ຮົງກົງ ສັ່ງປິດໂຮງຮຽນທັງໝົດຕັ້ງແຕ່ມື້ນີ້ເປັນຕົ້ນໄປ
ຂ່າວຈາກຮົງກົງ, ເຂດບໍລິຫານພິເສດ ຮົງກົງຂອງຈີນ ສັ່ງປິດໂຮງຮຽນທັງໝົດ ຕັ້ງແຕ່ວັນທີ 13 ກໍລະກົດເປັນຕົ້ນໄປ ຫລັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 42 ຄົນ ໂດຍເປັນຜູ້ຕິດເຊື້ອໃນຮົງກົງ ສູງສຸດ ເຖິງ 34 ຄົນ.

ມາດຕະການດັ່ງກ່າວ ເພື່ອເປັນການຄວບຄຸມ ການແຜ່ລະບາດ ຂອງເຊື້ອພະຍາດ ໃນຊຸມຊົນ ແລະ ປົກປ້ອງ ສຸຂະພາບ ຂອງນັກຮຽນ ແຕ່ຫາກໂຮງຮຽນໃດ ຈຳເປັນຕ້ອງ ຈັດການສອບເສັງ ທ້າຍພາກຮຽນ ກໍ່ສາມາດເຮັດໄດ້ ແຕ່ຕ້ອງ ໃສ່ຜ້າອັດປາກ ແລະ ໃຊ້ມາດຕະການ ຮັກສາ ໄລຍະຫ່າງ ທາງສັງຄົມ ລວມທັງ ມາດຕະການຕ່າງໆ ເພື່ອຄວາມປອດໄພ ດ້ານສຸຂະພາບ.
ປັດຈຸບັນ ເຂດບໍລິຫານພິເສດ ຮົງກົງຂອງຈີນ ມີຜູ້ຕິດເຊື້ອ ສະສົມ ທັງໝົດ 1.366 ຄົນ ແລະ ເສຍຊີວິດ 7 ຄົນ.
ຮຽບຮຽງຂ່າວໂດຍ ສະໄຫວ