-5 ປີ.